ການນຳແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນໃຫ້ນັກຮຽນ ໂຮງຮຽນສາມັນກິນນອນຊົນເຜົ່າແດນວິໄລ ເມືອງນອງ
23/11/2026

ວັນທີ 16 ພະຈິກ 2026, ຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ເຊິ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດບັນດາການນຳຈາກພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຄະນະອຳນວຍການ, ຄູ-ອາຈານ ແລະ ນ້ອງນັກຮຽນ ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົ່າແດນວິໄລ ເຊິ່ງຕັ້ງຢູ່ເຂດຕາແສງປະເລາະອາສິງ ເມືອງນອງ ແຂວງສະຫວັນນະເຂດ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອຕິດຕາມກວດກາສະພາບການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ, ຊີວິດການເປັນຢູ່ຂອງຄູ ແລະ ນັກຮຽນຊົນເຜົ່າໃນເຂດຫ່າງໄກສອກຫຼີກ ທັງເປັນການນຳເອົາຄວາມເປັນຫ່ວງເປັນໄຍຈາກຄະນະພັກ-ອົງການປົກຄອງແຂວງ ມາມອບໃຫ້ແກ່ຂະແໜງການສຶກສາຢູ່ຮາກຖານ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນເປັນກ້າວໆ.
ໃນໂອກາດດັ່ງກ່າວ, ທ່ານ ບຸນທັນ ແສງສຸລິນ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າແດນວິໄລ ໄດ້ລາຍງານສະພາບລວມ ແລະ ການເຄື່ອນໄຫວວຽກງານຂອງໂຮງຮຽນຕໍ່ຄະນະການນຳຂອງແຂວງວ່າ: ໂຮງຮຽນສາມັນກິນນອນຊົນເຜົ່າແດນວິໄລ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2014 ເປັນຕົ້ນມາ, ເປີດທຳການຮຽນ-ການສອນແຕ່ຊັ້ນປະຖົມສຶກສາ ຈົນຮອດຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ໂດຍມີເຂດບໍລິການກວມເອົາທັງໝົດ 9 ໝູ່ບ້ານ, ປັດຈຸບັນມີນັກຮຽນທີ່ໄດ້ຮັບເບ້ຍລ້ຽງທັງໝົດ 73 ຄົນ, ຍິງ 34 ຄົນ ໃນນີ້ມີນັກຮຽນນອນໃນ 43 ຄົນ, ຍິງ 6 ຄົນ.
ສຳລັບນັກຮຽນທີ່ອາໄສຢູ່ເຂດເທິງນັ້ນ ແມ່ນອີງຕາມສະພາບເສັ້ນທາງຄົມມະນາຄົມທີ່ມີຄວາມຫຍຸ້ງຍາກ ຈຶ່ງເຮັດໃຫ້ນັກຮຽນສ່ວນໜຶ່ງເດີນທາງເຂົ້າໄປຮຽນຢູ່ເທດສະບານເມືອງ, ສ່ວນນັກຮຽນຢູ່ເຂດລຸ່ມແມ່ນໄດ້ເຂົ້າມາຮຽນຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແດນວິໄລແຫ່ງນີ້ ເຊິ່ງພາຍຫຼັງທີ່ນັກຮຽນຮຽນຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລ້ວ ສ່ວນຫຼາຍແມ່ນໄດ້ສືບຕໍ່ເຂົ້າໄປຮຽນຕໍ່ໃນລະດັບຊັ້ນມັດທະຍົມສຶກສາຕອນປາຍຢູ່ທີ່ເມືອງນອງ.
ພ້ອມດຽວກັນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍທ່ານ ອະນຸສອນ ສຸດທິວົງ ແລະ ຄະນະການນຳຂອງແຂວງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ຄູ-ອາຈານ ແລະ ນັກຮຽນ ໂດຍໄດ້ເນັ້ນໜັກໃຫ້ຄະນະອຳນວຍການ ແລະ ຄູ-ອາຈານ ສືບຕໍ່ເອົາໃຈໃສ່ສິດສອນຖ່າຍທອດຄວາມຮູ້ໃຫ້ແກ່ລູກຫຼານຊົນເຜົ່າຢ່າງສຸດຄວາມສາມາດ, ດູແລເອົາໃຈໃສ່ດ້ານໂພຊະນາການ, ສຸຂະພາບ ແລະ ຄວາມປອດໄພຂອງນັກຮຽນກິນນອນໃຫ້ດີ ພ້ອມທັງຮຽກຮ້ອງໃຫ້ນ້ອງນັກຮຽນທຸກຄົນຈົ່ງຕັ້ງໃຈສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ ແລະ ເປັນກຳລັງແຮງສຳຄັນໃນການພັດທະນາທ້ອງຖິ່ນໃນອະນາຄົດ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະ ຍັງໄດ້ມອບຖົງຜ້າທີ່ບັນຈຸເຄື່ອງນຸ່ງຫົ່ມສຳລັບນັກຮຽນຍິງ ແລະ ນັກຮຽນຊາຍ, ປຶ້ມອ່ານ, ປຶ້ມຂຽນ, ບິກ ແລະ ສໍ ໃຫ້ແກ່ຫຼານນ້ອຍນັກຮຽນຢ່າງທົ່ວເຖິງ ເພື່ອເປັນການຊຸກຍູ້ສົ່ງເສີມການສຶກສາ, ສ້າງຂວັນກຳລັງໃຈ ແລະ ຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍຂອງຄອບຄົວນັກຮຽນໃນເຂດຫ່າງໄກສອກຫຼີກ.
ຈາກນັ້ນ, ໃນເວລາຕໍ່ມາ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍທ່ານ ອະນຸສອນ ສຸດທິວົງ ແລະ ຄະນະການນຳຂອງແຂວງ ຍັງໄດ້ສືບຕໍ່ເດີນທາງລົງຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການສຶກສາໃຫ້ແກ່ຫຼານນ້ອຍນັກຮຽນ ຢູ່ທີ່ໂຮງຮຽນປະເລາະບົກ ເມືອງນອງ ຕື່ມອີກ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນ.
ພາບ-ຂ່າວ: ພານຸມາດ ສກຂ ສະຫວັນນະເຂດ














