ໄຂຂຶ້ນຢ່າງເປັນທາງການ ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ມີແຂ່ງຂັນ 21 ປະເພດກິລາ ຊີງ 250 ຫຼຽນຄໍາ

ງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື AUG XXI 2024 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ມິຖຸນາ 2024 ທີ່ສະໜາມກິລາບານບ້ວງນານາຊາດ, ມະຫາວິທະຍາໄລລັດຊູຣາບາຢາ (UNESA) ວິທະຍາເຂດ 2 ລີດາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອາຣິໂອ ບິໂມ ນັນຕິໂຕ ອາຣິໂອເຕໂຈ (Ario Bimo Nandito Ariotedjo) ລັດຖະມົນຕີ ກະຊວງຊາວໜຸ່ມ ແລະ ກິລາ ອິນໂດເນເຊຍ, ມີບັນດາການນຳຂັ້ນສູງພັກ-ລັດ, ບັນດາຄະນະນຳ, ຄູຝຶກ ແລະ ນັກກິລາຈາກມະຫາວິທະຍາໄລຂອງປະເທດເຈົ້າພາບ ແລະ ປະເທດອາຊຽນເຂົ້າຮ່ວມ ຊຶ່ງ ສປປ ລາວ ເຮົາໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ, ທ່ານ ສຈ.ປອ ສົມສີ ຍໍພັນໄຊ ທີ່ປຶກສາສະຫະພັນກິລາມະຫາວິທະຍາໄລລາວ.
ໃນພິທີ, ທ່ານ ອາຣິໂອ ບິໂມ ນັນຕິໂຕ ອາຣິໂອເຕໂຈ ໄດ້ສະແດງຄວາມພາກພູມໃຈ ໃນນາມທີ່ໄດ້ເປັນປະເທດເຈົ້າພາບຈັດງານກິລານັກຮຽນມະຫາວິທະຍາໄລອາຊີຕາເວັນອອກສຽງໃຕ້ເປັນຄັ້ງທີ 5. ການເປີດສາກການແຂ່ງຂັນກິລາໃນຄັ້ງນີ້, ໄດ້ດຳເນີນໄປຢ່າງຄຶກຄື້ນ ໂດຍມີບັນດາທີມຕົວແທນຂອງບັນດາມະຫາວິທະຍາໄລປະເທດອາຊຽນເຂົ້າຮ່ວມໃນ 21 ປະເພດກິລາ ໂດຍພາຍໃຕ້ຄໍາຂວັນ “ສາມັກຄີໃນຄວາມຫຼາກຫຼາຍ” ເພື່ອໃຫ້ການເປີດເປັນໄປດ້ວຍຄວາມສະດວກ ແລະ ຫວັງວ່າ ງານມະໂຫລານຄັ້ງນີ້ ຈະດຳເນີນໄປຢ່າງຄ່ອງແຄ້ວ ແລະ ປະສົບຜົນສຳເລັດໃນການຈັດຕັ້ງປະຕິບັດ.
ທ່ານ ປະທານພິທີ ໄດ້ກ່າວອີກວ່າ: “ພວກເຮົາຫວັງວ່າ ງານນີ້ຈະສາມາດສ້າງຄວາມສາມັກຄີໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ ໂດຍສະເພາະແມ່ນນັກກິລາ ແລະ ຄູຝຶກສອນ ຫຼື ຄະນະນຳທີ່ກ່ຽວຂ້ອງທັງໝົດ. ພ້ອມກັນນີ້, ທ່ານຍັງຫວັງວ່າ AUG ຈະກາຍເປັນຂົວຕໍ່ຂອງການພັດທະນາຄວາມສາມາດດ້ານກິລາຂອງມະຫາວິທະຍາໄລ ໂດຍສະເພາະອິນໂດເນເຊຍ. ດັ່ງນັ້ນ, ໃນອະນາຄົດຈະສາມາດສ້າງພອນສະຫວັນທີ່ດີທີ່ສຸດ ເພື່ອເຮັດໃຫ້ປະເທດມີຄວາມພູມໃຈໃນການແຂ່ງຂັນກິລາລະດັບໂລກ.
ທ່ານ ດຣ Mohd Rusllim Mohamed ປະທານສະພາກິລາມະຫາວິທະຍາໄລອາຊຽນ (AUSC) ກ່າວວ່າ: AUG ແມ່ນເວທີສະແດງຄວາມສາມາດຂອງນັກກິລາທີ່ມີພອນສະຫວັນຂອງມະຫາວິທະຍາໄລທີ່ດີທີ່ສຸດຊຶ່ງແນ່ນອນວ່າ ຈະເປັນຕົວແທນຂອງປະເທດພວກເຮົາໃນການແຂ່ງຂັນກິລາລະດັບໂລກຕ່າງໆ. AUG ມີຄວາມສໍາຄັນສໍາລັບການພັດທະນາ ແລະ ເສີມສ້າງຄວາມສາມາດດ້ານກິລາມະຫາວິທະຍາໄລລະຫວ່າງບັນດາປະເທດ. ນອກຈາກນັ້ນ, ມັນຍັງສົ່ງເສີມຄວາມສາມາດທາງດ້ານສັງຄົມ, ການຮ່ວມມື ແລະ ເສີມສ້າງຄວາມສາມັກຄີລະຫວ່າງນັກສຶກສາໃນທົ່ວປະເທດ ອີກດ້ວຍ.
ນອກຈາກນີ້, ໃນພິທີຍັງໄດ້ມີສະແດງການຮອງເພງປະສານສຽງ, ຮ້ອງເພງຊາດອິນໂດເນເຊຍ, ຄະນະນັກ ກິລາເດີນສວນສະໜາມ ຊຶ່ງ ສປປ ລາວ ນໍາພາໂດຍທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ແລະ ທ້າວ ສຸທີ ອິນທະວົງ ນັກກິລາບານບ້ວງ 3×3 ໄດ້ເປັນຕົວແທນນັກກິລາລາວຖືທຸງຊາດລາວໃນງານຄັ້ງນີ້. ພ້ອມກັນນັ້ນ, ຍັງໄດ້ເດີນສວນສະໜາມທຸງສະພາມະຫາວິທະຍາໄລອາຊຽນ, ຮອງເພງປະຈາໍສະພາມະຫາວິທະຍາໄລອາຊຽນ ແລະ ເຊີນທຸງຂຶ້ນເສົາ, ກາໍມະການຕັດສິນ ແລະ ນັກກິລາ ກ່າວປະຕິຍານຕົນ ແລະ ຈູດທວນໄຟງານມະຫາກາໍກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຢ່າງເປັນທາງການ.
ສະເພາະ ສປປ ລາວ ໄດ້ສົ່ງ 4 ປະເພດກິລາເຂົ້າຮ່ວມການແຂ່ງຂັນ ປະກອບມີ ກິລາ ແລ່ນ-ລານ, ເປຕັງ, ປັນຈັກສີລັດ ແລະ ກິລາບານບ້ວງ 3X3 ລວມທັງໝົດ 41 ຄົນ ຊຶ່ງຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ຕັ້ງເປົ້າໝາຍສູ້ຊົນໃຫ້ບັນລຸເປົ້າໝາຍ 2 ຫຼຽນຄໍາ.
ງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ແມ່ນຈະດໍາເນີນໄປຈົນເຖິງວັນທີ 6 ກໍລະກົດ 2024, ມີການຊີງໄຊກັນ 250 ຫຼຽນຄໍາ ໃນ 21 ປະເພດກິລາ ປະກອບມີ ຟຸດຊໍ, ເປຕັງ, ບານສົ່ງ, ເທັນນິດ, ລອຍນ້ຳ, ກິລາປີນພູ, ບ້ວງ 3×3, ຢູໂດ, ບານມື, ວູຊູ, ບຣິດ, ໝາກເສິກ, ແລ່ນ-ລານ, ບານບ້ວງ, ດອກປີກໄກ່, ຍິງທະນູ, ບານສົ່ງຫາດຊາຍ, ກະຕໍ້, ເທຄວັນໂດ, ປັນຈັກຊີລັດ ແລະ ຄາຣາເຕ ຊຶ່ງນໍາໃຊ້ 9 ສະໜາມທໍາການແຂ່ງຂັນ ໃນ 2 ເມືອງ ຄື: ເມືອງຊູຣາບາຢາ ແລະ ເມືອງມາລັງ ແຂວງຈາວາຕາເວັນອອກ (Java East) ປະກອບມີ State University of Surabaya, Airlangga University, Sepuluh Nopember Institute of Technology, University of Surabaya, UPN “Veteran” East Java, State University of Malang, Brawijaya University, Malang Muhammadiyah University ແລະ Malang Islamic University.
ງານກິລາລະຫວ່າງມະຫາວິທະຍາໄລອາຊຽນຄັ້ງນີ້, ມີຜູ້ເຂົ້າຮ່ວມຈາກ 11 ປະເທດສະມາຊິກອາຊຽນ ຄື: ອິນໂດເນເຊຍ, ມາເລເຊຍ, ລາວ, ມຽນມາ, ຫວຽດນາມ, ຕີມໍເລັດສະເຕ, ບຣູໄນ ດາຣູຊາລາມ, ໄທ, ສິງກະໂປ, ກຳປູເຈຍ ແລະ ຟີລິບປິນ ປະມານ 4.000 ຫາ 5.000 ຄົນ (ນັກກິລາ, ຄູຝຶກ, ເຈົ້າໜ້າທີ່, ຜູ້ສະໜັບສະໜູນ ແລະ ອື່ນໆ). ສຳລັບ AUG XXI 2024 ຈະມີພິທີປິດຢ່າງເປັນທາງການ ທີ່ມະຫາວິທະຍາໄລຂອງລັດ ມາລັງ.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3










