ປິດສາກເທັນນິດ ເບຍລາວ ໂອເພັນ 2023 ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ບໍລິສັດ ເບຍລາວ ຄົບຮອບ 50 ປີ

ສະໂມສອນ ເທັນນິດ ວຽງຈັນ ຮ່ວມກັບ ສະຫະພັນເທັນນິດແຫ່ງຊາດລາວ ຈັດການແຂ່ງຂັນກິລາເທັນນິດ ລາຍການ ເບຍລາວ ໂອເພັນ 2023 ຫຼື ລາຍການ “BeerLao Open 2023” ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງ ບໍລິສັດ ເບຍລາວ ຈຳກັດ ຄົບຮອບ 50 ປີ ຊຶ່ງປີນີ້ມີການຊີງໄຊ 13 ລາຍການ ແຕ່ລະລາຍການມີລາງວັນຊະນະເລີດ ແລະ ຮອງຊະນະເລີດ ມີນັກກິລາເຂົ້າຮ່ວມທັງໝົດ 145 ຄົນ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າຫຼາຍກວ່າ 200 ລ້ານກີບ.
ພິທີປິດ ແລະ ມອບລາງວັນການແຂ່ງຂັນລາຍການດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 2 ທັນວາ 2023 ທີ່ສະໂມສອນເທັນນິດ ວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ຢ່າງຄຶກຄື້ນ.
ຜ່ານການແຂ່ງຂັນປະກົດວ່າ: ລາຍການທີ 1 ເຍົາວະຊົນອາຍຸລະຫວ່າງ 10-14 ປີ: ລາງວັນຊະນະເລີດ ທ້າວ ອາທິດ ຄຼັດຊິນິດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ ແລະ ກະເປົ໋າໃສ່ເຄື່ອງກິລາ ຍີ່ຫໍ້ອຸ່ນລ໊ອບ (Uunlop) 1 ໜ່ວຍ ແລະ ຮອງຊະນະເລີດ ທ້າວ ເບັນຈາມິນ ລີ (Benjamin Lee) ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1 ລ້ານກີບ; ລາຍການທີ 2 ເຍົາວະຊົນອາຍຸລະຫວ່າງ 14-18 ປີ ຊະນະເລີດ ທ້າວ ສຸລິດສັກ ຄຼັດຊິນິດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ ແລະ ຮອງຊະນະເລີດ ທ້າວ ສົມພອນ ຊົງບັນດິດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1 ລ້ານກີບ.
ສ່ວນລາຍການທີ 3 ປະເພດຄູ່ຊັອບເທັນນິດ: ຊະນະເລີດ ທ້າວ ອານັນດອນ ຄໍາພູມີ ແລະ ນາງ ກຸນນະລີ ແສງຈັນ ໄດ້ຮັບຂັນຄົນລະ 1 ໜ່ວຍ ພ້ອມເງິນລາງວັນ 1, 5 ລ້ານກີບ, ກະເປົ໋າອຸ່ນລ໊ອບ 1 ໜ່ວຍ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ແລະ ຮອງຊະນະເລີດ ທ້າວ ສະຖາພອນ ສິມມະລາວົງ ແລະ ທ້າວ ລັ່ງ ໄຊສົມບູນ ໄດ້ຮັບຂັນຄົນລະ 1 ອັນ ພ້ອມເງິນລາງວັນ 1 ລ້ານກີບ; ສ່ວນລາຍການທີ 4 ປະເພດດ່ຽວ ສາຍ ຄ (Single C): ຊະນະເລີດ ທ່ານ ພູທົງ ເຮືອງຄໍາແສນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ ແລະ ໃຫ້ພັກຟຣີ 1 ຄືນ ທີ່ວຽງທາລາ ຣີສອດ ແລະ ຮອງຊະນະເລີດ ທ່ານ ສັນຕິສຸກ ວາລິນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1 ລ້ານກີບ ແລະ ບັດລ້າງລົດ ຈາກ Born To B Car care ບໍ່ເສຍຄ່າຈໍານວນ 10 ຄັ້ງ.
ລາຍການທີ 5 ປະເພດດ່ຽວ ສາຍ ຂ (Single B): ຊະນະເລີດ ທ່ານ ຈໍານຽນ ສີຫາວົງ ໄດ້ຮັບຂັນຄົນລະ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ, ບັດລ້າງລົດ ຈາກ Born To B Car care ບໍ່ເສຍຄ່າ 10 ຄັ້ງ ແລະ ສາຍໄມ້ເທັນນິດ ຍີ່ຫໍ້ Dunlop 1 ກໍ້ ແລະ ຮອງຊະນະເລີດ ທ່ານ ອານັນດາ ຄໍພູມີ ໄດ້ຮັບຂັນຄົນລະ 1 ອັນ ພ້ອມເງິນລາງວັນ 1 ລ້ານກີບ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 5 ຄັ້ງ; ລາຍການທີ 6 ຊະນະເລີດ ທ່ານ ສົມກຽດ ຮາມາສູດ ແລະ ທ່ານ ນາງ ພອນສະໄໝ ແລະ ຮອງຊະນະເລີດ ທ່ານ ອ່າງຄໍາ ອິນທະວົງ ແລະ ນາງ ມະໄລທອງ ສິມມະລາວົງ; ລາຍການທີ 7 ປະເພດຄູ່ ອາຍຸລວມ 75 ປີ ຂຶ້ນໄປ ຊະນະເລີດ ທ່ານ ວົງສະຫວັດ ຈັນຊົມພູ ແລະ ທ່ານ ເຈເລມີ້ (Jeremy) ແລະ ຮອງຊະນະເລີດ ທ່ານ ແອັກເຊວ (Axel) ແລະ ທ່ານ ຈໍານຽນ ສີຫາວົງ; ລາຍການທີ 8 ປະເພດຄູ່ ຂ (Double B): ຊະນະເລີດ ທ່ານ ສົມໃຈ ພະພິທັກ ແລະ ທ່ານ ອາລິຍະ ແລະ ຮອງຊະນະເລີດ ທ່ານ ອາໂນລົງ ທໍາມະວົງ ແລະ ທ່ານ ທຣານ ທັງລອຍ (Tran Thangloi).
ລາຍການທີ 9 ປະເພດຄູ່ ຄ (Double C): ຊະນະເລີດ ທ່ານ ຂັນທະພູວຽງ ໄຊຍະບຸນທະວົງ ແລະ ທ່ານ ສີສັດ ທະສາ ແລະ ຮອງຊະນະເລີດ ທ່ານ ແສນທະຫວັດ ປະສົມສຸກ ແລະ ທ່ານ ສັນຕິສຸກ ວາລິນ; ລາຍການທີ 10 ປະເພດຄູ່ ອາຍຸລວມ 90 ປີ ຂຶ້ນໄປ: ຊະນະເລີດ ທ່ານ ວັນນະເສົາ ຊຸມພົນພັກດີ ແລະ ທ່ານ ອິນທະນູ ເດືອນສະຫວັນ ແລະ ຮອງຊະນະເລີດ ທ່ານ ອາໂນລົງ ແລະ ທ່ານ ເລີ້ຍ; ລາຍການທີ 11 ປະເພດຄູ່ ອາວຸໂສ ສາຍຸ 60 ປີຂຶ້ນໄປ: ຊະນະເລີດ ທ່ານ ດາວວີ ສີນົນ ແລະ ທ່ານ ໂທນີ້ ແລະ ຮອງຊະນະເລີດ ທ່ານ ສັນທະນູວຽງ ໄຊຍະບຸນທະວົງ ແລະ ທ່ານ ຜາຕິສັກ ໂພສະນາລັກ. ສຳລັບຂອງຂວັນລາງວັນສຳລັບລາງວັນຊະນະເລີດ ແລະ ລາງວັນຮອງຊະນະເລີດ ນັບແຕ່ລາຍການທີ 6 ຫາ ລາຍການທີ 11 ແມ່ນໄດ້ຄືກັນ ໂດຍຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1,5 ລ້ານກີບ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 10 ຄັ້ງ. ສ່ວນ ຮອງຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1 ລ້ານ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 5 ຄັ້ງ.
ລາຍການທີ 12 ປະເພດດ່ຽວທົ່ວໄປ (Single A): ຊະນະເລີດ ທ້າວ ສະຖາພອນ ສິມະລາວົງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ ແລະ ຮອງຊະນະເລີດ ທ້າວ ວິທະຍາ ຣາຊາວະດີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ; ລາຍການທີ 13 ປະເພດຄູ່ທົ່ວໄປ (Double A): ຊະນະເລີດ ທ້າວ ສະຖາພອນ ສິມມະລາວົງ ແລະ ທ້າວ ໄຊສະຫວັດ ຈັນຊົມພູ ໄດ້ຮັບຂັນຄົນລະ 1 ໜ່ວຍ ພ້ອມເງິນລາງວັນ 4 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ ແລະ ຮອງຊະນະເລີດ ທ້າວ ອານັນດາ ຄໍາພູມີ ແລະ ທ້າວ ສົມພອນ ຊົງບັນດິດ ໄດ້ຮັບວັນຄົນລະ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ ແລະ ກະເປົ໋າໃສ່ເຄື່ອງ ຍີ່ຫໍ້ Dunlop 1 ໜ່ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
