Skip to main content

ສາລະວັນ ເຈົ້າພາບ ກຳນົດເອົາ 12 ປະເພດກິລາ ບັນຈຸເຂົ້າໃນງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ປີ 2024

10/01/2024

ແຂວງສາລະວັນ ເຈົ້າພາບ ໄດ້ກຳນົດເອົາ 12 ປະເພດກິລາ ປະກອບມີ ກິລາມວຍ, ບານເຕະ, ບານສົ່ງ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ໝາກແລ້, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ ແລະ ແລ່ນ-ລານ ບັນຈຸເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024.
ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ປະທານສະມາຄົມກິລາ-ກາຍະກຳແຂວງ, ຮອງປະທານຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ມີທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງປະທານສະມາຄົມກິລາ-ກາຍະກໍາແຂວງ, ກໍາມະການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທາງເທົ່າ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງກຳມະການຝ່າຍຕ່າງໆ, ກອງເລຂາກະກຽມຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຈາກກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.


ໃນພິທີ, ທ່ານ ສິລິສັກ ຖະໜອມຮັກ ໄດ້ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ສະບັບເລກທີ 03/ຄຈກຊ.VII, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ຊຶ່ງມີ 10 ກໍາມະການ ຄື: ກໍາມະການກອງເລຂາ, ກໍາມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະ ລະດົມທຶນ, ກຳມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງ, ກຳມະການທີ່ພັກ, ອາຫານ, ການຂົນສົ່ງ ແລະ ປະດັບປະດາ, ກຳມະການພິທີການ, ຕ້ອນຮັບ ແລະ ຍ້ອງຍໍ, ກຳມະການໂຄສະນາປະຊາສຳພັນ, ກຳມະການແພດ ແລະ ປະຖົມພະຍາບານ ແລະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງແຂວງສາລະວັນ ສະບັບເລກທີ 775/ຈຂ.ສວ. ລົງວັນທີ 12 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງສະຫະພັນກິລາ-ກາຍະກຳ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ສະຫະພັນກິລາປະເພດຕ່າງໆ ປະກອບມີ: ສະຫະພັນກິລາມວຍ, ບານເຕະ, ບານສົ່ງ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ໝາກແລ້, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ ແລະ ແລ່ນ-ລານ.

ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ບໍ່ວ່າຈະພາກລັດ-ວິສາຫະກິດ ປະຊາຊາຊົນ ຕະຫຼອດຮອດ ແຕ່ລະອະນຸກຳມະການ ທີ່ໄດ້ແບ່ງຄວາມຮັບຜິດ-ຮັບຊອບຕາມຄວາມສາມາດ ສ້າງແຜນວຽກ-ແຜນງົບປະມານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ, ຕ້ອງກຽມຈິດ-ກຳລັງ ເພື່ອຕ້ອນຮັບ, ເປັນເຈົ້າພາບທີ່ດີ ໃນນາມແຂວງສາລະວັນເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເພດ ຄັ້ງທີ VII ປີ 2024. ແຕ່ລະອະນຸກຳມະການຮັບຜິດຊອບ ຕ້ອງປະສານພົວພັນ ແລະ ລາຍງານເປັນແຕ່ລະໄລຍະ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງທຸກເງື່ອນໄຂໃຫ້ມີຄວາມສະດວກ, ຄວາມປອດໄພ ຕະຫຼອດຮອດສຸຂະພາບ.

ພາບ-ຂ່າວ: ລັດຕະນາ ແສງສຸວັນ