ປະທານ ມັດສະດາ ລາວ ຢືນຢັນສືບຕໍ່ສ້າງຝັນໃຫ້ເດັກນ້ອຍ ກ້າວສູ່ນັກກິລາອາຊີບ

ປະທານສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ທ່ານ ທິບພະເນດ ແກ້ວມະນິວົງ ຢືນຢັນຈະສືບຕໍ່ສົ່ງເສີມການພັດທະນາເດັກນ້ອຍລາວ ໂດຍສະເພາະແມ່ນນັກກິລາເຍົາວະຊົນພາຍໃນສະໂມສອນ ເພື່ອປັ້ນເຂົາເຈົ້າກ້າວໄປສູ່ຄວາມໄຝ່ຝັນຢາກເປັນນັກກິລາລະດັບອາຊີບ ກໍຄື ກ້າວໄປສູ່ລະດັບທີມຊາດໃນອະນາຄົດ ໃນປີ 2024 ຈະນຳພາໄປເຄື່ອນໄຫວຊອກຫາປະສົບການຢູ່ນອກປະເທດ ໂດຍການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ເປັນຕົ້ນແມ່ນລາຍການ ແຊ໋ມຊົນແຊ໋ມ ແຫ່ງປະເທດໄທ ພ້ອມທັງຈະຈັດແຂ່ງຂັນ 3 ລາຍການໃຫຍ່ ພາຍໃນປະເທດອີກດ້ວຍ.
ທ່ານ ທິບພະເນດ ແກ້ວມະນິວົງ ປະທານສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC ທັງເປັນປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ MAZDA ພຽງຜູ້ດຽວໃນ ສປປ ລາວ ໃຫ້ສຳພາດວ່າ: ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ໄດ້ສ້າງຕັ້ງຂຶ້ນມາແຕ່ປີ 2006 ແລະ ໄດ້ເລີ່ມກໍ່ສ້າງເດັກນ້ອຍໃນຊຸດນີ້ເປັນເວລາ 6 ປີຜ່ານມາ ສຳລັບຜົນງານແມ່ນສາມາດຄວ້າແຊ໋ມໄດ້ຫຼາຍລາຍການ ທັງພາຍໃນ ແລະ ນອກປະເທດ ໂດຍສະເພາະຜົນງານທີ່ໂດດເດັ່ນ ເມື່ອປີ 2022 ຜ່ານມາ ສາມາດຄອງແຊ໋ມລາຍການ ນານາຊາດ ທີ່ປະເທດມາເລເຊຍ ໂຄງການ ລາລິກາ ທີ່ປະເທດແອັດສະປາຍ (ສະເປນ) ຈັດຂຶ້ນເພື່ອຄົ້ນຫານັກກິລາດີເດັ່ນ ໃນຮຸ່ນ 12 ປີໄປຮ່ວມໂຄງການທີ່ປະເທດແອັດສະປາຍ ແລະ ລາຍການ ແຊ໋ມຊົນແຊ໋ມ ປະເທດໄທ ທີ່ແຂວງຊຽງລາຍ ທັງສອງລາຍການ ແລະ 2023 ກໍສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ກວາດແຊ໋ມໄດ້ຫຼາຍລາຍການ ໂດຍສະເພາະຜົນງານຫຼ້າສຸດ ແມ່ນຄອງ 2 ແຊ໋ມ ກໍຄື ທີມ ເອ ຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມນານາຊາດທີ່ບາງກອກ ປະເທດໄທ (U9 Bangkok International Super cup 2023). ສ່ວນທີມ ບີ ກໍຄວ້າແຊ໋ມ ລາຍການດິວິຊັນ 1 ຂອງລາຍການດັ່່ງກ່າວ ມາຄອງອີກດ້ວຍ.
ປະທານສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ໃຫ້ຮູ້ອີກວ່າ: ກ່ອນຈະເຂົ້າຮ່ວມແຂ່ງຂັນລາຍການ ຊີງແຊ໋ມນານາຊາດ ທີ່ບາງກອກ ປະເທດໄທ ກໍໄດ້ມີການເກັບຕົວຝຶກຊ້ອມນັກກິລາເຖິງ 2 ເດືອນ ຊຶ່ງທີມງານຄະນະຄູຝຶກໄດ້ເຮັດວຽກໜັກຊ່ວຍກັນແກ້ໄຂຈຸດຜິດພາດຈາກລາຍການ ແຊ໋ມຊົນແຊ໋ມ ແຫ່ງປະເທດໄທ ທີ່ແຂວງຊຽງລາຍ ຊຶ່ງຜົນຕອບຮັບກໍຄືໄດ້ແຊ໋ມ ແລະ ສຳຄັນທີ່ສຸດ ໄດ້ສ້າງປະສົບການໃຫ້ເດັກນ້ອຍທຸກຄົນ ທັງທີມ ເອ ແລະ ທີມ ບີ ສ້າງຂວັນກຳລັງໃຈໃຫ້ສະໂມສອນ ເພື່ອກ້າວເຂົ້າສູ່ຮຸ່ນອາຍຸ 10 ປີ ຫຼື U10 ໃນປີໜ້າ 2024 ເພາະພວກເຮົາມີແຜນເຄື່ອນໄຫວ ຈະສືບຕໍ່ເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ໆ ທີ່ປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທ ໃນທ້າຍເດືອນມັງກອນ 2024 ຈະມີແຜນເຂົ້າຮ່ວມແຂ່ງຂັນທີ່ແຂວງຊຽງໄໝ່ ແລະ ຈະສືບຕໍ່ພັດທະນາເດັກນ້ອຍເຮົາຢ່າງຕໍ່ເນື່ອງ ໂດຍການເຂົ້າຮ່ວມແຂ່ງຂັນລາຍການ ແຊ໋ມຊົນແຊ໋ມ ປະເທດໄທ ຫຼື ລາຍການ 108 ແລະ ອີກຫຼາຍລາຍການຈົນຮອດທ້າຍປີດັ່ງກ່າວ.
ທ່ານ ທິບພະເນດ ແກ້ວມະນິວົງ ບອກຕື່ມອີກວ່າ: ສ່ວນແຜນເຄື່ອນໄຫວພາຍໃນປະເທດ ຍັງຈະສືບຕໍ່ຈັດການແຂ່ງຂັນ ລາຍການ Mazda Challenge Cup 2024, ລາຍການ Mazda Youth League 2024 ແລະ ລາຍການ Radar Super Cup 2024 ພິເສດສຸດຂ້າພະເຈົ້າຕ້ອງຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ແຟນບານທຸກໆທ່ານ ກໍຄື ເອັບຊີ ໂດຍສະເພາະຜູ້ສະໜັບສະໜູນທີ່ຊ່ວຍເປັນກຳລັງໃຈ ສົ່ງແຮງເຊຍ ແຮງກາຍ ແລະ ແຮງໃຈ ໃຫ້ເດັກນ້ອຍຂອງສະໂມສອນພວກເຮົາຕໍ່ໄປ ແລະ ທີ່ຂາດບໍ່ໄດ້ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ແລະ ບັນດາສະປອນເຊີ ທີ່ໃຫ້ການຊ່ວຍເຫຼືອເອື້ອອຳນວຍຄວາມສະດວກທຸກຢ່າງໃນທຸກລາຍການ ທັງພາຍໃນ ແລະ ນອກປະເທດ ຂອງສະໂມສອນເຮົາ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ






