ເອັນແອນເອັນ ຄອງແຊ໋ມເຕະບານ ຢູ-45 ລາວ-ໄທ 2024 ທີ່ແຂວງອຸດອນທານີ
22/01/2024

ສະໂມສອນ ເອັນແອນເອັນ ເອັບຊີ ນຳໂດຍທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ເອັບຊີ ທັງເປັນຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ສະເພາະໃນຮອບ 4 ທີມ ສາມາດລົ້ມທີມຍັກໃຫຍ່ ສະໂມສອນ ປະສານໃຈ ເອັບຊີ ຈາກສປປ ລາວ ດ້ວຍກັນ 1-0 ປະຕູ ກ່ອນ ຈະປາບ ທີມລວມເພື່ອນລາດສະພັດ ຈາກໄທ ໃນຮອບຊີງຊະນະເລີດ 2-1 ແຈ້ງເກີດ ຄວ້າແຊ໋ມການແຂ່ງຂັນເຕະບານ 8 ຄົນ ຫຼື 7 ຮັບ 1 ລາຍການ ຢູ-45 ມິດຕະພາບ ລາວ-ໄທ ຊີງຂັນສະໜາມກິລາຊ້າງເຜືອກ ຊິຕີ ພ້ອມເງິນລາງວັນ 6 ລ້ານກີບ ຫຼື ສະກຸນເງິນບາດ 10.000 ບາດ ໄປຄອງ.
ລາຍການດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 20 ມັງກອນ 2024 ທີ່ສະໜາມກິລາບານເຕະຊ້າງເຜືອກ ຊິຕີ ທີ່ແຂວງອຸດອນທານີ ປະເທດໄທ ຊຶ່ງມີ 15 ພາກສ່ວນເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີມຊະນະຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປຊຶ່ງມາຈາກສປປ ລາວ ມີ 3 ທີມເຂົ້າຮ່ວມ ປະກອບມີ ສະໂມສອນ ປະສານໃຈ, ສະໂມສອນ ພໍ່ບ້ານຂາເລາະ ແລະ ສະໂມສອນ ເອັນແອນເອັນ ເອັບຊີ ສ່ວນອີກ 12 ທີມແມ່ນມາຈາກບັນດາແຂວງອ້ອມຂ້າງແຂວງອຸດອນທານີເຂົ້າຮ່ວມ.
ສຳລັບ 15 ພາກສ່ວນເຂົ້າຮ່ວມແຂ່ງຂັນ ແບ່ງອກປເປັນ 4 ກຸ່ມ ກໍຄື ກຸ່ມ ເອ, ກຸ່ມ ບີ, ກຸ່ມ ຊີ ແລະ ກຸ່ມ ດີ ປະກອບມີ ກຸ່ມ ເອ ທີມອຸດອນ ຊິຕີ ທີມບີ, ນາຊ່າ ອັບຊີ, ລວມເພື່ອນລາດສະພັດ, ເອັນແອນເອັນ ເອັບຊີ. ກຸ່ມ ບີ ອບຕ ນາຊ່າ ເອັບຊີ, ມາດ້າມ ນຸດ ເອັບຊີ, ເພື່ອນຮອງນຸ, ອຸດອນ ຊິຕີ ທີມເອ ສ່ວນກຸ່ມ ຊີ ໜອງຄາຍ ຢູໄນເຕັດ, ເອັບຊີ ຄັບ, ກະເສດທອງມາສານຝັນ, ພໍ່ບ້ານຂາເລາະ ແລະ ກຸ່ມ ດີ ມີ ທີມສ້າງຄອມ ເອັບຊີ, ລວມເພື່ອນກາລະສິນ ແລະ ປະສານໃຈ ເອັບຊີ.
ຜ່ານການແຂ່ງຂັນຕະຫຼອດວັນຜົນປະກົດວ່າ ຄູ່ຊີງຊະນະເລີດ ລະຫວ່າງ ສະໂມສອນ ເອັນແອນເອັນ ເອັບຊີ ພົບກັບ ສະໂມສອນ ລວມເພື່ອນລາດສະພັດ ໃນເຄິ່ງເວລາທຳອິດ ທີມລວມເພື່ອນລາດສະພັດ ຍິງຈຸດໂທດຂຶ້ນນຳໄປກ່ອນ 1-0 ແຕ່ເວລາທີ່ເຫຼືອນັ້ນ ກໍເປັນຝ່າຍ ສະໂມສອນ ເອັນແອນເອັນ ເອັບຊີ ທີ່ສາມາດເຂັ່ນຟອມເກັ່ງໄລ່ແຊງເອົາຊະນະ ໄປແບບຫວຸດຫວິດ 2-1 ຄວ້າແຊ໋ມການແຂ່ງຂັນເຕະບານ 8 ຄົນ ລາຍການ ຢູ-45 ມິດຕະພາບ ລາວ-ໄທ ຊີງຂັນສະໜາມກິລາຊ້າງເຜືອກ ຊິຕີ ພ້ອມເງິນລາງວັນ 6 ລ້ານກີບ ໄປຄອງ ສ່ວນອັນດັບທີ 2 ເປັນຂອງ ສະໂມສອນ ລວມເພື່ອນລາດສະພັດ ແລະ ອັນດັບທີ 3 ຮ່ວມແມ່ນເປັນຂອງ ປະສານໃຈ ເອັບຊີ ແລະ ເອັບຊີ ຄັບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
