Skip to main content

ວີໄອພີ ໄອເອັມຊີ ຊະນະ ແສງສະຫວັນ 3-2 ຄວ້າແຊ໋ມ ເຕະບານ ມິດຕະພາບ 4 ມ່ວນ ໂອກາດຕ້ອນຮັບພີ່ນ້ອງເຊື້ອຊາດລາວ ຈາກສະຫະລັດອາເມຣິກາ

07/02/2024

ທີມວີໄອພີ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ໄອເອັມຊີ ຢູໄນເຕັດ ກະຊວງສຶກສາທິການ ແລະ ກິລາ ຄອງແຊ໋ມການເເຂ່ງຂັນເຕະບານ ມິດຕະພາບ 4 ພາກສ່ວນ ຫຼັງໃນຮອບຊີງຊະນະເລີດ ສາມາດບຽດເອົາຊະນະ ທີມວີໄອພີ ແສງສະຫວັນ ໄປໄດ້ແບບຫວຸດຫວິດ 3-2 ປະຕູ ເນື່ອງໃນໂອກາດຕ້ອນຮັບຂະບວນພີ່ນ້ອງຄົນເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ ແລະ ກັບຄືນມາເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກ ໃຫ້ມີຄວາມຈະເລີນຮຸ່ງເຮືອສີວິໄລ ທັງເປັນການແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຄຶກຄື້ນ.


ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ໃນວັນທີ 6 ກຸມພາ 2024 ທີ່ສະໜາມກິລາສະຖາບັນສຶກສາ ແສງສະຫວັນ ວິທະຍາເຂດຫຼັກ 21 ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີ ທ່ານ ບຸນຕາ ເທບພະວົງ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ທ່ານ ປອ ຄໍາເເສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ປະທານສະມາຄົມການສຶກສາພາກເອກະຊົນ ທັງເປັນປະທານກຸ່ມການສຶກສາແສງສະຫວັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຮັກສາການຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຖາວອນ ຊະນະຂຸນເພັດ ຫົວໜ້າຄະນະນໍາພີ່ນ້ອງເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ຕະຫຼອດຮອດນັກກິລາ ແລະ ກອງເຊຍແຕ່ລະພາກສ່ວນ ເຂົ້າຮ່ວມຢ່າງຟົດຟື້ນ.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອຮັດເເໜ້ນຄວາມສາມັກຄີຮັກເເພງລະຫວ່າງພີ່ນ້ອງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສະຫະລັດອາເມຣິກາ ຮ່ວມກັບ ສະມາຄົມການສຶກສາພາກເອກະຊົນ. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ ແລະ ກັບຄືນມາເບີ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກ ໃຫ້ມີຄວາມຈະເລີນຮຸ່ງເຮືອສີວິໄລ ທັງເປັນການແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຄຶກຄື້ນ. ຊຶ່ງລາຍການນີ້ ມີ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ທີມວີໄອພີ ໄອເອັມຊີ ຢູໄນເຕັດ, USA-LAO Selection TEAM, ສະພາແຫ່ງຊາດ ແລະ ກຸ່ມການສຶກສາ ແສງສະຫວັນ ໂດຍມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາທີມຊະນະ ຜ່ານເຂົ້າຮອບຊີງຊະນະເລີດ ສ່ວນທີມທີ່ເສຍໄປຊີງອັນດັບທີ 3.

ຜ່ານການແຂ່ງຂັນ ຄູ່ຊີງຊະນະເລີດ ລະຫວ່າງ ທີມວີໄອພີ ໄອເອັມຊີ ຢູໄນເຕັດ ແລະ ທີມວີໄອພີ ແສງສະຫວັນ ເຈົ້າພາບ ຜົນປະກົດວ່າ ທີມວີໄອພີ ໄອເອັມຊີ ຢູໄນເຕັດ ສາມາດໄລ່ເອົາຊະນະ ໄປແບບຫວຸດ 3-2 ປະຕູ ຄວ້າແຊ໋ມໄປຄອງ ສ່ວນກຸ່ມການສຶກສາ ແສງສະຫວັນ ໄດ້ອັນດັບທີ 2, ອັນດັບທີ 3 ທີມ USA-LAO Selection TEAM ແລະ ອັນດັບທີ 4 ສະພາແຫ່ງຊາດ.

ສຳລັບການມາຢ້ຽມຢາມ ສປປ ລາວ ຂອງພີ່ນ້ອງຄົນເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ໃນໄລຍະເກືອບ 1 ເດືອນ ມີທັງໝົດ 50 ກວ່າທ່ານ ຊຶ່ງໃນເບື້ອງຕົ້ນຂອງການມາຢ້ຽມຢາມບ້ານເກີດເມືອງນອນ ກໍໄດ້ໄປຊ່ວຍເຫຼືອເດັກນ້ອຍຄົນພິການລາວ, ຮ່ວມແຂ່ງຂັນເຕະບານ 11 ຄົນ ມິດຕະພາບກັບ ສະມາຄົມການສຶກສາພາກເອກກະຊົນ, ຮ່ວມແຂ່ງຂັນເຕະບານ 9 ຄົນ ລາຍການ 4 ມ່ວນສາມັກຄີ ທີ່ກຸ່ມການສຶກສາແສງສະຫວັນ ເປັນເຈົ້າພາບ ກ່ອນຈະໄປທ່ອງທ່ຽວທີ່ແຂວງຫຼວງພະບາງ ຫຼັງຈາກນັ້ນກໍຍັງມີແຜນຈະເດີນທາງໄປທ່ອງທ່ຽວແຂວງພາກໃຕ້ ສປປ ລາວ ໂດຍສະເພາະແມ່ນແຂວງຈຳປາສັກ.

ຂ່າວໂດຍ: ສົງການ ພັນແພງດີ