Skip to main content

ເປຕັງທີມປະສົມ ຄວ້າເພີ່ມອີກ 2 ຫຼຽນທອງໃຫ້ທັບນັກກິລາລາວ ໃນມະຫາກໍາກິລາມະຫາວິທະຍາໄລອາຊຽນ ທີ່ອິນໂດເນເຊຍ

30/06/2024

ກິລາເປຕັງປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສາມາດຄວ້າມາໄດ້ອີກ 2 ຫຼຽນທອງໃຫ້ທັບນັກກິລາມະຫາວິທະຍາໄລລາວ ໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.

ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີສີ່ ໃນວັນທີ 28 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1. ສໍາລັບນັກກິລາລາວ ປະເພດທີມປະສົມ ຊາຍ 1 ຍິງ 2 ປະກອບມີ ທ້າວ ເຄນທອງ ອຸ່ນນາລົມ, ນາງ ຈິນດາວອນ ສີສະຫວັດ ແລະ ນາງ ປິ່ນມະນີ ວົງສີ. ສ່ວນປະເພດທີມປະສົມ ຊາຍ 2 ຍິງ 1 ປະກອບມີ ທ້າວ ວິລະສັກ ລາດສະວົງ, ທ້າວ ແສງອາລຸນ ຊາທອງຍົດ ແລະ ນາງ ນ້ອຍ ມະນີທອນ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ເຊຍຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.

ລາຍການທີມປະສົມ ຊາຍ 1 ຍິງ 2 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມນັກກິລາລາວ ສາມາດຜ່ານເຂົ້າໄປຮອບຊີງຫຼຽນທອງກັບເຈົ້າພາບ ອິນໂດເນເຊຍ ຊຶ່ງໃນຮອບດັ່ງກ່າວ ທີມນັກກິລາລາວ ກໍເຮັດໄດ້ດີເກັບໄຊເໜືອທີມນັກກິລາອິນໂດເນເຊຍໄປ 13-8 ຄະແນນ ຄວ້າຫຼຽນທອງມາຄອງໄດ້ສໍາເລັດ. ສ່ວນຫຼຽນຄໍາແມ່ນຕົກເປັນຂອງທີມມາເລເຊຍ ແລະ ຫຼຽນເງິນຕົກເປັນຂອງທີມໄທ.

ຂະນະທີ່ປະເພດທີມປະສົມ ຊາຍ 2 ຍິງ 1 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມເຊັ່ນກັນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ມຽນມາ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມນັກກິລາລາວ ກໍສາມາດຜ່ານເຂົ້າໄປຮອບຊີງຫຼຽນທອງກັບເຈົ້າພາບ ອິນໂດເນເຊຍ ເຊັ່ນກັນ ແລະ ກໍເປັນທີມນັກກິລາວເຮົາທີ່ສາມາດເອົາຊະນະໄປ 13-7 ຄະແນນ ຄວ້າຫຼຽນທອງມາເພີ່ມອີກ 1 ຫຼຽນໃຫ້ແກ່ທັບນັກກິລາມະຫາວິທະຍາໄລລາວໃນງານດັ່ງກ່າວ. ສ່ວນຫຼຽນຄໍາຕົກເປັນຂອງທີມໄທ ແລະ ຫຼຽນເງິນຕົກເປັນຂອງທີມກໍາປູເຈຍ.

ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 1 ຫຼຽນຄຳ ຈາກປະເພດຊຸດຕິງຊາຍ, 1 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ໂດຍຈັດຢູ່ອັນດັບທີ 8 ຂອງຕາມຕະລາງຫຼຽນ (29/6/2024) ໃນຈໍານວນທັງໝົດ 11 ປະເທດເຂົ້າຮ່ວມແຂງຂັນ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.

ສະເພາະໂປຣແກຣມການແຂ່ງຂັນໃນວັນທີ 30 ມິຖຸນາ 2024 ໂດຍຈະຊີງໄຊກັນຢູ່ 2 ຫຼຽນຄໍາ ໃນປະເພດຄູ່ຊາຍ 2 ແລະ ຄູ່ຍິງ 2. ສ່ວນຜົນຈະເປັນແນວໃດ ຈະລາຍງານໃຫ້ຊາບພາຍຫຼັງ.

ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ