ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເຂົ້າຮ່ວມພິທີເປີດໄຟສີຟ້າ ສະຫຼອງວັນເດັກໂລກ ຄົບຮອບ 37 ປີ
23/11/2026

ພິທີ “ເປີດໄຟສີຟ້າ” ເນື່ອງໃນວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) 20 ພະຈິກ ຄົບຮອບ 37 ປີ ຈັດຂຶ້ນໃນຕອນແລງວັນທີ 20 ພະຈິກ 2026 ທີ່ປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ); ມີ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຜູ້ປະຈໍາການ ຄຊກມດ, ທ່ານ ບີລາລ ອຸແຣັງ ເຊັບ ດູຣານີ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ທ່ານຮອງລັດຖະມົນຕີ, ຮອງປະທານ ແລະ ກຳມະການໃນ ຄຊກມດ, ຄກມດ ກະຊວງ ແລະ ອົງການ, ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີຄັ້ງນີ້ ແມ່ນການເປີດໄຟສີຟ້າໃສ່ປະຕູໄຊ ທີ່ເປັນສັນຍາລັກໃນການສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກ ຄົບຮອບ 37 ປີ ພາຍໃຕ້ຄຳຂວັນ “ວັນຂອງຂ້ອຍ, ສິດທິຂອງຂ້ອຍ, ອະນາຄົດຂອງຂ້ອຍ” ເພື່ອເປັນການສົ່ງສັນຍານໃຫ້ສັງຄົມເຫັນເຖິງຄວາມສຳຄັນຂອງການເຄົາລົບ, ປົກປ້ອງ ແລະ ສົ່ງເສີມສິດທິຂອງເດັກທຸກຄົນ ພ້ອມທັງເປັນການຢືນຢັນເຖິງຄວາມມຸ່ງໝັ້ນໃນການສ້າງອະນາຄົດທີ່ປອດໄພ ແລະ ເທົ່າທຽມສຳລັບເດັກນ້ອຍທຸກຄົນ.
ການຈັດພິທີຄັ້ງນີ້ ຈັດຂຶ້ນໂດຍ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍໄດ້ເປີດໄຟສີຟ້າໃສ່ປະຕູໄຊ ແຕ່ເວລາ 17:00 ໂມງ ເຖິງ 00:00 ໂມງ ເພື່ອໃຫ້ມວນຊົນໄດ້ຮ່ວມສະເຫຼີມສະຫຼອງ, ສົ່ງສຽງເພື່ອເດັກ ແລະ ບັນທຶກພາບຄວາມງົດງາມຂອງປະຕູໄຊໃນຄ່ຳຄືນສີຟ້າ.
ພາບ-ຂ່າວ: ສູນກາງສະຫະພັນແມ່ຍິງລາວ
ຂ່າວທີ່ກ່ຽວຂ້ອງ














