ສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ ແລະ ມຸ່ງໝັ້ນສູ່ການສ້າງສັງຄົມແຫ່ງການຮຽນຮູ້
14/09/2026

ພິທີສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2026 ທີ່ໂຮງແຮມອຳມະຣີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາອະດີດການນໍາກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ ເປັນວາລະທີ່ມີຄວາມໝາຍສຳຄັນຫຼາຍ ທີ່ພວກເຮົາມາຮ່ວມກັນສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ, ຕະຫຼອດ 6 ທົດສະວັດຜ່ານມາ, ການຮູ້ໜັງສືໄດ້ວິວັດທະນາຈາກທັກສະພື້ນຖານມາເປັນສິດທິ, ເປັນປະຕູສູ່ໂອກາດ, ການມີວຽກເຮັດງານທຳ ແລະ ການພັດທະນາປະເທດຊາດ, ພັກ ແລະ ລັດຖະບານ ເຂົ້າໃຈຢ່າງເລິກເຊິ່ງວ່າ ການຮູ້ໜັງສືບໍ່ແມ່ນພຽງການອ່ານອອກ-ຂຽນໄດ້, ແຕ່ແມ່ນເຄື່ອງມືຍົກລະດັບຄຸນນະພາບຊີວິດ, ເປັນພື້ນຖານຂອງການຮຽນຮູ້ຕະຫຼອດຊີວິດ (Lifelong Learning) ແລະ ທັກສະດີຈີຕອນໃນຍຸກໃໝ່, ໃນນາມຕາງໜ້າຄະນະນຳກະຊວງສຶກສາທິການ ແລະ ກິລາ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງຄູ-ອາຈານ, ນັກການສຶກສາ, ອົງການປົກຄອງທ້ອງຖິ່ນ, ພາກເອກະຊົນ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາທັງພາຍໃນ ແລະ ສາກົນ ທີ່ໄດ້ສຸມໃສ່ສະຕິປັນຍາ ແລະ ເຫື່ອແຮງ ເຮັດໃຫ້ວຽກງານລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງວັດທະນະທຳຢູ່ປະເທດເຮົາມີຜົນງານອັນໃຫຍ່ຫຼວງ ແລະ ຕັ້ງໜ້າ.
ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນໍາ ເປັນຕົ້ນແມ່ນ ວັນທີ 8 ກັນຍາ 2026 ເປັນວັນຄົບຮອບ 60 ປີ ຂອງວັນສາກົນແຫ່ງການຮູ້ໜັງສື ຈາກ 60 ປີ ສູ່ວາລະໃໝ່ ການຮູ້ໜັງສືໃນຍຸກດິຈິຕອນ, ປັນຍາປະດິດ (AI) ແລະ ການປ່ຽນແປງຂອງໂລກ ຕ້ອງກ້າວພົ້ນຈາກ “ອ່ານອອກ, ຂຽນໄດ້, ຄິດໄລ່ເປັນ” ໄປສູ່ “ຮູ້ອ່ານ-ຮູ້ຄິດ-ຮູ້ວິເຄາະ-ຮູ້ໃຊ້-ຮູ້ປັບຕົວ-ຮູ້ສ້າງ ແລະ ຮູ້ຮຽນຮູ້ຕະຫຼອດຊີວິດ”; ຫັນຄວາມທ້າທາຍເປັນໂອກາດ ຕ້ອງສ້າງຄົນບໍ່ໃຫ້ເປັນພຽງ “ຜູ້ຮັບຂໍ້ມູນ”, ແຕ່ເປັນຜູ້ມີວິຈາລະນະຍານ, ນຳໃຊ້ເຕັກໂນໂລຊີຢ່າງປອດໄພ, ສ້າງສັນ ແລະ ມີຄວາມຮັບຜິດຊອບ; ແກ້ໄຂບັນຫາທີ່ຕົ້ນເຫດ ຕ້ອງຮ່ວມມືກັນຫຼຸດຜ່ອນອັດຕາການປະລະການຮຽນ, ເລັ່ງຍົກລະດັບຄຸນນະພາບການສຶກສາ, ຫຼັກສູດ, ຄູ-ອາຈານ ແລະ ພື້ນຖານໂຄງລ່າງ, ເຊື່ອມຈອດການສຶກສາກັບຕະຫຼາດແຮງງານ, ເສດຖະກິດ, ການຝຶກອາຊີບ ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ; ສ້າງ “ສັງຄົມແຫ່ງການຮຽນຮູ້” ປ່ຽນຄຳຖາມຈາກ “ເຮັດແນວໃດໃຫ້ຮູ້ໜັງສື” ມາເປັນ “ເຮັດແນວໃດໃຫ້ທຸກຄົນມີໂອກາດຮຽນຮູ້ຕະຫຼອດຊີວິດ” ໂດຍໃຫ້ໂຮງຮຽນ, ຄອບຄົວ, ຊຸມຊົນ, ບ່ອນເຮັດວຽກ ແລະ ທົ່ວສັງຄົມ ເປັນແຫຼ່ງຮຽນຮູ້ ແລະ ຖືການສຶກສາເປັນພາລະກິດຂອງທົ່ວປວງຊົນ ການສ້າງຄົນຄືການສ້າງອະນາຄົດ ພວກເຮົາຕ້ອງການທັງ “ຄົນເກັ່ງ” ທີ່ມີທັກສະ ແລະ “ຄົນດີ” ທີ່ມີຄຸນທຳ, ມີວິໄນ, ຮັກຊາດ ແລະ ມີຈິດສຳນຶກຕໍ່ສັງຄົມ.
ນອກນັ້ນ, ໃນພິທີຍັງໄດ້ຮັບຟັງສານຈາກທ່ານຜູ້ອຳນວຍການອຸຍແນັດສໂກ ປະຈຳພາກພື້ນ ເນື່ອງໃນວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ; ຮັບຟັງການສ້າງການຮຽນຮູ້ຕະຫຼອດຊີວິດຢູ່ ສປປ ລາວ; ວິວັດທະນາການການຮູ້ໜັງສື ແລະ ການຮຽນຮູ້ຕະຫຼອດຊີວິດ ຂອງ ສປປ ລາວ, ຮັບຊົມການວາງສະແດງຜົນງານການຮູ້ໜັງສື 60 ປີ ແລະ ການນໍາພ້ອມດ້ວຍແຂກເຂົ້າຮ່ວມງານກໍ່ໄດ້ຢ້ຽມຊົມບູດວາງສະແດງຜົນງານອີກດ້ວຍ.
ພາບ-ຂ່າວ: ບົວລະພາ














