Skip to main content

ຄະນະນັກກິລາກະຕໍ້ລາວ ຊຸດສ້າງຜົນງານເດັ່ນ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ທີ່ ສປ ຈີນ ກັບເຖິງບ້ານເກີດແລ້ວ

28/11/2023

ຄະນະນັກກິລາກະຕໍ້ທີມຊາດລາວ ຊຸດສ້າງຜົນງານລື່ນຄາດໝາຍ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ແລະ ການແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ທີ່ ສປ ຈີນ ໃນລະຫວ່າງວັນທີ 17-27 ພະຈິກ 2023.


ໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນັກກິລາກະຕໍ້ທີມຊາດລາວ ຊຸດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນກະຕໍ້ 2 ງານໃຫຍ່ ທີ່ສປ ຈີນ ເປັນເຈົ້າພາບ ໂດຍການນໍາພາຂອງ ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະນຳພາ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍະກຳ ເປັນຜູ້ຈັດການທີມ ໄດ້ເດີນທາງກັບຈາກ ສປ ຈີນ ເຖິງສປປ ລາວ ນະຄອນຫຼວງວຽງຈັນ ມີບັນດາພໍ່ແມ່ພີ່ນ້ອງມາຕ້ອນຮັບ ແລະ ສະແດງຄວາມຍິນດີຕໍ່ຜົນງານດັ່ງກ່າວ.

ທ່ານ ນາງ ເກດສຸດາ ເລັ່ງສະຫວັດ ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມການແຂ່ງຂັນ 2 ງານດັ່ງກ່າວ ທີ່ ສປ ຈີນ ຮັບກຽດເປັນເຈົ້າພາບ ກໍຄືການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ເມືອງກຸຍຢາງ ແລະ ການແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ ນັ້ນ ກະຊວງສຶກກສາທິການ ແລະ ກິລາ ແລະ ສະຫະພັນກິລາກະຕໍ້ແຫ່ງຊາດລາວ ໄດ້ສົ່ງທັບນັກກິລາກະຕໍ້ທີມຊາດລາວ ຊຶ່ງໄດ້ປະສົມກັບບັນດານັກສຶກສາຂອງສະຖາບັນກິລາ-ກາຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ໄດ້ສົ່ງນັກກິລາຈຳນວນ 16 ຄົນ, ໃນນັ້ນ ມີຄະນະນຳ 2 ຄົນ, ຄູຝຶກ 2 ຄົນ ແລະ ນັກກິລາ 12 ຄົນ ໃນການເຂົ້າຮ່ວມ 2 ງານດັ່ງກ່າວ ຊຶ່ງສາມາດຕີລາຄາໄດ້ສູງພວກເຮົາສ້າງຜົນງານໄດ້ລື່ນຄາດໝາຍ ດ້ວຍການຄວ້າ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 4 ຫຼຽນທອງ ຕໍ່ຜົນງານຄັ້ງນີ້ ອີກເທື່ອໜຶ່ງຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນຳພັກ-ລັດຂອງທັງສອງຊາດ ແລະ ບັນດາຜູ້ໃຫ້ການສະໜັບສະໜັບໜູນ ໂດຍສະເພາະແມ່ນບໍລິສັດ ຊີໂນ-ອາກຣີ ໂປຕາດ ຈໍາກັດ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ບໍລິສັດ ເມືອງລາວພັດທະນາ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ ຈຳນວນ 46.720.000 ກີບ ເຮັດໃຫ້ນັກກິລາຂອງພວກເຮົາໄດ້ເຂົ້າຮ່ວມ ແລະ ຜົນງານທີ່ພົ້ນເດັ່ນໃນການແຂ່ງຂັນລາຍການນີ້ ລາຍການດັ່ງກ່າວມີ 6 ປະເທດເຂົ້າຮ່ວມ ປະກອບມີ ເຈົ້າພາບ ສປ ຈີນ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ສປປ ລາວ.

ສຳລັບຜົນງານການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ 2023 ເມືອງກຸຍຢາງ ນັກກິລາກະຕໍ້ທີມຊາດລາວ ຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ ແລະ ສືບຕໍ່ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ ຜົນງານສາມາດຍາດໄດ້ 2 ຫຼຽນຄຳ ຈາກປະເພດທີມດ່ຽວຊາຍ ແລະ ທີມ 4 ຄົນຊາຍ, 1 ຫຼຽນເງີນ ຈາກປະເພດທີມດ່ຽວຍິງ ແລະ 1 ຫຼຽນທອງຈາກປະເພດທີມ 4 ຄົນ.

ຂ່າວໂດຍ: ສົງການ ພັນແພງດີ