ສໍາມະນາວິຊາການ ພັດທະນາກິລາ-ກາຍະກຳຄົນພິການລາວ ໃຫ້ມີທ່າກ້າວພົ້ນເດັ່ນກວ່າເກົ່າ
21/05/2024

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ຈັດກອງປະຊຸມສໍາມະນາວິຊາການກ່ຽວກັບວຽກງານການພັດທະນາກິລາ-ກາຍຍະກຳຄົນພິການລາວ ເພື່ອຄົ້ນຄວ້າດ້ານວິຊາການ ກ່ຽວກັບວຽກງານການພັດທະນາກິລາ-ກາຍະກຳຄົນພິການລາວ ໂດຍສະເພາະແມ່ນສາເຫດດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ, ການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ, ງານກິລາເອຊຽນພາຣາເກມ ແລະ ການເຂົ້າຮ່ວມຊີງແຊ໋ມໃນລາຍການຕ່າງໆ ຂອງສາກົນ ແນໃສ່ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ສືບຕໍ່ເສີມຂະຫຍາຍ ພ້ອມທັງດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີຄຸນນະພາບທີ່ດີຂຶ້ນກວ່າເກົ່າ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ວິລະວັນ ບຸນສຸກໄທ ຮອງປະທານ-ເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ສະຖາບັນ, ຜູ້ອຳນວຍການ, ຫົວໜ້າຄະນະ, ຜູ້ຕາງໜ້າຈາກກະຊວງອ້ອມຂ້າງ, ສູນ, ໂຮງຮຽນ, ປະທານ, ຮອງປະທານ, ເລຂາທິການສະຫະພັນກິລາຄົນພິການແຫ່ງຊາດລາວ, ຄູຝຶກ ແລະ ນັກກິລາຄົນພິການເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ທຳມະນູນ ຂອງຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະບັບລົງວັນທີ 12 ມີນາ 2024 ແລ້ວ, ຄົ້ນຄວ້າດ້ານວິຊາການ ກໍຄືການສໍາມະນາວິຊາການ ກ່ຽວກັບວຽກງານການພັດທະນາກິລາ-ກາຍຍະກຳຄົນພິການລາວ ໂດຍສະເພາະແມ່ນ ສາເຫດດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ, ການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 11 ທີ່ປະເທດອິນໂດເນເຊຍ, ຄັ້ງທີ 12 ທີ່ປະເທດກໍາປູເຈຍ, ກິລາເອຊຽນພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ ແລະ ເຂົ້າຮ່ວມແຂ່ງຂັນຊິງແຊ໋ມໃນລາຍການຕ່າງໆ ຂອງສາກົນ ທີ່ສະຫະພັນກິລາຄົນພິການແຫ່ງຊາດລາວ ຮັບຜິດຊອບນຳພາເຂົ້າຮ່ວມແຂ່ງຂັນຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ພ້ອມທັງດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
