ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2025 ຢູ່ສະໂມສອນໃຫຍ່ຂອງເເຂວງ ພາຍໃຕ້ການເປັນປະທານໂດຍ ສະຫາຍ ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ເຈົ້າເເຂວງຫົວພັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນໍາເເຂວງຫົວພັນ, ມີບັນດາການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດເເຂວງ, ຜູ້ເເທນສົມບູນຈໍານວນ 307 ສະຫາຍ, ຍິງ 41ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກແຂວງ ຈຳນວນ 23.347 ສະຫາຍ, ຍິງ 5.856 ສະຫາຍ ທີ່ມາຈາກຂະເເໜງການຕ່າງໆ ເເລະ 10 ເມືອງທົ່ວເເຂວງ, ເເນວລາວສ້າງຊາດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 3ອົງການຈັດຕັ້ງມະຫາຊົນ.
ສະຫາຍ ຄຳແພງ ໄຊສົມແພງ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ຕໍ່ກອງປະຊຸມໃຫຍ່ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ບາງຕອນສໍາຄັນທ່ານໄດ້ກ່າວວ່າ: ການດໍາເນີນກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງ XI ສຸດທີ່ມີຄວາມໝາຍສໍາຄັນ ນອກຈາກຜູ້ເເທນທີ່ເຂົ້າຮ່ວມໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເເຂວງ ຄັ້ງທີ X, ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີນັບເເຕ່ 2021-2025, ການນໍາພາ-ຊີ້ນໍາຢ່າງຮອບດ້ານຂອງຄະນະບໍລິຫານງານພັກເເຂວງຕະຫຼອດໄລຍະ 5 ປີຜ່ານມາ ທິດທາງເເຜນການ 5 ປີໃນຕໍ່ໜ້າ. ໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກເເຂວງຫົວພັນ ສະໄໝທີ X ໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ລະບົບການເມືອງແຕ່ລະຂັ້ນສືບຕໍ່ມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາຕົວຊີ້ວັດທາງດ້ານວັດທະນະທຳ-ສັງຄົມສາມາດບັນລຸໄດ້ເປັນສ່ວນໃຫຍ່, ການພົວພັນຮ່ວມມືກັບບັນດາແຂວງ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຫຼາຍຂຶ້ນ, ໄດ້ດຳເນີນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນຕາມທິດກະ ທັດລັດ; ການກໍ່ສ້າງພັກ-ພະນັກງານໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ຕາມທິດສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັັກສາໄດ້ບົດບາດເປັນແກນນຳໃນລະບົບການເມືອງແຕ່ລະຂັ້ນ. ກອງປະຊຸມ ຍັງໄດ້ຮັບຟັງຮ່າງບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກເເຂວງ ສະໄໝທີ X ຈາກ ສະຫາຍ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກເເຂວງ ຮອງເຈົ້າເເຂວງ, ໃນໄລຍະ 5 ປີຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເເນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ດ້ວຍຫຼາຍຮູບການ, ຫຼາຍວິທີ ເຮັດໃຫ້ພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຢ່າງດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ. ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກເເໜ້ນ ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງ ແລະ ປັບປຸງ, ໄດ້ຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ, ການລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ເເກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ການຜະລິດກະສິກໍາເພື່ອຄໍ້າປະກັນສະບຽງອາຫານ ເເລະ ສົ່ງອອກເປັນສີນຄ້າ ໄດ້ຮັບການຂະຫຍາຍຕົວດີສົມຄວນ.
ກອງປະຊຸມ ໄດ້ຮັບຟັງຮ່າງບົດລາຍງານເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX 2021-2025 ຈາກ ສະຫາຍ ພອນສຸກ ອິນທະວົງ ຄະນະປະຈໍາພັກເເຂວງ ຮອງເຈົ້າເເຂວງ ຊຶ່ງໄດ້ຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ X ອັນໄດ້ກຳນົດທິດທາງພື້ນຖານໃນການສ້າງບາດລ້ຽວໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າຕ້ອງສ້າງບັນດາປະຖົມປັດໄຈທາງດ້ານການເມືອງ-ແນວຄິດ, ລະບົບເສດຖະກິດ, ພື້ນຖານໂຄງລ່າງ, ວັດທະນະທຳ-ສັງຄົມ, ການບໍລິຫານ-ການປົກຄອງລັດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ໄດ້ຮັບການປັບປຸງຍົກລະດັບໃຫ້ມີຄວາມເຂັ້ມແຂງ, ມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບດີຂຶ້ນ, ຖືເອົາການພັດທະນາເປັນໃຈກາງຂອງທົ່ວພັກ-ທົ່ວປວງຊົນ ປະກອບສ່ວນເຮັດໃຫ້ເສດຖະກິດຂອງເເຂວງຂະຫຍາຍຕົວຢູ່ໃນລະດັບ 4.15% ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 24,539.10 ຕື້ກີບ. ມາຮອດປີ 2025 ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 6,357.52 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 20 ລ້ານກວ່າກີບ/ຄົນ/ປີ ຫຼື ເທົ່າກັບ 931 ໂດລາ/ຄົນ/ປີ.
ກອງປະຊຸມໃຫຍ່ ຜູ້ເເທນອົງຄະນະພັກເເຂວງຫົວພັນ ຄັ້ງທີ XI ໄຂຂື້ນເປັນເວລາ 1 ວັນເຄິ່ງ ນອກຈາກໄດ້ຮັບຟັງຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກເເຂວງສະໄໝທີ X, ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີນັບເເຕ່ 2021-2025 ທິດທາງເເຜນການໃນ 5 ປີຕໍ່ໜ້າ 2026-2030 ເເລ້ວ ຍັງໄດ້ຮັບຟັງບົດປະກອບຄຳເຫັນ ການສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ບົດປະກອບຄຳເຫັນ ເພີ່ມທະວີການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ແລະ ຂະຫຍາຍຖານລາຍຮັບໃໝ່ ທົ່ວແຂວງຫົວພັນ ຈາກພະແນກການເງິນແຂວງ, ບົດປະກອບຄຳເຫັນ ເພີ່ມທະວີວຽກງານຄຸ້ມຄອງຊາຍແດນ ແລະ ເຂດເຊື່ອມຕໍ່ ຈາກກອງບັນຊາການປ້ອງກັນຊາດແຂວງຫົວພັນ, ບົດປະກອບຄຳເຫັນກຸ່ມຫັດຖະກໍາແຕ້ມທຽນ 3 ເອື້ອຍນ້ອງ ບ້ານວຽງຮັງ ເມືອງສົບເບົາ, ບົດປະກອບຄຳເຫັນການປູກກາເຟ ເປັນສີນຄ້າສ້າງລາຍຮັບແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ເມືອງກວັນ, ບົດປະກອບຄຳເຫັນການບໍລິການຂົນສົ່ງສິນຄ້າ ແລະ ລ້ຽງສັດພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ ຢູ່ເມືອງຫົວເມືອງ. ນອກນີ້, ກອງປະຊຸມຍັງຈະໄດ້ບ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເເຂວງຊຸດໃໝ່, ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນໃນການພັດທະນາເເຂວງຫົວພັນ ໃນ 5 ປີຕໍ່ໜ້າ 2026 – 2030 ເພື່ອສ້າງພື້ນຖານອັນໜັກເເໜ້ນໃຫ້ເເຂວງຫົວພັນ ເເລະ ຈະໄດ້ຮັບຟັງການໂອ້ລົມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຈາກສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຕື່ມອີກ.
…………………………………….
ຂ່າວ: ອາລຸນໄຊ ສິນລະກົດ
ພາບ: ນ. ວັນແສງ ສີວອນ
ຂ່າວທີ່ກ່ຽວຂ້ອງ