ມຊ ສະຫຼຸບສົກສຶກສາ 2024-2025 ພ້ອມໄຂສົກຮຽນໃໝ່ 2025-2026 ແລະ ສະຫຼອງວັນຄູແຫ່ງຊາດ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກສຶກສາ 2024-2025 ພ້ອມໄຂສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ໃນວັນທີ 15 ຕຸລາ 2025 ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ຮສ.ປອ ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານປະຈໍາສົກສຶກສາ 2024-2025 ແລະ ຜ່ານແຜນການສົກສຶກສາ 2025-2026 ວ່າ: ໃນສົກສຶກສາ 2024-2025 ໄດ້ເປີດຮັບນັກສຶກສາໃໝ່ເຂົ້າຮຽນທັງໝົດ 14.646 ຄົນ, ຍິງ 7.464 ຄົນ ສະຖິຕິນັກສຶກສາ (ເດືອນ 9/2025). ໃນນັ້ນ, ລະດັບປະລິນຍາເອກ 62 ຄົນ, ຍິງ 32 ຄົນ, ປະລິນຍາໂທ 1.639 ຄົນ, ຍິງ 605 ຄົນ, ນັກສຶກສາປະລິນຍາຕີ ແລະ ອະນຸປະລິນຍາຕີ 12.945 ຄົນ, ຍິງ 6.827 ຄົນ, ມີຫຼັກສູດການຮຽນການສອນ ທັງໝົດ 262 ຫຼັກສູດ. ໃນນັ້ນ, ຫຼັກສູດປະລິນຍາເອກ 13 ຫຼັກສູດ, ປະລິນຍາໂທ 74 ຫຼັກສູດ (ນານາຊາດ ປະລິນຍາໂທ 2 ຫຼັກສູດ), ປະລິນຍາຕີ 123 ຫຼັກສູດ (ນານາຊາດປະລິນຍາຕີ 2 ຫຼັກສູດ), ຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ອະນຸປະລິນຍາ 6 ຫຼັກສູດ, ມີຜູ້ສໍາເລັດການສຶກສາທັງໝົດ 3.352 ຄົນ, ຍິງ 1.686 ຄົນ, ປະລິນຍາເອກ 5 ຄົນ, ຍິງ 1 ຄົນ, ປະລິນຍາໂທ 377 ຄົນ, ຍິງ 147 ຄົນ, ປະລິນຍາຕີ 2.970 ຄົນ, ຍິງ 1.538 ຄົນ, ອະນຸປະລິນຍາ 4 ຄົນ. ມຊ ມີພະນັກງານຄູ-ອາຈານທັງໝົດ 1.455 ທ່ານ, ຍິງ 697 ທ່ານ, ພະນັກງານບໍລິຫານ 255 ທ່ານ, ຍິງ 159 ທ່ານ ແລະ ອາຈານສອນ 1.200 ທ່ານ, ຍິງ 538 ທ່ານ. ລະດັບການສຶກສາຂອງພະນັກງານ ແລະ ຄູສອນລວມມີ: ລະດັບປະລິນຍາເອກ 218 ທ່ານ, ຍິງ 53 ທ່ານ, ປະລິນຍາໂທ 875 ທ່ານ, ຍິງ 412 ທ່ານ, ເໜືອປະລິນຍາຕີ 1 ທ່ານ, ປະລິນຍາຕີ 323 ທ່ານ, ຍິງ 201 ທ່ານ ແລະ ອະນຸປະລິນຍາ 38 ທ່ານ, ຍິງ 30 ທ່ານ. ຕໍາແໜ່ງວິຊການຄູລວມມີ: ຂັ້ນສາດສະດາຈານ 6 ທ່ານ, ຍິງ 1 ທ່ານ, ຮອງສາດສະດາຈານ 91 ທ່ານ, ຍິງ 19 ທ່ານ, ອາຈານ 335 ທ່ານ, ຍິງ 131 ທ່ານ ແລະ ຜູ້ຊ່ວຍອາຈານ 333 ທ່ານ, ຍິງ 172 ທ່ານ.
ໃນພິທີໄດ້ມອບໃບຢັ້ງຢືນໃຫ້ຕໍາແໜ່ງວິຊາຄູຂັ້ນອາຈານ 7 ທ່ານ ແລະ ຜູ້ຊ່ວຍອາຈານ 12 ທ່ານ ລວມທັງໝົດ 19 ທ່ານ, ຍິງ 9 ທ່ານ, ມອບຫຼຽນກາລະນຶກວັນສ້າງຕັ້ງພັກ ປປລາວ ຄົບຮອບ 70 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ, ຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະ ເທດຊາດໃນໄລຍະຜ່ານມາຈໍານວນ 256 ທ່ານ ໃຫ້ກຽດມອບໂດຍທ່ານ ເດຊານຸລາດ ແສນດວງເດດ.
ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ກ່າວສະດຸດີວັນຄູແຫ່ງຊາດ ຄົບຮອບ 31 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມໜາຍຂອງຄໍາວ່າຄູ ແລະ ຄວາມສໍາຄັນຂອງວັນດັ່ງກ່າວຕະຫຼອດໄລຍະຜ່ານມາ ແລະ ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີຕື່ມອີກ.