ທັບນັກກິລາລາວ ບັນລຸເປົາ 2 ຫຼຽນຄຳຮຽບຮ້ອຍ ຫຼັງເປຕັງຄວ້າອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນ ມ.ອາຊຽນ ຄັ້ງທີ 21

ທັບນັກກິລາ ມະຫາວິທະຍາໄລລາວ ສ້າງຜົນງານໄດ້ດີ ສາມາດສູ້ຊົນຈົນບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍແລ້ວ ຫຼັງຫຼ້າສຸດນັກກິລາເປຕັງປະເພດຄູ່ຊາຍ ໂຊຟອມເກັ່ງເອົາຊະນະນັກກິລາຈາກປະເທດໄທ ໃນນັດຊີງຊະນະເລີດ ຄວ້າຫຼຽນຄໍາມາຄອງອີກ 1 ຫຼຽນ. ຂະນະທີ່ ປະເພດຄູ່ຍິງ ກໍສາມາດຄວ້າອີກ 1 ຫຼຽນເງິນມາຄອງໄດ້ສຳເລັດ ໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ຫຼື ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍ.
ການແຂ່ງຂັນກິລາເປຕັງໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໄດ້ສືບຕໍ່ເປັນມື້ທີຫ້າ ໃນວັນທີ 30 ມິຖຸນາ 2024 ທີ່ສະໜາມ State University of Surabaya ເມືອງຊູຣາບາຢາ ແຂວງຈາວາຕາເວັນອອກ (Java East) ຊຶ່ງໄດ້ມີການຊີງໄຊກັນຢູ່ 2 ລາຍການ ຄື: ປະເພດຄູ່ຊາຍ ແລະ ຄູ່ຍິງ. ສໍາລັບນັກກິລາລາວ ປະເພດຄູ່ຊາຍ 1 ປະກອບມີ ທ້າວ ວິລະສັກ ລາດສະວົງ ແລະ ທ້າວ ແສງອາລຸນ ຊາທອງຍົດ ແລະ ປະເພດຄູ່ຊາຍ 2 ປະກອບມີ ທ້າວ ປີ່ໂນ ພັນທະລີ ແລະ ທ້າວ ສອນໄຊ ໄຊຍະວັນ. ສ່ວນປະເພດຄູ່ຍິງ ປະກອບມີ ນາງ ນ່ອນນີ ພັນທະລີ ແລະ ນາງ ໄກ່ທອງ ແກ້ວພິລາ ໂດຍໃຫ້ກຽດເຂົ້າຮ່ວມຕິດຕາມ ແລະ ເຊຍຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ.
ລາຍການປະເພດຄູ່ຊາຍ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຈາກ 5 ຊາດອາຊຽນ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ປະເພດຄູ່ຊາຍ 1 ລາວສາມາດຜ່ານເຂົ້າໄປຮອບ 4 ທີມສຸດທ້າຍ ພົບກັບນັກກິລາຈາກມາເລເຊຍ ຊຶ່ງນັກກິລາລາວ ກໍເຮັດໄດ້ດີຕາມຄາດ ເອົາຊະນະນັກກິລາມາເລເຊຍໄປແບບສະບາຍ 13-5 ຄະແນນ ໄດ້ຜ່ານເຂົ້າໄປຮອບຊີງຊະນະເລີດພົບກັບນັກກິລາຈາກປະເທດໄທ ຊຶ່ງໃນຮອບດັ່ງກ່າວ ຂະນະທີ່ນັກກິລາລາວ ນຳນັກກິລາໄທຢູ່ 5-0 ຄະແນນ ໄດ້ມີບັນຫາດ້ານລະບົບໄຟຟ້າ ຈຶ່ງຈໍາເປັນຕ້ອງເລື່ອນມາແຂ່ງຂັນກັນຕໍ່ໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2024 ແລະ ນັກກິລາລາວເຮົາກໍຍັງຮັກສາມາດຕະຖານໄວ້ໄດ້ຄືເກົ່າ ໂຊຟອມເກັ່ງໄດ້ເໜືອຄໍາບັນຍາຍ ເອົາຊະນະນັກກິລາໄທໄປແບບບໍ່ເຫັນຝຸ່ນ 13-0 ຄະແນນ ຄວ້າອີກ 1 ຫຼຽນຄໍາມາຄອງໄດ້ຢ່າງສົມສັກສີ. ສ່ວນຫຼຽນເງິນແມ່ນຕົກເປັນຂອງຄູ່ນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງເຈົ້າພາບ ອິນໂດເນເຊຍ. ສໍາລັບຄູ່ຊາຍ 2 ຂອງລາວ ແມ່ນຕົກຮອບ.
ຂະນະທີ່ປະເພດຄູ່ຍິງ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ ຈາກ 6 ຊາດ ປະກອບມີ ສປປ ລາວ, ອິນໂດເນເຊຍ, ມາເລເຊຍ, ໄທ, ບຣູໄນ ດາຣູຊາລາມ ແລະ ກຳປູເຈຍ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມນັກກິລາລາວ ກໍສາມາດຜ່ານເຂົ້າໄປຮອບ 8 ທີມ ພົບກັບເຈົ້າພາບ ອິນໂດເນເຊຍ ແລະ ເປັນນັກກິລາວເຮົາທີ່ສາມາດເອົາຊະນະໄປ 11-9 ຄະແນນ ຜ່ານເຂົ້າໄປຮອບ 4 ທີມ ພົບກັບນັກກິລາກຳປູເຈຍ ແລະ ກໍສາມາດເອົາຊະນະໄປ 12-7 ຄະແນນ ຫຼັງຈາກນັ້ນ ໄດ້ໄປຊີງຫຼຽນຄໍາກັບນັກກິລາຈາກປະເທດໄທ ແຕ່ຂະນະທີ່ເກມແຂ່ງຂັນກໍາລັງດໍາເນີນໄປຢ່າງສູສີ ນັກກິລາໄທນໍາຢູ່ 3-2 ຄະແນນ ກໍພົບບັນຫາລະບົບໄຟຟ້າໃນສະໜາມບໍ່ພຽງພໍເຊັນກັນ ຈຶ່ງຈໍາເປັນຕ້ອງເລື່ອນມາແຂ່ງຂັນໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2024 ແລະ ນັກກິລາລາວເຮົາສູ້ບໍ່ໄຫວ ເສຍ 5-13 ຄະແນນ ຈຶ່ງຄວ້າພຽງຫຼຽນເງິນມາຄອງອີກ 1 ຫຼຽນ. ສ່ວນຫຼຽນຄໍາຕົກເປັນຂອງນັກກິລາໄທ ແລະ ຫຼຽນທອງຕົກເປັນຂອງນັກກິລາຈາກກຳປູເຈຍ.
ປັດຈຸບັນ ທັບນັກກິລາ ມະຫາວິທະຍາໄລລາວ ສາມາດຄວ້າມາໄດ້ແລ້ວ 2 ຫຼຽນຄໍາ ຈາກປະເພດຊຸດຕິງຊາຍ ແລະ ຄູ່ຊາຍ, 2 ຫຼຽນເງິນ ຈາກປະເພດທີມຊຸດຍິງ ແລະ ຄູ່ຍິງ ແລະ 4 ຫຼຽນທອງຈາກປະເພດດ່ຽວຍິງ, ດ່ຽວຊາຍ, ປະເພດທີມປະສົມ ຊາຍ 1 ຍິງ 2 ແລະ ຊາຍ 2 ຍິງ 1 ສົ່ງຜົນໃຫ້ທັບນັກກິລາລາວ ສາມາດບັນລຸເປົ້າໝາຍ 2 ຫຼຽນຄໍາ ຕາມທີ່ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ຄາດຫວັງໄວ້ເປັນທີ່ຮຽບຮ້ອຍ ໃນ ມ.ອາຊຽນ 2024 ທີ່ປະເທດອິນໂດເນເຊຍຄັ້ງນີ້.
ສະເພາະໂປຣແກຣມການແຂ່ງຂັນກິລາເປຕັງໃນວັນທີ 1 ກໍລະກົດ 2024 ຈະຊີງໄຊກັນຢູ່ 1 ຫຼຽນຄໍາ ໃນປະເພດຄູ່ປະສົມຊາຍ 1 ຍິງ 1 ແລະ ເປັນລາຍການສຸດທ້າຍຂອງກິລາປະເພດດັ່ງກ່າວ.
ສໍາລັບກິລາບານບ້ວງ 3×3 ລາວເຮົາ ທັງປະເພດທີມຊາຍ ແລະ ທີມຍິງ ແມ່ນໄດ້ຜ່ານເຂົ້າໄປຊີງຫຼຽນທອງ ແຕ່ບໍ່ສາມາດຄວ້າຫຼຽນມາຄອງໄດ້ຢ່າງໜ້າເສຍດາຍ ແລະ ປັດຈຸບັນໄດ້ເດີນທາງເຖິງ ສປປ ລາວເປັນທີ່ຮຽບຮ້ອຍ. ສ່ວນອີກ 2 ປະເພດກິລາ ຄື: ແລ່ນ-ລານ ແລະ ປັນຈັກຊີລັດ ທີ່ ສປປ ລາວ ສົ່ງເຂົ້າແຂ່ງຂັນຈາກ 4 ປະເພດກິລາ ແມ່ນໄດ້ເດີນທາງມາເຖິງເມືອງຊູຣາບາຢາ ແລະ ເມືອງມາລັງ ແຂວງຈາວາຕາເວັນອອກ (Java East) ແລ້ວ ຊຶ່ງກິລາແລ່ນ-ລານ ຈະເລີ່ມແຂ່ງຂັນລະຫວ່າງວັນທີ 2-5 ກໍລະກົດ 2024 ທີ່ເມືອງຊູຣາບາຢາ ແລະ ກິລາປັນຈັກຊີລັດ ແມ່ນຈະເລີ່ມແຂ່ງຂັນໃນລະຫວ່າງວັນທີ 2-6 ກໍລະກົດ 2024 ທີ່ເມືອງມາລັງ. ສ່ວນຄວາມຄືບໜ້າຂອງທັບນັກກິລາ ມະຫາວິທະຍາໄລລາວ ຈະເປັນແນວໃດ ຈະລາຍງານໃຫ້ຊາບຕື່ມອີກຕາມຫຼັງ.
ໂດຍ ດາວຫວຽດ ລາຍງານຈາກປະເທດອິນໂດເນເຊຍ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3





