Skip to main content

ຈັດທຣຳ ແຊ໋ມເກົ່າ ແຊງຊະນະ ຄີແຣນ ວິວສັນ ຜ່ານເຂົ້າຮອບ 2 ສະນຸກເກີ ມາດເຕີ 2024

10/01/2024

ການແຂ່ງຂັນກິລາສະນຸກເກີ ມາດເຕີ ປະຈຳປີ 2024 ຮອບທຳອິດ ຈັດທຣຳ ແຊ໋ມເກົ່າ ທັງເປັນມື 2 ຂອງໂລກ ຈາກເຈົ້າພາບ ອັງກິດ ແຊງຊະນະ ຄີແຣນ ວິວສັນ ມື 9 ຂອງໂລກ ເພື່ອນຮ່ວມຊາດ 6-5 ເຟຣມ ຕາມຫຼັງກ່ອນ 3 ເຟຣມ ເຮັດໃຫ້ຈັດທຣຳ ເຂົ້າສູ່ຮອບທີ 2 ຫຼື ຮອບ 8 ຄົນສຸດທ້າຍ ໄປພົບກັບ ອາລີ ຄາເຕີ ມື 11 ຂອງໂລກເພື່ອນຮ່ວມຊາດ ທີ່ເອົາຊະນະ ມາກ ວິນລຽມ ມື 8 ຂອງໂລກຈາກເວວ ຮອງແຊ໋ມປີຜ່ານມາ 6-4 ເຟຣມ.

Photo: World Snooker Tour