ສະໜາມກິລາ ຮອງຮັບພິທີເປີດ-ປິດ ງານກິລານັກຮຽນທົ່ວປະເທດ ຄັ້ງທີ Vll ຄາດຈະສຳເລັດ ເດືອນສິງຫານີ້
16/02/2024

ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ແຂວງສາລະວັນ ເຈົ້າພາບ ຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລະຫວ່າງວັນທີ 13-22 ທັນວາ 2024 ລົງຕິດຕາມການກໍ່ສ້າງສະໜາມກິລາບານເຕະແຂວງສາລະວັນ ຊຶ່ງຈະນຳໃຊ້ຮອງຮັບພິທີເປີດ-ປິດງານກິລາດັ່ງກ່າວ ຄາດວ່າຈະກໍ່ສ້າງສຳເລັດສົມບູນແລ້ວກ່ອນງານຈະເລີ່ມ ໃນເດືອນສິງຫາ 2024 ນີ້.
ພາຍຫຼັງທີ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ເພື່ອກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ສຳເລັດລົງໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ ວິທະຍາໄລຄູ ສາລະວັນ ແຂວງສາລະວັນ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້ແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະຮັບຜິດຊອບຈັດງານດັ່ງກ່າວໄດ້ລົງຕິດຕາມໂຄງການກໍ່ສ້າງສະໜາມກິລາແຂວງສາລະວັນ ເພື່ອກຽມນຳໃຊ້ເຂົ້າໃນພິທີເປີດ-ປິດງານກິລາດັ່ງກ່າວ.
ໂອກາດນີ້, ທ່ານ ອາກັງ ຈຸຈິກັງ ປະທານບໍລິສັດ ອິນທະສິດ ກໍ່ສ້າງ ຜູ້ຮັບເໝົາ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງແຫ່ງນີ້ມີເນື້ອທີ່ທັງໝົດ 7 ເຮັກຕ້າປາຍ ຊຶ່ງບໍລິສັດ ອິນທະສິດ ກໍ່ສ້າງ ຂອງພວກເຮົາໄດ້ຮັບເໝົາທັງໝົດ 3 ໂຄງການ ກໍຄື ກໍ່ສ້າງສະໜາມກິລາແຂວງ, ກໍ່ສ້າງອັດສະຈັນບ່ອນຊົມ-ເຊຍ ແລະ ກໍ່ສ້າງຫ້ອງນໍ້າ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017 ແຕ່ຍ້ອນພົບກັບບັນຫາຄວາມຫຍຸ້ງຍາກທາງດ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງໄດ້ໂຈະໂຄງການໄວ້ກ່ອນ ແລະ ທາງລັດຖະບານ ກໍຄື ຄະນະນຳແຂວງສາລະວັນ ໃຫ້ສືບຕໍ່ກໍ່ສ້າງ 3 ໂຄງການດັ່ງກ່າວ ເລີ່ມລົງມືກໍ່ສ້າງມາແຕ່ເດືອນພະຈິກ 2023 ເປັນຕົ້ນມາ ໂດຍອີງໃສ່ຕາມແຜນດຳເນີນງານແມ່ນກຳນົດຈະໃຫ້ສຳເລັດສົມບູນແບບທັງໝົດແມ່ນເດືອນສິງຫາ 2024 ນີ້. ສຳລັບສະໜາມກິລາດັ່ງກ່າວ ສະເພາະອັດສະຈັນບ່ອນນັ່ງ ຊຶ່ງມີທັງໂຊນວີໄອພີ ແລະ ກອງເຊຍ ສາມາດບັນຈຸຜູ້ຊົມໄດ້ເຖິງໜຶ່ງພັນກວ່າຄົນ ໂດຍສັນຍາໃນເບື້ອງຕົ້ນດ້ານງົບປະມານ ແມ່ນກຳນົດໄວ້ທີ່ີ 19 ຕື້ກວ່າກີບ ແຕ່ມາຮອດປັດຈຸບັນນີ້ ບໍ່ໄດ້ແລ້ວ ເພາະເສດຖະກິດບ້ານເຮົາມີທ່າອຽງເພີ່ມຂຶ້ນສູງ ໂດຍສະເພາະເລື່ອງບັນຫາອັດຕາແລກປ່ຽນເງິນຕາ ຊຶ່ງລວມທັງຄ່າແຮງງານຕ່າງໆ ສາມາດປະເມີນມູນຄ່າໃນການກໍ່ສ້າງທັງໝົດຫຼາຍກວ່າ 30 ຕື້ກີບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
