ປິດສາກລົງແລ້ວ ການແຂ່ງຂັນກິລາເທັນນິດ ຊີງຂັນປະທານສະໂມສອນ ພູຜາ ປະຈຳປີ 2024 ສະຫຼອງວັນກຳມະກອນສາກົນ ຄົບຮອບ 138 ປີ

ພິທີປິດການແຂ່ງຂັນລາຍການດັ່ງກ່າວ ໄດ້ມີຂຶ້ນໃນຕອນແລງວັນທີ 21 ພຶດສະພາ 2024 ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 22 ເມສາ ຜ່ານມາ ທີ່ສະໜາມກິລາເທັນນິດ ສະໂມສອນ ພູຜາ ເທັນນິດ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ແລະ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນ ພູຜາ ເທັນນິດ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ລາຍການນີ້ ແຂ່ງຂັນ 2 ລາຍການ ປະເພດຄູ່ຍິງ ແລະ ປະເພດຄູ່ຊາຍ ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024) ພ້ອມທັງສ້າງໂອກາດໃຫ້ນັກກິລາແຕ່ລະສະໂມສອນໄດ້ພົບປະແລກປ່ຽນໃນການກິລາດັ່ງກ່າວ ຊຶ່ງມີນັກກິລາຈາກບັນດາສະໂມສອນຕ່າງໆອ້ອມຂ້າງສູນກາງເຂົ້າຮ່ວມ, ໃນນັ້ນ ປະເພດຄູ່ຊາຍມີ 24 ຄູ່ ແລະ ປະເພດຄູ່ຍິງ 10 ຄູ່.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ປະເພດຄູ່ຍິງ ທົ່ວໄປ ອັນດັບທີ 1 ເປັນຂອງທ່ານ ນາງ ລັດສະໝີ ແລະ ທ່ານ ນາງ ເຮຣີ ຊາວສະຫະລັດອາເມຣິກາ ສະໂມສອນ ເທັນນິດ ພູຜາ ໄດ້ຮັບຂັນແຊ໋ມຄົນລະ 1 ໜ່ວຍ ພ້ອມເງິນສົດ 2.500.000 ກີບ ແລະ ໄດ້ຮັບໝໍ້ນໍ້າອຸ່ນ 1 ເຄື່ອງຈາກຮ້ານຂາຍເຄື່ອງອຸປະກອນໄຟຟ້າ ຄົບວົງຈອນ ພຽງຜູ້ດຽວໃນສປປ ລາວ ໂອດຽນມໍ ແລະ ອັນດັບທີ 2 ເປັນຂອງທ່ານ ນາງ ຈ່ອຍ ແລະ ນາງ ແອນນິຕ້າ ຈາກສະໂມສອນ ເທັນນິດ ອະໂນໄທ ໄດ້ຮັບຂັນຄົນລະ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ.
ສ່ວນປະເພດຄູ່ຊາຍທົ່ວໄປອັນດັບທີ 1 ເປັນຂອງທ່ານ ຕີ້ ຈາກສະໂມສອນ ພູຜາ ຈັບຄູ່ກັບ ທ່ານ ວັນນະເສົາ ຈາກສະໂມສອນ ເທັນນິດ ວຽງຈັນ ໄດ້ຮັບຂັນແຊ໋ມຄົນລະ 1 ໜ່ວຍ ພ້ອມເງິນສົດ 2.500.000 ກີບ ແລະ ໄດ້ຮັບໝໍ້ນໍ້າອຸ່ນ 1 ເຄື່ອງຈາກຮ້ານຂາຍເຄື່ອງອຸປະກອນໄຟຟ້າ ຄົບວົງຈອນ ພຽງຜູ້ດຽວໃນສປປ ລາວ ໂອດຽນມໍ ແລະ ອັນດັບທີ 2 ເປັນຂອງທ່ານ ຕຸ້ຍ ບຸນທະລາ ຈາກສະໂມສອນ ເທັນນິດ ໄດມ້ອນ ຈັບຄູ່ກັບ ທ່ານ ອະໂນໄທ ຈາກສະໂມສອນ ເທັນນິດ ອະໂນໄທ ໄດ້ຮັບຂັນຄົນລະ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
