ຊາວໜຸ່ມວິທະຍາໄລອ້ອມຂ້າງ ຄອງແຊ໋ມເຕະບານຊາຍ ແລະ ດຶງເຊືອກຍິງ ຊີງຂັນເລຂາຊາວໜຸ່ມ ສສກ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ
23/01/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ວິທະຍາໄລອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ (ສສກ) ສາມາດຄອງແຊ໋ມກິລາ 2 ປະເພດ ກໍຄື ກິລາເຕະບານຊາຍ 8 ຮັບ 1 ແລະ ກິລາດຶງເຊືອກຍິງ ລາຍການ ຊາວໜຸ່ມ 4 ຮາກຖານ ອ້ອມຂ້າງ ສສກ ຊີງຂັນສະຫາຍເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2024 ໄປຄອງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າສະເພາະແມ່ນຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະພັກແຕ່ລະຂັ້ນຂອງກະຊວງສຶກສາທິການ ແລະ ກິລາ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 20 ມັງກອນ 2024 ທີ່ສະໜາມກິລາບານເຕະຫຍ້າທຽມ ສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ສະຫາຍ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງ ສສກ, ສະຫາຍ ນາງ ວຽງແກ້ວ ພົມມະວົງ ຄະນະພັກ, ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ສສກ ທັງເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ປອ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາ ທັງເປັນຫົວໜ້າກົມປະກັນຄຸນະພາບການສຶກສາ ແລະ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກ, ເລຂາທິການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາຊາວໜຸ່ມ ສສກ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ບັນດາສະມາຊິກຊາວໜຸ່ມຈາກ 4 ຮາກຖານເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ.
ການແຂ່ງຂັນໃນຄັ້ງນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເວົ້າສະເພາະແມ່ນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນຄ້າຍວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະພັກແຕ່ລະຂັ້ນຂອງກະຊວງສຶກສາທິການ ແລະ ກິລາ.
ລາຍການນີ້ ສຳລັບກິລາເຕະບານຊາຍ ແລະ ກິລາດຶງເຊືອກຍິງ ມີປະເພດລະ 8 ທີມເຂົ້າຮ່ວມແຂ່ງຂັນ ຊຶ່ງກຳນົດໃຫ້ ຊາວໜຸ່ມ 4 ຮາກຖານ ສາມາດສົ່ງທີມເຂົ້າຮ່ວມແຂ່ງຂັນໄດ້ພາກສ່ວນ 2 ທີມ ແລະ ກິລາດຶງເຊືອກຍິງ ກໍກຳນົດແບບດຽວກັນ ແຂ່ງຂັນເສຍຕົກຮອບເລີຍ ສະເພາະເຕະບານ ກຳນົດແຂ່ງຂັນຕັ້ງລະ 30 ນາທີ ລວມສອງຕັ້ງ 60 ນາທີ ພັກພຽງຕັ້ງລະ 5 ນາທີ ຜ່ານການແຂ່ງຂັນຜົນປະກົດວ່າ ຄູ່ຊີງຊະນະເລີດ ລະຫວ່າງ ຄຊປປລ ວິທະຍາໄລ ອ້ອມຂ້າງ ສສກ ທີມ ບີ ອອກນຳໄປກ່ອນ 1-0 ແຕ່ທ້າຍເກມຖືກ ຄຊປປລ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ທີມ ເອ ໄລ່ຕີສະເໝີ 1-1 ຊຶ່ງຍັງເຫຼືອພຽງ 30 ວິນາທີ ຕ້ອງໄດ້ມາດວນຈຸດໂທດ ແລະ ກໍຍິງກັນໄປເຖິງ 10-10 ຄົນ, ໃນນັ້ນ ເປັນຝ່າຍ ຄຊປປລ ວິທະຍາໄລ ອ້ອມຂ້າງ ສສກ ທີມ ບີ ທີ່ຍິງໄດ້ແມ້ນກວ່າ ເປັນຝ່າຍເອົາຊະນະໄປແບບສຸດມັນ 8-7 ປະຕູ ຄວ້າແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນ ຄຊປປລ ມຊ ເອ ໄດ້ພຽງອັນດັບທີ 2 ແລະ ອັນດັບທີ 3 ຮ່ວມ ແມ່ນທີມ ຄຊປປລ ສຳນັກ ສສກ ທີມບີ ແລະ ຄຊປປລ ສະມາຄົມການສຶກສາເອກະຊົນ ທີມ ເອ ຂະນະທີ່ ຊະນະເລີດ ກິລາດຶງເຊືອກຍິງ ຕົກເປັນຂອງ ຄຊປປລ ວິທະຍາໄລ ອ້ອມຂ້າງ ສສກ ທີມ ເອ, ອັນດັບທີ 2 ແມ່ນ ຄຊປປລ ມຊ ເອ, ອັນດັບທີ 3 ແມ່ນຄຊປປລ ສະມາຄົມການສຶກສາເອກະຊົນ ທີມ ເອ ແລະ ອັນດັບທີ 4 ຄຊປປລ ວິທະຍາໄລ ອ້ອມຂ້າງ ສສກ ທີມ ບີ.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
