ເພື່ອນຮັກສາມັນ ເສຍໃຫ້ ສຄຂ 7-8 ເຕະບານມິດຕະພາບ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 69 ປີ
23/07/2024

ທີມເພື່ອນຮັກສາມັນ ຕາງໜ້າໃຫ້ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເສຍໃຫ້ ທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ສຄຂ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄປ 7-8 ປະຕູ ໃນການແຂ່ງຂັນເຕະບານມິດຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 19 ກໍລະກົດ 2024 ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນສິນ ມາສະວົງດີ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າທີມເພື່ອນຮັກສາມັນ ແລະ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຕະຫຼອດຮອດແຂກຖືກເຊີນ, ພະນັກງານ, ຄູອາຈານ ແລະ ນັກກິລາທັງສອງພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ.
ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966-13 ກໍລະກົດ 2024), ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024). ພິເສດແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ພວມດຳເນີນຢູ່ໃນປັດຈຸບັນໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ທັງເປັນການສ້າງໂອກາດໃຫ້ບັນດາພະນັກງານຂອງກົມ, ສະຖາບັນ ແລະ ບັນດາສູນອ້ອມຂ້າງ ກະຊວງ ສສກ ໄດ້ພົບປະຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນທາງດ້ານວຽກງານວິຊາການອີກດ້ວຍ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
