ຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ຮ່ວມຫາລືໃນສະພາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 36 ທີ່ອິນໂດເນເຊຍ

ຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ (ສກມລ) ນໍາໂດຍ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາກິລາມະຫາວິທະຍາໄລອາຊຽນ (AUSC) ຄັ້ງທີ 36 ເມື່ອວັນທີ 24 ມິຖຸນາ 2024 ທີ່ໂຮງແຮມ ເມີກິວ ແກຣນ ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ປະເທດອິນໂດເນເຊຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ Mohd Rusllim Mohamed ປະທານສະພາກິລາມະຫາວິທະຍາໄລອາຊຽນ, ມີທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ປອ ສຸລິວັນ ເຊີນວິໄລ ຮອງເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ພູວົງ ພິມມະກອງ ຮອງເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ພ້ອມດ້ວຍປະທານ ແລະ ຄະນະສະຫະພັນກິລາມະຫາວິທະຍາໄລຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ມີການລາຍງານການກະກຽມຄວາມພ້ອມຮອບດ້ານ ໃນການຈັດງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ປີ 2024 ຂອງປະເທດເຈົ້າພາບ ອິນໂດເນເຊຍ ຊຶ່ງດັ່ງກ່າວ (ASEAN University Games (AUG) 2024) ຈະເລີ່ມແຕ່ວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024 ໂດຍມີແຂວງຈາວາຕາເວັນອອກ (Java East) ເປັນເຈົ້າພາບ. ງານກິລາລະຫວ່າງມະຫາວິທະຍາໄລອາຊຽນຄັ້ງນີ້ ມີການເຂົ້າຮ່ວມຢ່າງຕັ້ງໜ້າຈາກ 11 ປະເທດສະມາຊິກອາຊຽນ ຄື: ອິນໂດເນເຊຍ, ມາເລເຊຍ, ລາວ, ມຽນມາ, ຫວຽດນາມ, ຕີມໍເລັດສະເຕ, ບຣູໄນ ດາຣູຊາລາມ, ໄທ, ສິງກະໂປ, ກຳປູເຈຍ ແລະ ຟີລິບປິນ
ໂດຍຄາດວ່າປະມານ 4.000 ຫາ 5.000 ຄົນ (ນັກກິລາ, ຄູຝຶກ, ເຈົ້າໜ້າທີ່, ຜູ້ສະໜັບສະໜູນ ແລະ ອື່ນໆ), ມີການແຂ່ງຂັນໃນ 21 ກິລາ ຄື: ຟຸດຊໍ, ເປຕັງ, ບານສົ່ງ, ເທັນນິດ, ລອຍນ້ຳ, ກິລາປີນພູ, ບ້ວງ 3×3, ຢູໂດ, ບານມື, ວູຊູ, ບຣິດ, ໝາກເສິກ, ແລ່ນ-ລານ, ບານບ້ວງ, ດອກປີກໄກ່, ຍິງທະນູ, ບານສົ່ງຫາດຊາຍ, ກະຕໍ້, ເທຄວັນໂດ, ປັນຈັກຊີລັດ ແລະ ຄາຣາເຕ
ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University. ພິທີເປີດ AUG 2024 ຈະຈັດຂຶ້ນທີ່ສະໜາມກິລາບານບ້ວງສາກົນ (UNESA Campus 2 Lidah Wetan, Surabaya) ໂດຍການສະແດງສິລະປະຕ່າງໆຈາກ ນັກສິລະປິນແຫ່ງຊາດ ແລະ ນັກສຶກສາຢ່າງຄຶກຄື້ນ.
ນອກຈາກນີ້, ກອງປະຊຸມຍັງໄດ້ມີການຢືນຢັນບົດບັນທຶກກອງປະຊຸມຄັ້ງຜ່ານມາ, ບັນຫາທີ່ເກີດຈາກກອງປະຊຸມ AUSC ຄັ້ງທີ 35, ລາຍງານກອງປະຊຸມ AUSC 2024, ລາຍງານຂອງຄະນະກໍາມະການເຕັກນິກ ແລະ ຈັດການແຂ່ງຂັນ AUSC, ລາຍງານຂອງຄະນະກຳມະການການແພດ AUSC ແລະ ຕ້ານສານເສບຕິດ, ລາຍງານຂອງຄະນະກໍາມະການ ການສຶກສາ AUSC.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ
ຂ່າວຫຼ້າສຸດ
- ສສກ ແລະ ອົງການ ອຸຍນີເຊັບ ປຶກສາຫາລືວຽກງານຍຸດທະສາດ ສົ່ງເສີມພັດທະນາການສຶກສາ ຢູ່ ສປປ ລາວ
- ຫາລື ກຽມຍົກລະດັບວຽກງານໂຄສະນາວິດີໂອເພດສຶກສາ ຜ່ານສື່ວິທະຍຸ ແລະ ໂທລະພາບ ປະຈຳປີ 2026
- ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່
- ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ
- ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027
- ທັບນັກກິລາຊັອບເທັນນິດລາວ ພ້ອມແລ້ວຈະສ້າງຜົນງານໃຫ້ປະເທດຊາດ ໃນເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ






