ເປຕັງ ຄວ້າອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງໃຫ້ທັບນັກກິລາລາວ ໃນ ມ.ອາຊຽນ ຄັ້ງທີ 21 ທີ່ອິນໂດເນເຊຍ

ກິລາເປຕັງປະເພດທີມຊຸດຍິງ ສາມາດຄວ້າມາໄດ້ອີກ 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນປະເພດດ່ຽວຊາຍ ໃຫ້ທັບນັກກິລາມະຫາວິທະຍາໄລລາວ ໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.
ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີສາມໃນວັນທີ 28 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດທີມຊຸດຊາຍ ແລະ ທີມຊຸດຍິງ. ສໍາລັບນັກກິລາລາວ ປະເພດທີມຊຸດຍິງ ປະກອບມີ ນ້ອຍ ມະນີທອນ, ຈິນດາວອນ ສີສະຫວັດ ແລະ ນ໋ອນນີ ພັນທະລີ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ມອບລາງວັນຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.
ລາຍການທີມຊຸດຍິງ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 7 ທີມ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ, ບຣູໄນ ດາຣູຊາລາມ ແລະ ກຳປູເຈຍ ຊຶ່ງໃນຮອບທໍາອິດແມ່ນແຂ່ງຂັນແບບຄົບກັນໝົດທຸກທີມ ແລ້ວຄັດເອົາທີມທີ່ມີຄະແນນດີ 4 ທີມເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ (ຮອບ 4 ທີມ) ຊຶ່ງທີມຍິງຂອງລາວ ສາມາດຕິດ 1 ໃນ 4 ທີມທີ່ຜ່ານເຂົ້າໄປຮອບດັ່ງກ່າວ ໂດຍໄປພົບກັບທີມຈາກມາເລເຊຍ ຜ່ານການແຂ່ງຂັນ ປາກົດວ່າ ທີມສາວລາວ ໂຊຟອມເກັ່ງໄດ້ສົມສັກສີ ເກັບໄຊເໜືອທີມສາວມາເລເຊຍ 13-4 ຄະແນນ ຜ່ານເຂົ້າໄປຊີງຫຼຽນຄໍາກັບທີມສາວໄທ ແຕ່ໜ້າເສຍດາຍທີມສາວລາວເຮົາໄປບໍ່ເຖິງຝັນ ເສຍໃຫ້ສາວໄທ 1-13 ຄະແນນ ຄວ້າພຽງຫຼຽນເງິນມາຄອງ, ຫຼຽນຄໍາຕົກຂອງສາວໄທ ແລະ ຫຼຽນທອງ ເປັນຂອງສາວມາເລເຊຍ. ສ່ວນທີມຊຸດຊາຍຂອງລາວ ແມ່ນຕົກຮອບທໍາອິດ.
ຂະນະທີ່ກ່ອນໜ້ານີ້ ໃນວັນທີ 27 ມິຖຸນາ 2024 ໄດ້ມີການແຂ່ງຂັນປະເພດຊຸດຕິງຍິງ ແລະ ດ່ຽວຊາຍ ຊຶ່ງປະເພດດ່ຽວຊາຍຂອງລາວ ແມ່ນ ທ້າວ ແສງອາລຸນ ຊາທອງຍົດ ໂດຍໃນຮອບທໍາອິດຊະນະນັກກິລາຈາກມາເລເຊຍ B 13-5 ຄະແນນ, ຊະນະນັກກິລາຈາກມາເລເຊຍ A 13-8 ຄະແນນ, ເສຍນັກກິລາໄທ 11-13 ຄະແນນ ແລະ ຊະນະກໍາປູເຈຍ 13-11 ຄະແນນ B ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມ ໄດ້ໂຄຈອນໄປພົບນັກກິລາຈາກຊາດດຽວກັນ ແລະ ກໍເປັນ ແສງອາລຸນ ທີ່ສາມາດເອົາຊະນະໄປ 13-12 ຄະແນນ. ສ່ວນໃນຮອບ 4 ທີມ ແມ່ນໄປເສຍໃຫ້ນັກກິລາຈາກກໍາປູເຈຍ A 8-13 ຄະແນນ ສົ່ງຜົນໃຫ້ໄດ້ໄປຊີງພຽງຫຼຽນທອງກັບນັກກິລາຈາກປະເທດກໍາປູເຈຍ B ແລະ ແສງອາລຸນ ຊາທອງຍົດ ກໍສາມາດເຮັດສໍາເລັດ ເອົາຊະນະໄປ 13-5 ຄະແນນ ຄວ້າຫຼຽນທອງມາຄອງ. ສ່ວນຫຼຽນຄໍາ ຕົກເປັນຂອງນັກກິລາຈາກປະເທດກໍາປູເຍ ແລະ ຫຼຽນເງິນແມ່ນນັກກິລາຈາກປະເທດໄທ. ສໍາລັບປະເພດຊຸດຕິງຍິງຂອງລາວ ແມ່ນຕົກຮອບ.
ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 1 ຫຼຽນຄຳ ຈາກປະເພດຊຸດຕິງຊາຍ, 1 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ 2 ຫຼຽນທອງຈາກປະເພດດ່ຽວຍິງ ແລະ ດ່ຽວຊາຍ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.
ສະເພາະໂປຣແກຣມການແຂ່ງຂັນໃນວັນທີ 29 ມິຖຸນາ 2024 ແມ່ນຈະຊີງໄຊກັນຢູ່ 2 ຫຼຽນຄໍາ ໃນປະເພດທີມປະສົມ ຍິງ 1 ຊາຍ 2 ແລະ ທີມປະສົມ ຍິງ 2 ຊາຍ 1. ສ່ວນຜົນຈະເປັນແນວໃດ ຈະລາຍງານໃຫ້ຊາບພາຍຫຼັງ.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3





