ເປີດສາກຢ່າງຟົດຟື້ນ ການແຂ່ງຂັນກິລາ ຄອບຄົວ ເບຍລາວ ປະຈຳປີ 2024 ສະຫຼອງປີທ່ອງທ່ຽວລາວ
24/01/2024

ເປີດສາກຂຶ້ນຢ່າງເປັນທາງການ ຂະບວນການເຄື່ອນໄຫວການແຂ່ງຂັນກິລາ ປະຈຳປີ 2024 ຂອງຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ໂດຍການຮ່ວມກັນຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ກັບ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ ທີ່ຫາກໍຜ່ານພົ້ນມາ ແລະ ປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ ຂະນະທີ່ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ຄວ້າແຊ໋ມການແຂ່ງຂັນລາຍການດັ່ງກ່າວໄປຄອງ.
ພິທີເປີດຂະບວນການເຄື່ອນໄຫວການແຂ່ງຂັນກິລາ ປະຈຳປີ 2024 ໃນຄັ້ງນີ້ ໄດ້ມີຂຶ້ນ ໃນວັນທີ 23 ມັງກອນ 2024 ທີ່ເດີ່ນກິລາຫຍ້າທຽມ ສາທິດ ມະຫາວິທະຍາໄລແຫ່ງຊາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນມີ ທ່ານ ພອນ ບາດແມນ (Paul Bartrman) ຜູ້ອໍານວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ທັງເປັນຜູ້ຊີນຳ 3 ອົງການຈັດຕັ້ງມະຫາຊົນ ຖວທ ນວ ແລະ ທ່ານ ສຸກສາຄອນ ສີປະເສີດ ຫົວໜ້າບັນນາທິການໜັງສືພີມສຶກສາ, ວິທະຍາສາດ ແລະ ກິລາ, ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອູ່ຊ້າງ ແສງທອງ ຜູ້ອໍານວຍການຈັດການພາກນະຄອນຫຼວງ ທັງເປັນທີ່ປືກສາ ຊີ້ນໍາສະມາຄົມສະມາຄົມ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ບັນດາສະມາຊິກຈາກພາກສ່ວນຕ່າງໆຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ກ່າວວ່າ: ການຈັດກິດຈະກໍາເຕະບານ 4 ພາກສ່ວນຄັ້ງນີ້ ກໍເພື່ອໃຫ້ມີບັນຍາກາດເບີກບານມ່ວນຊື່ນ ເປັນຂະບວນຟົດຟື້ນ ເພື່ອພ້ອມກັນສະຫຼອງການເປີດປີທ່ອງທ່ຽວລາວ 2024 ແລະ ຂໍ່ານັບຮັບຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ ທີ່ຫາກໍຜ່ານມານີ້. ເຖິງຢ່າງໃດກໍດີ, ຄືຮູ້ກັນແລ້ວວ່າ ການແຂ່ງຂັນກິລາ ຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ຈັດຂຶ້ນມາ 5 ຄັ້ງແລ້ວ ຊຶ່ງໃນແຕ່ລະຄັ້ງແມ່ນຈະຈັດແຂ່ງຂັນຫຼາຍກິດຈະກໍາຫຼາຍປະເພດກິລາ ແລະ ຕິດພັນກັບການປຸກລະດົມຂົນຂວາຍທັງວັດຖຸ ແລະ ປັດໄຈ ເພື່ອນຳໄປສົ່ງເສີມ ແລະ ຊ່ວຍເຫຼືອບັນດາພາກສ່ວນທີ່ຂາດເຂີນຫ່າງໄກສອກຫຼີກ ໂດຍສະເພາະໃນໄລຍະຜ່ານມາ ພວກເຮົາກໍຍັງໄດ້ຮ່ວມໃຈກັນ ຊ່ວຍເຫຼືອສັງຄົມ ກໍຄື ບັນດາທ້ອງຖິ່ນ ຈາກຫຼາຍແຂວງໃນຂອບເຂດທົ່ວປະເທດ.
ປີນີ້ ພວກເຮົາໄດ້ກຳນົດເອົາ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ທີມສະມາຄົມນັກທຸລະກິດຮ້ານອາຫານລາວ ນະຄອນຫຼວງວຽງຈັນ, ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວຈຳກັດ, ທີມພະແນກ ຖວທ ນວ ແລະ ທີມສື່ມວນຊົນສາຍກິລາລາວ ອ້ອມຂ້າງສູນກາງ ການແຂ່ງຂັນແມ່ນໄດ້ມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຊຶ່ງໃນຮອບທຳອິດ ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ສາມາດລ້າງຕາໄລ່ເອົາຊະນະ ທີມສື່ມວນຊົນສາຍກິລາລາວ ໄປ ແບບຫວຸດຫວິດ 3-2 ປະຕູ ສ່ວນອີກຄູ່ໜຶ່ງ ທີມສະມາຄົມນັກທຸລະກິດຮ້ານອາຫານລາວ ເອົາຊະນະ ທີມພະແນກ ຖວທ ນວ 9-5 ປະຕູ ໂຄຈອນໄປຊີງຊະນະເລີດ ພົບກັບ ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ກ່ອນຈະເປັນທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ໄລ່ເອົາຊະນະໄປແບບສຸດມ່ວນ 6-4 ປະຕູ ໄດ້ແຊ໋ມໄປຄອງ ສ່ວນຄູ່ຊີງທີ 3 ທີມສື່ມວນຊົນສາຍກິລາລາວ ສາມາດເອົາຊະນະ ທີມ ພະແນກ ຖວທ ນວ 8-6 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
