Skip to main content

ບໍລິສັດ ວິໄລວອນ ມອບເຄື່ອງກິລາໃຫ້ກົມສາມັນສຶກສາ ກຽມຈັດກິດຈະກຳກິລາຕ້ອນຮັບວັນຊາດ ຄົບຮອບ 48 ປີ

28/11/2023

ບໍລິສັດ ວິໄລວອນ ອອກແບບ ແລະ ກໍ່ສ້າງ ມອບເຄື່ອງກິລາ ຈຳນວນ 20 ຊຸດ ໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳກິລາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມ ສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທີ່ກຳລັງຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 28 ພະຈິກ 2023 ທີ່ຫ້ອງການກົມສາມັນສຶກສາ ເປັນກຽດມອບໂດຍ ທ່ານ ນາງ ອາດຊະພອນ ດວງພິຈິດ ຕາງໜ້າບໍລິສັດວິໄລວອນ ອອກແບບ ແລະ ກໍ່ສ້າງ ແລະ ກ່າວຮັບແມ່ນ ທ່ານ ນາງ ຄໍາປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຄະນະກົມສາມັນສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ສຳລັບເຄື່ອງກິລາ ຈຳນວນ 20 ຊຸດ ທີ່ນຳມາມອບໃຫ້ກັບກົມສາມັນສຶກສາຄັ້ງນີ້ ແມ່ນເພື່ອນຳໃຊ້ເຂົ້າໃນກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ທີ່ຈະຈັດຂຶ້ນໃນຕອນແລງວັນທີ 29 ພະຈິກ 2029 ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງ ຄະນຳ ແລະ ພະນັກງານລະຫວ່າງສອງພາກສ່ວນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ກໍເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມ ສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທີ່ກຳລັງຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ