Skip to main content

ຊາວໜຸ່ມຄະນະວິທະຍາສາດທຳມະຊາດ ມຊ ຊະນະເລີດ ການແຂ່ງຂັນຖາມ-ຕອບ ແລະ ສຳມະນາວິທະຍາສາດ ສະຫຼອງສາມວັນປະຫວັດສາດຂອງຊາດ ປີ 2025

23/11/2026
ຄະນະບໍລິຫານງານຊາວໜຸ່ມປະຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະຫຼຸບ ແລະ ແຂ່ງຂັນຖາມ-ຕອບ ແລະ ສຳມະນາວິທະຍາສາດ ຮອງຊີງຊະນະເລີດ ເພື່ອສ້າງຂະບວນການສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ປີ 2025 ໃນວັນທີ 18 ພະຈິກ 2026 ທີ່ຫ້ອງປະຊຸມວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ຈັນທະວົງ ປັນຍາສີລິ ຄະນະພັກກະຊວງ, ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສະຫະພັນຊາວໜຸ່ມລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສສກ ພ້ອມທັງເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ພ້ອມດ້ວຍຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນ ສສກ, ຄະນະພັກ-ຄະນະນຳ, ນັກຮຽນ-ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກິດຈະກຳດັ່ງກ່າວ, ຈັດຂຶ້ນເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ທັງເປັນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ. ໃນໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ສສກ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ໄດ້ສົມທົບກັບອະນຸກຳມະການເນື້ອໃນຄະນະຊີ້ນຳລະດັບຊາດ ຈາກຄະນະໂຄສະນາອົບຮົມສູນກາງພັກ ຄົ້ນຄວ້າສ້າງເນື້ອໃນຄຳຖາມ-ຄຳຕອບ ຈຳນວນ 100 ຄຳຖາມ-ຄຳຕອບ ແລະ ດຳເນີນການແຂ່ງຂັນຢູ່ 10 ພາກສ່ວນ ສຳເລັດ 100% ນັບແຕ່ວັນທີ 3 ກຸມພາ 2026 ເປັນຕົ້ນມາ ຈົນເຖິງວັນທີ 12 ກັນຍາ 2026. ສຳລັບຮອບຊີງຊະນະເລີດໃນຄັ້ງນີ້ ໄດ້ນຳເອົາທີມຊະນະເລີດຂອງທັງ 10 ພາກສ່ວນ ມາແຂ່ງຂັນກັນຕື່ມ ເພື່ອຄັດເລືອກທີມຊະນະເລີດລະດັບກະຊວງ ພ້ອມທັງມີການມອບລາງວັນໃຫ້ແກ່ທີມເຂົ້າຮ່ວມແຂ່ງຂັນ, ທີມກອງເຊຍ ແລະ ກິດຈະກຳຖາມ-ຕອບແລກຂອງລາງວັນ.
ໂອກາດນີ້, ສະຫາຍ ວິໄລພອນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄະນະໂຄສະນາອົບຮົມສູນກາງພັກ, ສາມອົງການຈັດຕັ້ງມະຫາຊົນ ສສກ ຕະຫຼອດຮອດຄະນະພັກ-ຄະນະນຳ ແລະ ນັກຮຽນ-ນັກສຶກສາ ຈາກ 10 ພາກສ່ວນ ທີ່ມີຄວາມກະຕືລືລົ້ນ ແລະ ຄົ້ນຄວ້າເຊື່ອມຊຶມເນື້ອໃນໄດ້ຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ, ສະຫາຍໄດ້ເນັ້ນໃຫ້ຊາວໜຸ່ມ, ໄວໜຸ່ມ ແລະ ນັກຮຽນ-ນັກສຶກສາ ໃນຖານະເປັນກ້ອນກຳລັງໜູນ ແລະ ຜູ້ສືບທອດພາລະກິດຂອງພັກ ໃຫ້ສືບຕໍ່ຮ່ຳຮຽນມູນເຊື້ອອັນດີງາມຂອງຊາດ, ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ເຮັດຕາມແບບຢ່າງທີ່ດີ ແລະ ຕັ້ງໜ້າສະກັດກັ້ນ, ຕ້ານການໂຄສະນາບິດເບືອນຂອງພວກຄົນບໍ່ຫວັງດີ.
ການຈັດກິດຈະກຳຄັ້ງນີ້, ໄດ້ສ້າງຂະບວນການຟົດຟື້ນ ແລະ ເຮັດໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ, ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ມີຄວາມຮັບຮູ້-ເຂົ້າໃຈຕໍ່ມູນເຊື້ອຂອງພັກ, ມູນເຊື້ອການຕໍ່ສູ້ປົດປ່ອຍຊາດ ແລະ ຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ. ການແຂ່ງຂັນຖາມ-ຕອບດັ່ງກ່າວ, ມີ 10 ພາກສ່ວນທີ່ເຂົ້າຮ່ວມ ຄື: ຄະນະວິສະວະກຳສາດ, ຄະນະສຶກສາສາດ, ຄະນະນິຕິສາດ-ລັດຖະສາດ, ຄະນະວິທະຍາສາດທຳມະຊາດ ມຊ, ວິທະຍາໄລ ລາວທ໊ອບ, ໂຮງຮຽນ ມສ ຮຸ່ງເຮືອງ, ວິທະຍາໄລເຕັກນິກລາວ-ເຢຍລະມັນ, ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລເຕັກນິກວິຊາຊີບ ການລົດໄຟ. ຜ່ານການແຂ່ງຂັນຜົນປາກົດວ່າ ອັນດັບທີ 1 ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຫຼຽນລາງວັນ, ເງິນສົດ 1,000,000 ກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ໂຮງຮຽນ ມສ ຮຸ່ງເຮືອງ ໄດ້ຮັບຫຼຽນລາງວັນ, ເງິນສົດ 700,000 ກີບ ແລະ ໃບຍ້ອງຍໍ; ອັນດັບ 3 ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຮັບຫຼຽນລາງວັນ, ເງິນສົດ 500,000 ກີບ ແລະ ໃບຍ້ອງຍໍ. ນອກຈາກນັ້ນ, ຍັງໄດ້ມອບລາງວັນຊົມເຊີຍ ແລະ ລາງວັນກອງເຊຍດີເດັ່ນອີກດ້ວຍ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ