ສຳມະນາກອນຈາກ 3 ແຂວງ ຮ່ວມໂຄງການເຂົ້າຄ້າຍຝຶກແອບກິລາມວຍປ້ຳຈາກຊ່ຽວຊານສາກົນ
24/06/2024

ພະນັກງານ, ຄູອາຈານ ຈຳນວນ 15 ທ່ານ ທີ່ມາຈາກບັນດາໂຮງຮຽນໃນ 3 ແຂວງ ຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມໂຄງການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຫຼິ້ນກິລາປະເພດດັ່ງກ່າວ ຈາກຜູ້ຊ່ຽວຊານຊານສາກົນ ແນໃສ່ນຳເອົາບົດຮຽນທີ່ໄດ້ໄປສ້າງນັກກິລາມວຍປ້ຳຮຸ່ນສືບທອດ ເພື່ອເປັນຕົວແທນນັກກິລາແຂວງ ແລະ ທີມຊາດ ກຽມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ.
ການເຂົ້າຮ່ວມໂຄງການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າໃນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ກະເສມ ອິນທະລາ ຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ມະໂນລົມ ພິນິດ ຮອງເລຂາທິການສະຫະພັນມວຍປໍ້າແຫ່ງຊາດລາວ ແລະ ທ່ານ ຄາເຊມິ ໂຄເມວ ອະດີດນັກກິລາມວຍປ້ຳທີມຊາດອີຣານ ທັງເປັນວິທະຍາກອນຈາກກອງທຶນໂອແລມປິກສາກົນ ຕະຫຼອດຮອດສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບໂຄງການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າ ບັນດາສຳມະນາກອນທີ່ເຂົ້າຮ່ວມທັງ 15 ທ່ານ ແມ່ນໄດ້ຮຽນຮູ້ເຕັກນິກ ແລະ ບົດຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນການຫຼິ້ນກິລາມວຍປ້ຳຈາກ ທ່ານ ຄາເຊມິ ໂຄເມວ ຜູ້ຊ່ຽວຊານ ທີ່ມີອະດີດເປັນເຖິງນັກກິລາມວຍປ້ຳທີມຊາດອີຣານ ດີກຣີເຈົ້າຂອງຫຼຽນເງິນ ໂອແລມປິກ ເກມ 2012 ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ເປັນເຈົ້າພາບ ແລະ ເຈົ້າຫຼຽນຄຳ ໂອແລມປິກ ເກມ 2016 ທີ່ນະຄອນຣີໂອເດີຈາເນໂຣ ປະເທດເບຣຊິນ ເປັນເຈົ້າພາບ. ຊຶ່ງໂຄງການນີ້ມີໄລຍະເວລາ 3 ເດືອນ ລະຫວ່າງເດືອນມີນາ ຫາເດືອນມິຖຸນາ 2024 ໂດຍເປັນການຮ່ວມມືກັນລະຫວ່າງ ໂອແລມປິກສາກົນ (OS) ແລະ ຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງນີ້ກໍເພື່ອແນໃສ່ໃຫ້ບັນດາສຳມະນາກອນທີ່ເຂົ້າຮ່ວມນຳເອົາບົດຮຽນທີ່ໄດ້ໄປຜັນຂະຫຍາຍ ແລະ ສ້າງນັກກິລາມວຍປ້ຳຮຸ່ນສືບທອດ ເພື່ອເປັນຕົວແທນນັກກິລາແຂວງ ແລະ ທີມຊາດ ກຽມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບ-ຂໍ້ມູນຈາກ: ຄອລ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
