Skip to main content

“ວິລະສັກ” ເປຕັງລາວ ຄວ້າ 1 ຫຼຽນຄໍາທໍາອິດໃຫ້ທັບນັກກິລາລາວ ໃນມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21

27/06/2024

ວິລະສັກ ລາດສະວົງ” ນັກກິລາເປຕັງດາວຮຸ່ງທີມຊາດລາວ ສ້າງຜົນງານໄດ້ໂດດເດັ່ນສົມສັກສີ ສາມາດຄວ້າຫຼຽນຄຳທໍາອິດໃຫ້ທັບນັັກກິລາ ມະຫາວິທະຍາໄລລາວ ປະເພດຊຸດຕິງຊາຍ ພາຍຫຼັງເກັບໄຊເໜືອນັກກິລາທີມຊາດໄທໄປແບບບໍ່ກົດດັນຫຼາຍໃນຮອບຊີງຊະນະເລີດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ. ຂະນະທີ່ ຈິນດາວອນ ສີສະຫວັດ ຄວ້າ 1 ຫຼຽນທອງ ໃນປະເພດດ່ຽວຍິງ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ມອບລາງວັນຂອງທ່ານ ຄໍາຫຼ້າ ວິນໄລທອງ ຄະນະບໍລິຫານງານສະຫະພັນກິລາເປຕັງແຫ່ງຊາດລາວ.

ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ໄດ້ມີຂຶ້ນໃນວັນທີ 26 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງມື້ປະເດີມສະໜາມໄດ້ມີການແຂ່ງຂັນຢູ່ 2 ລາຍການ ຄື: ປະເພດຊຸດຕິງຊາຍ ແລະ ດ່ຽວຍິງ. ສໍາລັບນັກກິລາລາວ ປະເພດຊຸດຕິງຊາຍ ແມ່ນ ທ້າວ ວິລະສັກ ລາດສະວົງ ແລະ ປະເພດດ່ຽວຍິງ ແມ່ນ ນາງ ຈິນດາວອນ ສີສະຫວັດ.

ລາຍການຊຸດຕິງຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 11 ທີມ ຈາກ 6 ຊາດອາຊຽນ ຄື: ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ ຊຶ່ງໃນຮອບທໍາອິດ ວິລະສັກ ລາດສະວົງ ສາມາດຕີເກັບຄະແນນໄດ້ 47 ຄະແນນ ຜ່ານເຂົ້າໄປຮອບທີ 2 (ຮອບ 8 ທີມ) ໂດຍໄປພົບກັບ ພິວັດ ໂພທິປັນຍາ ທີ່ເປັນນັກກິລາທີມຊາດລາວອີກຄົນໜຶ່ງທີ່ຜ່ານເຂົ້າຮອບມາ (ພົບກັນເອງ) ແລະ ເປັນຝ່າຍ ວິລະສັກ ລາດສະວົງ ທີ່ເອົາຊະນະໄປ 35-30 ຄະແນນ ໄດ້ຜ່ານເຂົ້າໄປຮອງຊະນະເລີດ (ຮອບ 4 ທີມ) ພົບກັບນັກກິລາຈາກປະເທດມາເລເຊຍ ແລະ ກໍເປັນ ວິລະສັກ ທີ່ສາມາດເອົາຊະນະໄປແບບສະບາຍ 53-27 ຄະແນນ ຜ່ານເຂົ້າໄປຊີງຫຼຽນຄໍາກັບ ພູມັນນາ ຈາກປະເທດໄທ ຊຶ່ງໃນຮອບນີ້ ເຫັນໄດ້ວ່າ ວິລະສັກ ອາໃສຄວາມທຸ່ນ ມີສະມາທິດີ ສົ່ງຜົນໃຫ້ຕີບໍ່ພາດ ເກັບຄະແນນໄປເລື້ອຍໆ ຈົນເຮັດໃຫ້ນັກກິລາໄທໃຈທໍ້ ຕີພາດເອງ ແລະ ໃນທີ່ສຸດ ວິລະສັກ ລາດສະວົງ ກໍສາມາດສ້າງປະກົດການໂດດເດັ່ນໃຫ້ແກ່ທັບນັກກິລາ ມະຫາວິທະຍາໄລລາວອີກຄັ້ງ ເກັບໄຊເໜືອນັກກິລາໄທ 36-26 ຄະແນນ ຄວ້າຫຼຽນຄໍາໄປຄອງໄດ້ສໍາເລັດ ແລະ ເປັນຫຼຽນຄໍາທຳອິດຂອງທັບນັກກິລາ ມະຫາວິທະຍາໄລລາວ.

ຂະນະທີ່ ປະເພດດ່ຽວຍິງ ມີທີມເຂົ້າຮ່ວມແຂ່ງຂັນ 6 ທີມຈາກ 4 ຊາດອາຊຽນ ຄື: ສປປ ລາວ, ມາເລເຊຍ, ບູໄນ ດາຣູຊາລາມ ແລະ ອິນໂດເນເຊຍ (ເຈົ້າພາບ) ຊຶ່ງໃນຮອບຄັດເລືອກແມ່ນແຂ່ງຂັນແບບຄົບກັນໝົດ ແລະ ຈິນດາວອນ ສີສະຫວັດ ກໍສ້າງຜົນງານໄດ້ດີ ຜ່ານເຂົ້າໄປໃນຮອບສອງ (ຮອບ 8 ທີມ) ພົບກັບນັກກິລາຈາກມາເລເຊຍ ແລະ ກໍເປັນ ຈິນດາວອນ ທີ່ສາມາດເອົາຊະນະໄປ 13-8 ຄະແນນ ຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມ ພົບກັບນັກກິລາຈາກໄທ ແຕ່ ຈິນດາວອນ ພາດທ່າເສຍ 10-13 ຄະແນນ ສົ່ງຜົນໃຫ້ໄດ້ໄປຊີງຫຼຽນທອງກັບນັກກິລາຈາກກໍາປູເຈຍ ແລະ ຈິນດາວອນ ສີສະຫວັດ ກໍສາມາດເຮັດສໍາເລັດ ເອົາຊະນະໄປ 13-11 ຄະແນນ ຄວ້າຫຼຽນທອງມາຄອງເປັນຫຼຽນທໍາອິດຂອງທັບນັກກິລາ ມະຫາວິທະຍາໄລລາວ ເຊັນກັນ.

ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ດວງມາລາ ສຸວັນນະສານ ຄູຝຶກກິລາເປຕັງຍິງທີມຊາດລາວ ໄດ້ມອບເງິນອັດສີດໃຫ້ທ້າວ ວິລະສັກ ລາດສະວົງ ປະມານ 2.000.000 ກວ່າກີບ (100 ໂດລາສະຫະລັດ) ເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດທີ່ຍິງໃຫຍ່ ແລະ ສົມກຽດ ພ້ອມທັງເປັນການຊຸກຍູ້ ສົ່ງເສີມຂວັນກໍາລັງໃຈໃນການສືບຕໍ່ສ້າງຜົນງານໃນການລົງແຂ່ງຂັນປະເພດຕໍ່ໄປ.

ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 1 ຫຼຽນຄຳ ແລະ 1 ຫຼຽນທອງ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ ຊຶ່ງທີມເປຕັງລາວ ຍັງມີໂອກາດລຸ້ນຫຼຽນອີກຫຼາຍລາຍການມາເປັນຂອງຂວັນໃຫ້ແກ່ປະເທດຊາດ.

ສະເພາະໂປຣແກຣມການແຂ່ງຂັນໃນວັນທີ 27 ມິຖຸນາ 2024 ແມ່ນຈະຊີງໄຊກັນຢູ່ 2 ຫຼຽນຄໍາ ໃນປະເພດຊຸດຕິງຍິງ ແລະ ດ່ຽວຊາຍ. ສ່ວນຜົນຈະເປັນແນວໃດ ແມ່ນຖ້າຊົມ ແລະ ເຊຍໄປພ້ອມກັນ.

ສໍາລັບຜົນງານຜ່ານມາຂອງ ວິລະສັກ ລາດສະວົງ” ແມ່ນສາມາດຍາດໄດ້ຫຼຽນຄຳ ປະເພດຄູ່ປະສົມ, ຫຼຽນເງິນ ປະເພດຄູ່ຊາຍ ແລະ  ຫຼຽນເງິນ ປະເພດຊຸດຕິງຊາຍ ໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 20 ແຂວງອຸບົນ ທີ່ປະເທດໄທ ປີ 2022, ຍາດໄດ້ຫຼຽນທອງ ປະເພດຄູ່ຊາຍ ໃນງານຊີເກມ ທີ່ ສສ ຫວຽດນາມ ປີ 2021 ແລະ ຍັງໄດ້ຫຼຽນຄໍາ ປະເພດຊຸດປະສົມ 2 ຊາຍ 1 ຍິງ ໃນງານຊີເກມ ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ ປີ 2023.

ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ