Skip to main content

ບໍລິສັດ ເບ ສະຫວັນ ມອບນໍ້າດື່ມ 30 ແພັກ ໃຫ້ ສວສ ຊຸກຍູ້ກິດຈະກຳຕ່າງໆ ສ້າງຂະບວນການສະຫຼອງວັນສຳຂອງຊາດ

23/05/2024

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ປະທານສະໂມສອນຟຸດຊໍ ເບ ສະຫວັນ ເອັບຊີ ທັງເປັນເຈົ້າຂອງ ຮ້ານອາຫານ ເບ ປີ້ງແບ້ສະຫວັນ ແລະ ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອສັງຄົມລາວ ທັງພາກລັດ ແລະ ເອກະຊົນ ຫຼ້າສຸດໄດ້ອຸປະຖຳມອບນໍ້າດື່ມ ຜະລິດຕະພັນ ເບ ສະຫວັນ ຈຳນວນ 30 ແພັກ ໃຫ້ແກ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ເພື່ອນຳໃຊ້ເຂົ້າໃນກິດຈະກຳຕ່າງໆ ທັງກິລາ ແລະ ບັນດາວຽກງານກອງປະຊຸມ ເພື່ອສ້າງຂະບວນການສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະໃນມໍ່ໆນີ້ ກໍຈະໄດ້ນຳໃຊ້ເຂົ້າໃນສູນກະກຽມຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາ ປີທີ 4 ແລະ ປີທີ 7 ສົກຮຽນ 2023-2024.


ພິທີມອບ-ຮັບຜະລິດຕະພັນນໍ້າດື່ມ ເບ ສະຫວັນ ຈຳນວນ 30 ແພັກ ໄດ້ມີຂຶ້ນ ໃນຕອນແລງວັນທີ 22 ພຶດສະພາ 2024 ທີ່ສະຖາບັນດັ່ງກ່າວ ຕາງໜ້າກ່າວມອບແມ່ນ ທ່ານ ວັດທະນາ ເທບພະວົງ ຜູ້ຈັດການຮ້ານອາຫານ ເບ ປີ້ງແບ້ສະຫວັນ ແລະ ກ່າວຮັບໂດຍ ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາຄະນະອໍານວຍການສູນ, ຫ້ອງການ, 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທາງຄະນະນຳສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກໍຍັງໄດ້ມອບໃບກຽດຕິຄຸນ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈມາຍັງ ບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ, ສະໂມສອນຟຸດຊໍ ເບ ສະຫວັນ ເອັບຊີ, ຮ້ານອາຫານ ເບ ປີ້ງແບ້ສະຫວັນ ແລະ ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ຊຶ່ງຍາມໃດກໍໄດ້ເປັນຫວງເປັນໃຍສະໜັບສະໜູນຊ່ວຍເຫຼືອ ສວສ ຕະຫຼອດມາ ໂດຍສະເພາະເຄີຍມອບເຄື່ອງກິລາ ແລະ ນ້ຳດື່ມ ໃຫ້ກັບຊາວໜຸ່ມ ສວສ ມີຄວາມສະດວກໃນການເຄື່ອນໄຫວກັບບັນດາພາກສ່ວນທັງພາກລັດ-ເອກະຊົນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດອີກດ້ວຍ.

ຂ່າວໂດຍ: ສົງການ ພັນແພງດີ