Skip to main content

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູດຕວັກກີ ປະຈຳລາວ

23/11/2026
ວັນທີ 17 ພະຈິກ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢ່າ ຢາຊາ ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ, ມີຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈາກປະເທດຕວັກກີ ພ້ອມທັງເນັ້ນໜັກເຖິງສາຍພົວພັນ ແລະ ການຮ່ວມມືອັນດີງາມທີ່ມີມາຢ່າງຍາວນານລະຫວ່າງສອງປະເທດ ໂດຍສະເພາະໃນຂົງເຂດການສຶກສາ ແລະ ກິລາ.
ໂອກາດຽວກັນ, ທ່ານ ນາງ ໂອຢ່າ ຢາຊາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທີ່ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການຮ່ວມມືໃນ ສປປ ລາວ. ພ້ອມນັ້ນ, ທ່ານກໍໄດ້ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບໂຮງຮຽນມັດທະຍົມສົມບູນຕານມີໄຊ ໄລຍະທີ 1 ທີ່ໄດ້ຮັບການສະໜັບສະໜູນທຶນການຊ່ວຍເຫຼືອລ້າຈາກອົງການຮ່ວມມື ແລະ ປະສານງານຕວັກກີ (TIKA); ລາຍງານຜົນສໍາເລັດຂອງການປັບປຸງໂຮງຮຽນອະນຸບານໂພນປ່າເປົ້າ ຊຶ່ງແມ່ນສ່ວນໜຶ່ງຂອງໂຄງການປັບປຸງຍົກລະດັບໂຮງຮຽນມັດທະຍົມສົມບູນຕານມີໄຊ ແລະ ໂຮງຮຽນອະນຸບານໂພນປ່າເປົ້າທີ່ໄດ້ຮັບການສະໜັບສະໜູນທຶນການຊ່ວຍເຫຼືອລ້າຈາກອົງການຮ່ວມມື ແລະ ປະສານງານຕວັກກີ (TIKA) ໃນມູນຄ່າທັງໝົດ 179,000 ໂດລາ. ທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນຈະຈັດຕັ້ງພິທີມອບ-ຮັບໂຮງຮຽນອະນຸບານແຫ່ງດັ່ງກ່າວໃນມໍ່ໆນີ້ ຊຶ່ງພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ສົມທົບກັບສະຖານທູດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງກະຊວງ ຈັດຕັ້ງພິທີມອບ-ຮັບຢ່າງເປັນທາງການໃຫ້ສໍາເລັດ.
ພ້ອມກັນນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລືຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດໂຄງການປັບປຸງຍົກລະດັບໂຮງຮຽນມັດທະຍົມສົມບູນຕານມີໄຊ ໄລຍະທີ 2 ເພື່ອປັບປຸງພື້ນຖານໂຄງລ່າງຂອງໂຮງຮຽນແຫ່ງດັ່ງກ່າວ ຊຶ່ງໂຮງຮຽນແຫ່ງດັ່ງກ່າວແມ່ນໂຮງຮຽນເປົ້າໝາຍໃນການປັບປຸງພື້ນຖານໂຄງລາງໃຫ້ໄດ້ມາດຕະຖານ ແລະ ເປັນໂຮງຮຽນຕົວແບບໃຫ້ແກ່ໂຮງຮຽນແຫ່ງອື່ນໆໃນນະຄອນຫຼວງວຽງຈັນ ກໍຄື ໃນທົວປະເທດ ຊຶ່ງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ສະຖານທູດຕວັກກີ ປະຈໍາລາວ ແລະ ອົງການ TIKA ເປັນເຈົ້າການ ດໍາເນີນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ປຶກສາຫາລືກ່ຽວກັບໂຄງການປັບປຸງພື້ນຖານໂຄງລາງຂອງໂຮງຮຽນສອງແຫ່ງ, ທັງສອງຝ່າຍກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາໃນອະນາຄົດ ຊຶ່ງຈະມີອົງການຕົວແທນຂອງລັດຖະບານຕວັກກີສະເໜີມາຮ່ວມມືດ້ານການສຶກສາກັບກະຊວງສຶກສາທິການ ແລະ ກິລາ.
.
ໂອກາດດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວຕື່ມອີກວ່າ ຕໍ່ການຮ່ວມມືດັ່ງກ່າວທັງສອງຝ່າຍຈະໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບຄະນະທີ່ກ່ຽວຂ້ອງຕື່ມວ່າ ຈະສາມາດຮ່ວມມືກັນດ້ານໃດ ແນໃສເຮັດໃຫ້ແຜນການຮ່ວມມືເປັນໄປຕາມທິດທາງແຜນການ ແລະ ເປົ້າໝາຍທີ່ດີ.
ພາບ-ຂ່າວ: ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ