ກິລາເພາະກາຍ ຖືກບັນຈຸແຂ່ງຂັນໃນງານກິລາແຫ່ງຊາດ ເປັນຄັ້ງທຳອິດ ຫຼັງສ້າງຕັ້ງສະຫະພັນມາ 21 ກວ່າປີ
31/01/2024

ນັບວ່າເປັນຂ່າວດີຕໍ່ວົງການກິລາເພາະກາຍລາວ ໂດຍສະເພາະນັກກິລາເພາະກາຍໃນຂອບເຂດທົ່ວປະເທດ ພາຍຫຼັງທີ່ໄດ້ຮັບກຽດເປັນເຈົ້າພາບ ຈັດງານກິລາເພາະກາຍ ຊີງແຊ໋ມອາຊຽນ ຄັ້ງທີ 18 ປີ 2024 ແລະ ກໍມີຂ່າວດີຕໍ່ເນື່ອງ ເມື່ອລັດຖະບານ ເຫັນດີຮັບຮອງບັນຈຸກິລາປະເພດດັ່ງກ່າວເຂົ້າແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການ ແລະ ເປັນຄັ້ງທຳອິດໃນປະຫວັດສາດ ແລະ ເປັນການຄອງຄອຍມາເຖິງ 21 ປີ ພາຍຫຼັງມີການສ້າງຕັ້ງກິລາດັ່ງກ່າວ.
ພາຍຫຼັງທີ່ໄດ້ມີກອງປະຊຸມວຽກງານກິລາລະດັບສູງທົ່ວປະເທດ ປະຈຳປີ 2023 ແລະ ແຜນວຽກຈຸດສຸມ ປີ 2024 ຈັດຂຶ້ນ ເມື່ອບໍ່ດົນມານີ້ ກໍໄດ້ມີການປະກາດບັນຈຸກິລາ 2 ປະເພດ ກໍຄື ເພາະກາຍ ແລະ ກິລາອີ-ສະປອດ ເຂົ້າໃນການແຂ່ງຂັນງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຢ່າງເປັນທາງການ, ໃນໂອກາດດັ່ງກ່າວ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກິລາເພາະກາຍແຫ່ງຊາດລາວ ກໍໄດ້ເປີດເຜີຍຂ່າວດີໃຫ້ຊາບວ່າ: ກິລາເພາະກາຍ ໄດ້ຖືກຮັບຮອງ ແລະ ບັນຈຸເຂົ້າແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທ້າຍປີ 2025 ນີ້ ເປັນທີ່ຮຽບຮ້ອຍແລ້ວ ຊຶື່ງກ່ອນໜ້ານີ້ ສະຫະພັນກິລາເພາະກາຍແຫ່ງຊາດ ໄດ້ປັບປຸງຄະນະບໍລິຫານງານຄືນໃໝ່ ຊຸດທີ 2 ປີ 2017 ແລະ ປັບປຸງຊຸດທີ 3 ປີ 2022 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງຜ່ານມາໄດ້ມີການເຄື່ອນໄຫວແຂ່ງຂັນເພາະກາຍຊີງແຊ໋ມປະເທດລາວ ຕໍ່ເນື່ອງເລີ່ມແຕ່ປີ 2017, 2018, 2019 ແລະ 2022 ນອກຈາກນີ້ໄດ້ເຄື່ອນໄຫວອອກແຂ່ງຂັນຕ່າງປະເທດຢ່າງຕໍ່ເນື່ອງ ເຊັ່ນ: ແຂ່ງຂັນເພາະກາຍຊີງແຊ໋ມອາຊຽນ ປີ 2018, 2019, 2022, ແຂ່ງຂັນເພາະກາຍຊີງແຊ໋ມໂລກ ປີ 2018, 2019 ແລະ 2022 ທີ່ຜ່ານມາ ໂດຍສະເພາະແມ່ນຜົນງານພົ້ນເດັ່ນຄືການສ້າງປະຫວັດສາດ ຄວ້າຫຼຽນທອງ ໃນງານມະຫະກໍາກິລາຊີເກມ ຄັ້ງທີ 31 ປີ 2022 ທີ່ ສສ ຫວຽດນາມ ໂດຍ ທ້າວ ພຸດສະຫວັນ ສີຊົມພູ ນັກກິລາເພາະກາຍຊາຍ ຮຸ່ນນໍ້າໜັກບໍ່ເກີນ 70 ກິໂລກຣາມ.
ທ່ານ ຄໍາພະໄພວັນ ວົງໄຊ ກ່າວໃຫ້ຮູ້ຕື່ມອີກວ່າ: ສໍາລັບປີ 2024 ຍັງຈະມີລາຍການໃຫຍ່ຄັ້ງປະຫວັດສາດອີກງານ ຄື: ການເປັນເຈົ້າພາບແຂ່ງຂັນເພາະກາຍຊີງແຊ໋ມອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຄັ້ງທີ 18 ທີ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 16-20 ພຶດສະພາ 2024 ແລະ ແຂ່ງຂັນເພາະກາຍຊີງແຊ໋ມປະເທດລາວ ໃນເດືອນກັນຍາ 2024 ທີ່ຈະມາເຖິງນີ້ ຕໍ່ຜົນງານ ແລະ ການໄດ້ຮັບໂອກາດດດັ່ງກ່າວ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງການນໍາພັກ-ລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ ເວົ້າສະເພາະແມ່ນກົມກິລາລະດັບສູງ ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ທີ່ໃຫ້ຄວາມສໍາຄັນບັນຈຸກິລາເພາະກາຍເຂົ້າເປັນ 1 ໃນ 34 ປະເພດກິລາແຂ່ງຂັນ, ການບັນຈຸກິລາເພາະກາຍເຂົ້າໃນກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ປີ 2025 ນີ້ ມີຄວາມໝາຍຄວາມສໍາຄັນ ຕໍ່ການພັດທະນານັກກິລາເພາະກາຍ ສູນອອກກຳລັງກາຍທົ່ວປະເທດໃຫ້ຫຼາຍຂຶ້ນ ແລະ ເພື່ອຄວາມຍືນຍົງຂອງການພັດທະນາກິລາເພາະກາຍ ສາມາດພັດທະນານັກກິລາທີມຊາດ ສາມາດຈະສ້າງຜົນສຳເລັດ ແລະ ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ໃນເວທີສາກົນໃນອະນາຄົດ ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
