ກົມສ້າງຄູ ສະເໝີ ສຳນັກພິມສຶກສາ-ກິລາ 7-7 ເຕະບານຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງຟົດຟື້ນ

ກົມສ້າງຄູ ຮ່ວມກັບ ສຳນັກພຶມສຶກສາ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 4 ມີນາ 2024 ທີ່ສະໜາມກິລາຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວິລະພົງ ພົມມະສີ ຫົວໜ້າພະແນກຕົ້ນສະບັບ ແລະ ຈັດຊື້ຈັດຈ້າງ ສຳນັກພິມສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນຈາກກົມ, ສູນກ່ຽວຂ້ອງ ແລະ ພະນັກງານທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາເຕະບານມິດຕະພາບຄັ້ງນີ້ ນອກຈາກເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານວິຊາການທັງສອງພາກສ່ວນຕື່ມອີກ ແນໃສ່ເຮັດໃຫ້ຂອດການປະສານວຽກງານຕ່າງໆມີຄວາມສະດວກສະບາຍຍິ່ງຂຶ້ນ. ຄຽງຄູ່ກັນນີ້ກໍເພື່ອເປັນການສ້າງໂອກາດໃຫ້ພະນັກງານໄດ້ຫຼິ້ນກິລາເພື່ອໃຫ້ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດເປັນກ້າວໆ. ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງພາກສ່ວນເຮັດໄດ້ພຽງສະເໝີກັນ 7-7 ປະຕູ. ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບທີ່ແທ້ຈິງ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
