Skip to main content

ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນຫຼາຍບັນຫາໃຫ້ແຂວງຈຳປາສັກ ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ ຫັນສູ່ຍຸກດິຈິຕອນ

14/09/2026
ໃນຕອນບ່າຍວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແັລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເພື່ອໂອ້ລົມ ແລະ ຊີ້ທິດທາງການພັດທະນາວຽກງານການສຶກສາ-ກິລາ ໃຫ້ມີປະສິດທິພາບສູງຂຶ້ນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2026-2027, ໃຫ້ກຽດເຂົ້າຮ່ວມຕ້ອນຮັບ ແລະ ຮັບຟັງການໂອ້ລົມມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ; ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຜູ້ແທນຈາກມະຫາວິທະຍາໄລຈຳປາສັກ, ວິທະຍາໄລເຕັກນິກ, ວິທະຍາໄລຄູປາກເຊ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ ແລະ 1 ນະຄອນປາກເຊ, ຫົວໜ້າ-ຮອງຂະແໜງ, ຜູ້ອຳນວຍການສະຖານການສຶກສາ ແລະ ຄູ-ອາຈານ ຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ພູວົງ ອະໄພ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນເຖິງສະພາບລວມ; ຜົນງານທີ່ພົ້ນເດັ່ນ; ຜົນສຳເລັດການຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງການສຶກສາ ແລະ ກິລາ ເຫັນວ່າ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 7 ຄາດໝາຍ, ມີ 2 ຄາດໝາຍທີ່ຍັງບໍ່ທັນບັນລຸ ແລະ 2 ຄາດໝາຍທີ່ກຳລັງຈັດຕັ້ງປະຕິບັດ; ບັນຫາ ແລະ ສິ່ງທ້າທາຍ; ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ທີ່ຈະຕ້ອງໄດ້ກະກຽມສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ເປັນບຸລິມະສິດ ຕິດພັນກັບຂະແໜງການຍ່ອຍ ເພື່ອຮັບປະກັນໃຫ້ການປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານຮອບດ້ານໃນຂະແໜງການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນ 9 ບັນຫາສຳຄັນ ໃຫ້ຄະນະຜູ້ບໍລິຫານ ແລະ ບຸກຄະລາກອນສຶກສາ-ກິລາ ເອົາໃຈໃສ່ນຳໄປຈັດຕັ້ງປະຕິບັດຢ່າງຈິງຈັງ ດັ່ງນີ້: ຜູ້ບໍລິຫານການສຶກສາທຸກຂັ້ນຕ້ອງມີແບບແຜນວິທີເຮັດວຽກທີ່ຈະແຈ້ງ, ກຳນົດເປົ້າໝາຍທີ່ວັດແທກໄດ້ ແລະ ຕິດຕາມຜົນຢ່າງຕໍ່ເນື່ອງ; ເຜີຍແຜ່ບົດຮຽນ ແລະ ຕົວແບບທີ່ດີຂອງຄູ-ອາຈານ, ສະຖານການສຶກສາ ແລະ ນັກຮຽນ ໃຫ້ສັງຄົມເຫັນເຖິງຄຸນຄ່າຂອງການສຶກສາ ໂດຍໃຫ້ການສຶກສາກາຍເປັນວາລະຮ່ວມກັນຂອງຄອບຄົວ, ໂຮງຮຽນ ແລະ ສັງຄົມ; ສ້າງໂຮງຮຽນໃຫ້ປອດໄພ, ສະອາດ, ມີລະບຽບ ແລະ ເປັນບ່ອນບົ່ມເພາະຄວາມຮູ້, ຄຸນນະທຳ, ວິໄນ ແລະ ຄວາມຝັນຂອງເດັກ; ສ້າງແຜນງານຍົກລະດັບຄູໃຫ້ເປັນທັງຜູ້ສອນ, ຜູ້ແນະນຳ ແລະ ຜູ້ສ້າງແຮງບັນດານໃຈ, ພ້ອມທັງວາງມາດຕະການຕິດຕາມນັກຮຽນຢ່າງໃກ້ຊິດເພື່ອຫຼຸດຜ່ອນອັດຕາການປະລະການຮຽນ; ເສີມສ້າງທັກສະການຮູ້ເທົ່າທັນສື່ ແລະ ດິຈິຕອນ ໃຫ້ແກ່ນັກຮຽນ, ຄູ ແລະ ຜູ້ປົກຄອງ ເພື່ອປ້ອງກັນໄພຫຼອກລວງທາງອອນລາຍ ທີ່ກຳລັງແຜ່ລາມ; ຍ້ອງຍໍ ແລະ ຂະຫຍາຍຜົນຕົວແບບຄູທີ່ມີຜົນງານ, ພ້ອມທັງບົ່ມເພາະພອນສະຫວັນຂອງນັກຮຽນດ້ານວິທະຍາສາດ, ກິລາ ແລະ ສິລະປະ ເພື່ອກ້າວສູ່ລະດັບພາກພື້ນ ແລະ ສາກົນ; ກະກຽມປັບປຸງເນື້ອໃນການຮຽນ-ການສອນໃຫ້ທັນສະໄໝ, ກ້າທີ່ຈະນຳໃຊ້ເຕັກໂນໂລຊີ ໂດຍສະເພາະປັດຍາປະດິດ (AI) ເຂົ້າໃນການຮຽນ-ການສອນ, ການຄົ້ນຄວ້າ ແລະ ການບໍລິຫານ ຢ່າງມີຈັນຍາບັນ ແລະ ປອດໄພ: ສະໜອງປັດໄຈອຳນວຍຄວາມສະດວກໃຫ້ຄູ-ອາຈານ, ເຮັດວຽກປະສານສົມທົບຂະແໜງການອື່ນໆ ແລະ ຖອດຖອນບົດຮຽນຢ່າງເປັນປະຈຳໂດຍກ້າເວົ້າຄວາມຈິງ ແລະ ຮ່ວມກັນ ວິເຄາະແກ້ໄຂບັນຫາ; ຜັນຂະຫຍາຍວຽກງານ “ສາມສ້າງ” ດ້ວຍການນຳເອົາວຽກງານສາມສ້າງລົງສູ່ຮາກຖານຢ່າງມີຜົນແທ້ຈິງ ໂດຍເນັ້ນຜົນສຳເລັດຢູ່ໜ້າຫ້ອງຮຽນ, ຊຸມຊົນ ແລະ ຄຸນນະພາບຂອງຜູ້ຮຽນເປັນຫຼັກ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ