Skip to main content

ນັກກິລາບ໋ອດເຊຍລາວ ສ້າງຜົນງານເດັ່ນ ຍາດໄດ້ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ລາຍການ ມາເລເຊຍ ໂອເພັນ 2024

05/03/2024

ຄະນະນັກກິລາບ໋ອດເຊຍທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ໃນການເຂົ້າຮ່ວມແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບ.


ສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 12 ຄົນ ໃນນີ້ແບ່ງເປັນນັກກິລາ 5 ຄົນ ເຂົ້າຮ່ວມການແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 1-4 ມີນາ 2024 ຊຶ່ງນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ, ທ່ານ ອານຸຄິດ ແກ່ນວັນຄຳ ປະທານບໍລິສັດ ພຣາຍ ສຳຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາເຄຫາສະຖານ ຈຳກັດຜູ້ດຽວ ທັງເປັນປະທານສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ, ທ່ານ ຈາຕຸລົນ ສີລິສັກ ຄູຝຶກ, ທ່ານ ນິດຕະກອນ ສີປະເສີດ ຜູ້ຊ່ວຍຄູຝຶກ ແລະ ທ່ານ ນາງ ສອນທອງ ພອນພະຈັນ ຜູ້ຊ່ວຍຄູຝຶກ. ສ່ວນນັກກິລາ ປະກອບມີ ທ້າວ ຄຳເງາະ ພົງພະນາ ນັກກິລາປະເພດ Bc4, ທ້າວ ຄຳສິງ ຂາວອ່ອນ ນັກກິລາປະເພດ Bc1, ນາງ ວຽງສິງ ຫຼວງລາດ ນັກກິລາປະເພດ Bc2, ນາງ ຕູນີ ອອນມຸຍ ນັກກິລາປະເພດ Bc1 ແລະ ທ້າວ ຈະໄກ ລີ ນັກກິລາປະເພດ Bc2.

ຜ່ານການແຂ່ງຂັນຜົນປະກົດວ່າ ຄະນະນັກກິລາບ໋ອດເຊຍຄົນພິການທີມຊາດລາວ ເຮົາສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ໃນນີ້ 1 ຫຼຽນຄຳ ໄດ້ຈາກ ທ້າວ ຄຳສິງ ຂາວອ່ອນ ນັກກິລາປະເພດ Bc1 ສ່ວນອີກ 4 ຫຼຽນເງິນ ໄດ້ຈາກທ້າວ ຄຳເງາະ ພົງພະນາ ນັກກິລາປະເພດ Bc4, ນາງ ວຽງສິງ ຫຼວງລາດ ນັກກິລາປະເພດ Bc2, ນາງ ຕູນີ ອອນມຸຍ ນັກກິລາປະເພດ Bc1 ແລະ ໄດ້ຈາກປະເພດທີມ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ-ຂໍ້ມູນຈາກ: ສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ