Skip to main content

ມວນຊົນຊາວນະຄອນຫຼວງ ຫຼາຍຮ້ອຍຄົນ ຮ່ວມຖີບລົດ ເພື່ອສຸຂະພາບ ສະຫຼອງປິດກິລາ ຄອບຄົວເບຍລາວ 2023

28/11/2023

ມວນຊົນຊາວນະຄອນຫຼວງວຽງຈັນ ກໍຄື ນັກກິລາລົດຖີບອ້ອມຂ້າງສູນກາງ ຫຼາຍກວ່າ 400 ຄົນ ຮ່ວມກິດຈະກຳຖີບລົດເພື່ອສຸຂະພາບ ສ້າງຂະບວນການສະເຫຼີມສະຫຼອງປິດລະດູກິລາຂອງສະມາຄົມນັກທຸລະກິດຮ້ານອາຫານລາວ-ເບຍລາວ ຫຼື ກິດຈະກຳຄອບຄົວເບຍລາວ ປະຈຳປີ 2023 ເພື່ອກະຕຸກຊຸກຍູ້ບັນດາຮ້ານອາຫານ ທີ່ເປັນສະມາຊິກຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ຄູ່ຮ່ວມທຸລະກິດເບຍລາວນະຄອນຫຼວງ ໃນການພັດທະນາວຽກງານສົ່ງເສີມການຂາຍ ທັງເປັນການສົ່ງເສີມການທ່ອງທ່ຽວລາວ ທີ່ຫາກໍເປີດປີທ່ອງທ່ຽວ ຄັ້ງທີ 3 ປີ 2024 ເມື່ອບໍ່ດົນມານີ້ ໃຫ້ກັບມາຄຶກຄື້ກອີກຄັ້ງ.


ກິດຈະກຳດັ່ງກ່າວ ໄດ້ມີຂຶ້ນເມື່ອຕອນເຊົ້າວັນທີ 25 ພະຈິກ 2023 ທີ່ເຂດເສດຖະກິດພິເສດ ບຶງທາດຫຼວງ ໃຫ້ກຽດເຂົ້າຮ່ວມນຳພາມີທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ອູ່ຊ້າງ ແສງທອງ ຜູ້ອຳນວຍການຈັດການພາກເບຍລາວ ນະຄອນຫຼວງວຽງຈັນ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ພ້ອມດ້ວຍຄະນະ ແລະ ບັນດາສະມາຊິກ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຫຼາຍກວ່າ 400 ຄົນ.

ສຳລັບຈຸດນັດພົບຂອງຂະບວນການຂີ່ລົດຖີບເພື່ອສຸຂະພາບ ກິດຈະກຳຄອບຄົວເບຍລາວໃນຄັ້ງນີ້ ແມ່ນໄດ້ເລີ່ມຈາກສວນສາທາລະນະ ເຂດເສດຖະກິດພິເສດ ບຶງທາດຫຼວງ ເລີ່ມລໍ້ໜູນອອກຈາກບຶງທາດຫຼວງ ຂີ່ຕາມຖະໜົນ ກຳແພງເມືອງຜ່ານໜ້າໂຮງໝໍເສດຖາມຸ້ງໜ້າໄປຫາວົງວຽງໜອງໄຮ ແລ້ວລ້ຽວຊ້າຍເຂົ້າທາງເສັ້ນທາງ ຖະໜົນທ່າເດື່ອ ເພື່ອໄປເຕົ້າໂຮມກັນທີ່ໜ້າບໍລິສັດ ເບຍລາວ ຈຳກັດ ເພື່ອພັກດື່ມນໍ້າ ແລະ ກໍລໍຖ້າຂະບວນໃຫຍ່ ພ້ອມທັງຖ່າຍຮູບລວມເພື່ອເປັນທີ່ລະນຶກ ກ່ອນອອກເດີນທາງຕໍ່ໄປຕາມຖະໜົນທ່າເດື່ອຜ່ານສວນອິນແປງຜ່ານຂົວມິດຕະພາບລ້ຽວຊາຍເຂົ້າທາງບ້ານດົງໂພສີມຸ້ງໜ້າໄປທາງບ້ານຊຽງດາ ຮອດສາມແຍກຊຽງດາ ພ້ອມລ້ຽວຂວາມຸ້ງໜ້າໄປຫາສາມແຍກໂນນຫວາຍ ແລ້ວລ້ຽວຊ້າຍ ເຂົ້າສູ່ບຶງທາດຫຼວງທີ່ເດີມ ລວມໄລຍະທາງປະມານ 30 ກິໂລແມັດ.

ຂ່າວໂດຍ: ສົງການ ພັນແພງດີ