Skip to main content

ຝ່າຍປະຊາຊົນ ຊະນະ ພະນັກງານ 6-5 ການແຂ່ງຂັນກິລາຕີຄີ ງານບຸນພະທາດຫຼວງວຽງຈັນ 2023

28/11/2023

ການແຂ່ງຂັນກິລາຕີຄີ ເພື່ອສ້າງຂະບວນການສະເຫຼີມສະຫຼອງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ປີນີ້ ຝ່າຍປະຊາຊົນ ໄລ່ເອົາຊະນະ ຝ່າຍພະນັກງານ-ລັດຖະກອນ ໄປແບບຫວຸດຫວິດ 6-5 ປະຕູ ຊຶ່ງໄດ້ບົ່ງບອກເຖິງຄວາມສັກສິດ ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ໂດຍຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາຊະນະ ຝ່າຍພະນັກງານລັດຖະກອນໄດ້ ປີນັ້ນບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ທ່ວງທ່າທີດີຂຶ້ນ ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມບູນພູນສຸກ.


ງານບຸນນະມັດສະການພະທາດຫຼວງວຽງຈັນ ໃນທຸກໆປີ ກໍຄືມື້ສຸດທ້າຍ ຄືມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຕອນເຊົ້າມີພິທີໃສ່ບາດແລ້ວ ໃນຕອນບ່າຍເພິ່ນຈະຈັດການເສັງຕີຄີ (ແຂ່ງຂັນກິລາຕີຄີ) ຂຶ້ນໃນເວລາ 12:30 ໂມງ ຂອງວັນທີ 27 ພະຈິກ 2023 ຢູ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ລະຫວ່າງ ຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ, ພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ກ່ອນການແຂ່ງຂັນ ຈະມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫຼວງ 3 ຮອບ ກວານຈ້ຳປະຈຳບ້ານທາດຫຼວງ ໄດ້ພາຄະນະຝ່າຍພະນັກງານ ແລະ ຝ່າຍປະຊາຊົນ ຂຶ້ນໄປຄາຣະວະ ຂາບໄຫວ້ ບອກກ່າວ ຈາກນັ້ນແຫ່ຂະບວນເພື່ອນຳໄປທີ່ລານເດີ່ນພະທາດຫຼວງ ຊຶ່ງແບ່ງອອກເປັນ 2 ຝ່າຍຄື: ຝ່າຍຂອງປະຊາຊົນ ແລະ ຝ່າຍຂອງພະນັກງານ-ລັດຖະກອນ ໂດຍໃຊ້ເວລາການແຂ່ງຂັນອອກເປັນ 2 ເວລາ ຄື ເວລາທຳອິດ 25 ນາທີ ແລະ ເວລາຫຼັງ 25 ນາທີ ສ່ວນຈຳນວນຂອງແຕ່ລະຝ່າຍປະມານ 20-25 ຄົນ.

ຜ່ານການແຂ່ງຂັນຜົນປາກົດວ່າ: ຝ່າຍຂອງປະຊາຊົນ ສາມາດເອົາຊະນະ ຝ່າຍຂອງເຈົ້າໜ້າທີ່ທາງການ ໄປໄດ້ 6-5 ປະຕູ ຊຶ່ງໄດ້ບົ່ງບອກເຖິງຄວາມສັກສິດ ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ໂດຍຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາ ຊະນະ ຝ່າຍພະນັກງານ-ລັດຖະກອນໄດ້ ບ້ານເມືອງ ຈະຢູ່ເຢັນເປັນສຸກ ຊຶ່ງໝາຍເຖິງການແຂ່ງຂັນຕີຄີ ຝ່າຍປະຊາຊົນຍັງເຂັ້ມແຂງ ສາມາດເອົາຊະນະ ຝ່າຍພະນັກງານ ເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ທ່ວງທ່າທີດີຂຶ້ນ ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມ ບູນພູນສຸກ ຜົນຜະລິດຈຶ່ງອຸດົມດັ່ງນີ້ແລ.

ແນວໃດກໍຕາມ, ເມື່ອການແຂ່ງຂັນຕີຄີສຳເລັດແລ້ວ ກໍໄດ້ແຫ່ລູກຄີກັບຄືນ ແລະ ອັນເຊີນລູກຄີໄວ້ບ່ອນເກົ່າ ເມື່ອກ່ອນຕອນທີ່ປະເທດລາວເຮົາຍັງເປັນພຣະຣາຊອານາຈັກລາວນັ້ນ ບຸນນະມັດສະການພະທາດຫຼວງແຫ່ງນີ້ ເພິ່ນຍັງຈັດໃຫ້ມີການແຂ່ງມ້າ-ແຂ່ງຊ້າງ ຍັງມີກິລາຕີໝໍ້, ຫຼິ້ນໝາກເດິ, ຫຼິ້ນໝາກຜີຕາແຕກ, ເຊືອກດຶງແອວ, ເສັງກອງ ລຳເລື່ອງ ຂັບລຳ ແລະ ອື່ນໆ ເພື່ອຄົບງັນ ສ່ວນອາຫານການກິນ ກໍຈະມີເຂົ້າຫຼາມ, ປີ້ງໄກ່, ເຂົ້າປຸ້ນ, ເຂົ້າປ່ານ, ເຂົ້າຕົ້ມ ແລະ ເຂົ້າໃໝ່ ບັນດາປະເພນີທີມີການເສັງ (ແຂ່ງຂັນ) ດັ່ງກ່າວທີ່ເວົ້າມານີ້ມາຮອດປັດຈຸບັນ ຍັງເຫຼືອແຕ່ເສັງຕີຄີ (ປັດຈຸບັນເອີ້ນວ່າ ການແຂ່ງຂັນກິລາຕີຄີ) ຊຶ່ງລູກຄີ ແມ່ນເຮັດດ້ວຍເຫງົ້າໄມ້ໄຜ່ຕັນ ທາສີຄຳ ແລະ ໄມ້ຄີນັ້ນ ແມ່ນເຮັດດ້ວຍໄມ້ໄຜ່ທີ່ທາສີແບ່ງອອກເປັນ 2 ຝັ່ງ ຄື: ທາສີຄຳ ແລະ ທາສີເງິນ.

ຂ່າວໂດຍ: ສົງການ ພັນແງພດີ