Skip to main content

ທີມໄຊຍະນາງ ຄອງແຊ໋ມເປຕັງຄູ່ຊາຍ ຊີງຂັນປະທານສະໂມສອນເປຕັງ 3 ອໍ ຕ້ອນຮັບວັນຊາດ ຄົບຮອບ 48 ປີ

28/11/2023

ທີມໄຊຍະນາງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການບຽດເອົາຊະນະ ທີມບໍລິສັດ ຄົບວົງຈອນ ໄປແບບຫວຸດຫວິດ 9-8 ຄະແນນ ໃນຮອບຊີງຊະນະເລີດ ຄວ້າແຊ໋ມໄປຄອງ ພ້ອມຮັບຂັນ 1 ໜ່ວຍ ແລະ ເງິນສົດ 10 ລ້ານກີບ ໃນການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ເພື່ອສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.


ໃນລະຫວ່າງວັນທີ 25-26 ພະຈິກ 2023 ທີ່ສະໂມສອນກິລາເປຕັງ 3 ອໍ ນະຄອນຫຼວງປາກເຊ ແຂວງຈຳປາສັກ, ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ໄດ້ຈັດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ເພື່ອສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ນາງ ແກ້ວໄອ່ ສຸດທິວົງ ຮອງປະທານສະໂມສອນກິລາເປຕັງ 3 ອໍ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ, ນັກກິລາ ຕະຫຼອດຮອດກອງເຊຍແຕ່ລະພາກສ່ວນຢ່າງພ້ອມພຽງ.

ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ລາຍງານໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ສະນັ້ນ, ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ຈຶ່ງໄດ້ຈັດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປະທານສະໂມສອນກິລາເປຕັງ 3 ອໍ ທີ່ສະໜາມກິລາເປຕັງ 3 ອໍ ນະຄອນປາກເຊ ແຂວງຈຳປາສັກ ໃນລະຫວ່າງວັນທີ 25-26 ພະຈິກ 2023. ຊຶ່ງການແຂ່ງຂັນກິລາເປຕັງຄັ້ງນີ້ ແມ່ນເປີດຮັບສະໝັກແຕ່ວັນທີ 23 ພະຈິກ ເປັນຕົ້ນມາ ຮັບບໍ່ຈຳກັດ, ທີມທີ່ເຂົ້າຮ່ວມແຂ່ງຂັນຕ້ອງລົງທະບຽນທີມລະ 400.000 ກີບ, ນັກກິລາທີມປະສົບແຂວງຊຸດຊຽງຂວາງ ເກມ ຫຼື ທີມຊາດ ສາມາດເຂົ້າຮ່ວມແຂ່ງຂັນໄດ້ທີມລະ 1 ຄົນ ແລະ ນັກກິລາຕ້ອງແຕ່ງກາຍໃສ່ເສື້ອທີ່ມີສີດຽວກັນ, ໂສ້ງຂາສັ້ນ ຫຼື ຂາຍາວສຸພາບ, ເກີບຜ້າໃບ ແຕ່ຖ້າທີມໃດແຕ່ງບໍ່ຖືກຕາມລະບຽບທີ່ກຳນົດໄວ້ແມ່ນຈະບໍ່ໃຫ້ເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນກິລາເປຕັງຄັ້ງນີ້ ມີທັງໝົດ 48 ທີມ ເຂົ້າຮ່ວມຊີງໄຊ ຜ່ານການແຂ່ງຂັນເປັນເວລາ 2 ວັນ ກໍສາມາດເລືອກໄດ້ຄູ່ຊີງຊະນະເລີດ ເປັນການພົບກັບລະຫວ່າງ ທີມໄຊຍະນາງ ພົບກັບ ທີມບໍລິສັດ ຄົບວົງຈອນ. ຊຶ່ງຜົນການແຂ່ງຂັນໃນຄູ່ນີ້ ປະກົດວ່າ ເປັນຝ່າຍ ທີມໄຊຍະນາງ ຫຼິ້ນໄດ້ດີ ແລະ ຕີໄດ້ແມ້ນຍຳກວ່າ ບຽດເອົາຊະນະ ທີມບໍລິສັດ ຄົບວົງຈອນ ໄປໄດ້ແບບຫວຸດຫວິດ 9-8 ຄະແນນ ຄວ້າແຊ໋ມໄປຄອງ ພ້ອມຮັບຂັນ 1 ໜ່ວຍ ແລະ ເງິນສົດ 10 ລ້ານກີບ, ອັນດັບທີ 2 ທີມບໍລິສັດ ຄົບວົງຈອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 5 ລ້ານກີບ, ອັນດັບທີ 3 ທີມໂຮງຮຽນ ມສ ຈຳປາສັກ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານກີບ ແລະ ອັນດັບທີ 4 ທີມໂອໂຕ ອັດຕະປື ໄດ້ຮັບເງິນລາງວັນ 5 ແສນກີບ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ