Skip to main content

ປັນຈັກສີລັດລາວ ພ້ອມແລ້ວ 100 ເປີເຊັນ ແລະ ຕັ້ງເປົ້າຢ່າງໜ້ອຍ 1 ຫຼຽນຄຳ ງານກິລານັກຮຽນອາຊຽນ 2024 ທີ່ສສ ຫວຽດນາມ

27/05/2024

ທ່ານ ທອງຄູນ ຄຳສີສະຫວັດດີ ຄູຝຶກກິລາປັນຈັກສີລັດນັກຮຽນທີມຊາດລາວ ໃຫ້ສຳພາດວ່າ: ທັບນັກກິລາປັນຈັກສີລັດນັກຮຽນທີມຊາດລາວ ແມ່ນເລີ່ມເຂົ້າສູນເກັບຕົວຝຶກຊ້ອມແຕ່ເດືອນພະຈິກ 2023 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ເຫັນວ່ານັກກິລາພວກເຮົາທັງໝົດມີຄວາມພ້ອມທາງດ້ານເຕັກນິກ, ພະລະກຳລັງ, ຮ່າງກາຍ ແລະ ຈິດໃຈແລ້ວ 100% ເຫຼືອພຽງແຕ່ລໍຖ້າເດີນທາງ ແລະ ເຂົ້າຮ່ວມແຂ່ງຂັນຕົວຈິງກໍເທົ່ານັ້ນເອງ ໃນການເຂົ້າຮ່ວມງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບ ລະຫວ່າງວັນທີ 1-8 ມິຖຸນາ 2024.


ທັງນີ້, ກິລາປັນຈັກສີລັດນັກຮຽນທີມຊາດລາວ ແມ່ນຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 17 ຄົນ ໃນນີ້ແບ່ງເປັນຄະນະນຳພາ 3 ທ່ານ, ຄູຝຶກ 2 ທ່ານ, ຜູ້ຊ່ວຍຄູຝຶກ 3 ທ່ານ ແລະ ນັກກິລາ 9 ຄົນ, ຍິງ 4 ຄົນ ເຂົ້າຮ່ວມຊີງໄຊ 9 ລາຍການ ໂດຍແບ່ງເປັນປະເພດຕໍ່ສູ້ 7 ຮຸ່ນ, ຍິງ 3 ຮຸ່ນ ຄື: ທ້າວ ໂກະ ເພັງພິລາວັນ ຮຸ່ນນ້ຳໜັກ 47-50,9 ກິໂລຊາຍ, ທ້າວ ຄອນສະຫວັນ ວົງບາຈັນ ຮຸ່ນນ້ຳໜັກ 51-54,9 ກິໂລຊາຍ, ທ້າວ ພູສະຫວັນ ບົວໄຊ ຮຸ່ນນ້ຳໜັກ 59-62,9 ກິໂລຊາຍ, ທ້າວ ໝີ່ ສົມວິຈິດ ຮຸ່ນນ້ຳໜັກ 55-58,9 ກິໂລຊາຍ, ນາງ ອັກສອນ ກໍ່ແກ້ວ ຮຸ່ນນ້ຳໜັກ 42,9 ກິໂລຍິງ, ນາງ ມີນາ ວົງສາລີ ຮຸ່ນນ້ຳໜັກ 47-50,9 ກິໂລຍິງ ແລະ ນາງ ສາຍລົມ ພິລາວັນ 51-54,9 ກິໂລຍິງ. ສ່ວນປະເພດຟ້ອນດ່ຽວຍິງ ແມ່ນ ນາງ ກອງແກ້ວ ພູມທິລາດ ແລະ ຟ້ອນດ່ຽວຊາຍ ແມ່ນ ທ້າວ ລິລີ້ ວ່າຈູເຮີ. ຢ່າງໃດກໍຕາມ, ໃນການເຂົ້າຮ່ວມງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດານັງ ສສ ຫວຽດນາມ ເປັນເຈົ້າພາບຄັ້ງນີ້ ພວກເຮົມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ

ສຳລັບງານແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ເຈົ້າພາບ ຫວຽດນາມ ບັນຈຸແຂ່ງຂັນທັງໝົດ 6 ປະເພດກິລາ ຄື: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ. ໃນນີ້ ສປປ ລາວ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມແຂງຂັນເກືອບ 100 ຄົນ ໃນ 6 ປະເພດກິລາ ພ້ອມຕັ້ງເປົ້າຈະສູ້ຊົນໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ.


ຂະນະທີ່ ຂະບວນນັກກິລາລາວ ຈະເດີນທາງດ້ວຍລົດ ຊຸດທຳອິດແມ່ນກິລາບານບ້ວງ ຈະອອກເດີນທາງໃນວັນທີ 29 ພຶດສະພາ 2024 ຈາກນັ້ນທີ່ເຫຼືອທັງໝົດຈະເດີນທາງ ໃນວັນທີ 30 ພຶດສະພາ 2024.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ