ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ”

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 (the 4th Lao National Urban Forum) ພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ (Urban Crisis Response)”. ຈັດຂຶ້ນໃນວັນທີ 17 ຕຸລາ 2025 ທີ່ມະຫາວິທະຍາໄລ ຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານ ຂອງອົງການສະຫະປະຊາຊາດ ປະຈໍາ ລາວ, ທ່ານ ດຣ ອາວີ ຊາກາ (Dr. Avi Sarkar) ຫົວໜ້າອົງການ UN-Habitat ດ້ານເຄຫາສະຖານປະຈໍາ ສປປ ລາວ, ມີພາກສ່ວນກ່ຽວຂ້ອງທັງອົງການຈັດຕັ້ງສາກົນ ແລະ ບັນດາພະແນກການຂອງແຂວງຈໍາປາສັກ ແລະ ນະຄອນໄກສອນ ແຂວງສະຫວັນນະເຂດເຂົ້າຮ່ວມ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ໃນຄັ້ງນີ້ ແມ່ນເພື່ອສ້າງຕົວເມືອງ ແລະ ຊຸມຊົນ ໃຫ້ມີຄວາມຍືນຍົງ ຕິດແທດກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືຂອງແຂວງຈໍາປາສັກ ໂດຍສອດຄ່ອງ ແລະ ສືບເນື່ອງຈາກກອງປະຊຸມພັດທະນາເຂດແຄວ້ນ, ການເຊື່ອມໂຍງ-ເຊື່ອມຈອດພາກ ໃຕ້ຢູ່ແຂວງຈໍາປາສັກ, ອີກຢ່າງໜຶ່ງກໍເພື່ອສະເຫຼີມສະຫຼອງວັນເຄຫາສະຖານໂລກ ປະຈໍາປີ 2025, ຊຶ່ງອົງການສະຫະປະຊາຊາດເພື່ອການ ພັດທະນາ ໄດ້ຖືເອົາວັນຈັນທໍາອິດຂອງເດືອນຕຸລາ ທຸກໆປີ ເປັນມື້ສະເຫລີມສະຫລອງວັນດັ່ງກ່າວ ແລະ ພິເສດໄປກວ່ານັ້ນ ຖືເປັນປີທຳອິດ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ອົງການ UN-Habitat ປະຈໍາ ສປປ ລາວ ແລະ ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດງານເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຂຶ້ນທີ່ມະຫາວິທະຍາໄລຈຳປາສັກ ຊຶ່ງຕົວເມືອງເປັນເຂດສູນກາງຂອງການຢູ່ອາໄສຂອງປະຊາຊົນໃນທົ່ວໂລກ, ເກືອບ 60% ຂອງປະຊາກອນໂລກ ແມ່ນອາໄສຢູ່ໃນຕົວເມືອງ ແລະ ຍັງເປັນສູນກາງໃນການຂັບເຄື່ອນເສດຖະກິດແຫ່ງຊາດຂອງແຕ່ລະປະເທດ. ເນື້ອທີ່ຂອງເຂດຕົວເມືອງ ກວມພຽງແຕ່ 3% ຂອງເນື້ອທີ່ໂລກ, ແຕ່ວ່າ 80% ຂອງຜະລິດຕະພັນລວມຂອງປະເທດ ຫຼື GDP ແມ່ນໄດ້ມາຈາກເຂດຕົວເມືອງ ແລະ ຕົວເມືອງແມ່ນມີບົດບາດສໍາຄັນທີ່ສຸດຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຂອງທ້ອງຖິ່ນ; ການສ້າງຕົວເມືອງໃຫ້ມີຄວາມຍືນຍົງ ນອກຈາກຈະເປັນ 1 ໃນ 17 ເປົ້າໝາຍໃນການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດແລ້ວ, ປີ 2016 ອົງການສະຫະປະຊາຊາດ ໄດ້ກຳນົດກອບນະໂຍບາຍໃນການພັດທະນາຕົວເມືອງ ລະດັບສາກົນຂຶ້ນ ຊຶ່ງເອີ້ນວ່າ: ວາລະໃໝ່ສໍາລັບການພັດທະນາຕົວ ເມືອງ ຫຼື New Urban Agenda, ເພື່ອເປັນການກະຕຸກຊຸກຍູ້ ໃຫ້ບັນດາປະເທດໃນທົ່ວໂລກ ເອົາໃຈໃສ່ໃນການແກ້ໄຂບັນຫາຕົວເມືອງ ແລະ ໃຫ້ຄຳໝັ້ນສັນຍາຮ່ວມກັນເພື່ອສ້າງ ຕົວເມືອງແບບຍືນຍົງ ໄປຄຽງຄູ່ກັບການສະໜັບສະໜູນການຈັດຕັ້ງປະຕິບັດວາລະໃໝ່ ສໍາລັບການພັດທະນາຕົວເມືອງ ໃຫ້ເຂົ້າສູ່ລ່ວງເລິກ, ອົງການ UN-Habitat ໄດ້ເປັນເຈົ້າ ການຈັດຕັ້ງເວທີຕົວເມືອງໂລກ ຂຶ້ນທຸກໆ 2 ປີ ແລະ ໃນກອງປະຊຸມເວທີຕົວເມືອງໂລກ ຄັ້ງທີ 11 ທີ່ປະເທດໂປໂລຍ ໃນປີ 2022 ຈຶ່ງໄດ້ມີແນວຄິດໃນການຈັດເວທີຕົວເມືອງແຫ່ງຊາດຂອງບັນດາປະເທດຂຶ້ນ ເພື່ອດັດປັບວາລະໃໝ່ສໍາລັບການພັດທະນາຕົວເມືອງ ໃຫ້ແທດເໝາະກັບທ້ອງຖິ່ນ ແລະ ສ້າງເງື່ອນໄຂເອື້ອອໍານວຍແກ່ທຸກພາກສ່ວນໃນສັງຄົມຂອງແຕ່ລະປະເທດ ໄດ້ໃຫ້ການປະກອບສ່ວນ ຫຼື ມີສ່ວນຮ່ວມຫຼາຍຂຶ້ນ.
ສໍາລັບ ສປປ ລາວ ກອງປະຊຸມເວທີຕົວເມືອງແຫ່ງຊາດ ໄດ້ຈັດຂຶ້ນທຸກໆປີ ເລີ່ມຕົ້ນຄັ້ງທໍາອິດໃນປີ 2022 ແລະ ມາຮອດປີ 2025 ກໍເປັນຄັ້ງທີ 4, ກອງປະຊຸມດັ່ງກ່າວ ຈຸດປະສົງຫຼັກ ແມ່ນເພື່ອເປັນເວທີໃນການແລກປ່ຽນຄວາມຮູ້, ຄວາມຄິດເຫັນຈາກຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສ້າງຄວາມຮ່ວມມືກັບທຸກຝ່າຍ ເພື່ອສະແດງເຖິງຄວາມມຸ້ງໝັ້ນ ແລະ ການພົວພັນຮ່ວມມືໃນການພັດທະນາຕົວເມືອງ ຂອງ ສປປ ລາວ ຕາມນະໂຍາບາຍການສ້າງຕົວເມືອງ ແລະ ການຕັ້ງຖິ່ນຖານແບບມີສ່ວນຮ່ວມ, ປອດໄພ, ໝັ້ນຄົງ ແລະ ຍືນຍົງ. ສໍາລັບຫົວຂໍ້ຫລັກໃນກອງປະຊຸມຄັ້ງທີ 4 ແມ່ນ “ການໂຕ້ຕອບວິກິດໃນຕົວເມືອງ” ຊຶ່ງນອກຈາກຈະໄດ້ຮັບຟັງການແລກປ່ຽນຄວາມຮູ້ ແລະ ປະສົບການທີ່ຫຼາກຫຼາຍ ໃນການແກ້ໄຂບັນຫາຕ່າງໆ ໃນຊ່ວງວິກິດຂອງຕົວເມືອງ ແລ້ວ, ກໍຍັງມີການວາງສະແດງຜົນງານ, ເຄື່ອງມື ແລະ ນະວັດຕະກຳຂອງຄະນະວິສະວະກຳສາດ ແລະ ອີກ 5 ຄະນະ ຂອງມະຫາວິທະຍາໄລຈຳປາສັກ, ກົມເຄຫາ ແລະ ຜັງເມືອງ, ອົງການ UN Habitat ແລະ ບັນດາບໍລິສັດຕ່າງໆ ທີ່ມີສ່ວນໃນການຂັບເຄື່ອນໃນວຽກງານການສໍາຫຼວດ-ອອກແບບ, ກໍ່ສ້າງໂຄງລ່າງພື້ນຖານ ແລະ ປັບປຸງສິ່ງແວດລ້ອມຕົວເມືອງ ອີກດ້ວຍ.
ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງເຂດຕົວເມືອງ ຕໍ່ກັບລະບົບເສດຖະກິດ ແລະ ສັງຄົມ ແລະ ຄວາມເປັນມາຂອງການຈັດກອງປະຊຸມເວທີຕົວເມືອງ ຊຶ່ງໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2022 ແລະ ໄດ້ຈັດຕໍ່ເນື່ອງກັນມາທຸກໆປີ ໂດຍເນັ້ນໜັກການຈັດງານໃນຊ່ວງໃກ້ຄຽງກັບການສະເຫລີມສະຫລອງວັນເຄຫາສະຖານໂລກ. ພ້ອມກັນນັ້ນ ທ່ານຮອງລັດຖະມົນຕີກະຊວງ ຍທຂ ກໍໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມໃນການແກ້ໄຂບັນຫາຂອງຕົວເມືອງ ຮ່ວມກັບ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສາກົນ.
ໂອກາດດຽວກັນ, ທ່ານ ປອ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນວ່າ: ການຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ຊຶ່ງ ເປັນເວທີໃຫ້ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ ສະທ້ອນໃຫ້ເຫັນເຖິງສະພາບການພັດທະນາ ແລະ ຂະຫຍາຍຕົວຂອງຕົວເມືອງ ເປັນຕົ້ນ: ແມ່ນການພັດທະນາໂຄງລ່າງພື້ນຖານ, ການຄ້າ-ການບໍລິການ ແລະ ການຫັນເປັນທັນສະໄໝ ຂອງນະຄອນປາກເຊ ກໍຄືແຂວງຈໍາປາສັກ.
ໃນກອງປະຊຸມອັນມີຄວາມໝາຍສໍາຄັນນີ້ ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຂຶ້ນມີຄໍາເຫັນໃນຫົວຂໍ້ຕ່າງໆ ແລະ ມີການແລກປ່ຽນຄໍາຄິດຄໍາເຫັນ, ພ້ອມທັງໄດ້ທ່ຽວຊົມຮ້ານວາງສະແດງຜະລິດຕະພັນຕ່າງທີ່ແຕ່ລະພາກສ່ວນນໍາມາວາງສະແດງ.
ຂ່າວ-ພາບ: ຈັນທະວີສັກ
ຂ່າວທີ່ກ່ຽວຂ້ອງ