ປກສ ຄອງຂັນຊະນະເລີດທ່ານເຈົ້າແຂວງບໍ່ແກ້ວ ເປຕັງສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 58 ປີ
23/07/2024

ທີມກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງບໍ່ແກ້ວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຄວ້າຂັນຊະນະເລີດ ພ້ອມເງິນລາງວັນ 2.000.000 ກີບ ໃນການແຂ່ງຂັນກິລາເປຕັງ ປະເພດຄູ່ປະສົມ ຊີງຂັນທ່ານເຈົ້າແຂວງບໍ່ແກ້ວ ປະຈຳປີ 2024 ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 58 ປີ (13 ກໍລະກົດ 1966-13 ກໍລະກົດ 2024) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 18 ກໍລະກົດ 2024 ທີ່ເດີ່ນກິລາເປຕັງສວນອາຫານດາວລືໄຊ ໂດຍມີ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ແລະ ທ່ານ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ພ້ອມດ້ວຍຄະນະສະຫະພັນກິລາເປຕັງແຂວງ, ຄະນະຮັບຜິດຊອບການແຂ່ງຂັນ, ນັກກິລາແຕ່ລະພາກສ່ວນ ແລະ ຜູ້ເສຍ ຜູ້ເຊຍເຂົ້າຮ່ວມຢ່າງຟົດຟື້ນ.
ການແຂ່ງຂັນກິລາຄັ້ງນີ້ ເປັນໂອກາດດີອີກຄັ້ງໜຶ່ງໃນການເຄື່ອນໄຫວກິດຈະກໍາກິລາເປຕັງຮ່ວມກັນຂອງທີມນັກກິລາຫຼາຍພາກສ່ວນ, ເພື່ອສ້າງໄມຕີຈິດມິດຕະພາບ, ຜູກແໜ້ນຄວາມສາມັກຄີ ໃນການຖອດຖອນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານກິລາດ້ວຍກັນ ລະຫວ່າງ ທີມນັກກິລາບັນດາພະແນກການ, ກົມກອງ ແລະ ຫ້ອງການ ອ້ອມຂ້າງແຂວງ ຊຶ່ງມີທີມນັກກິລາປະເພດທີມຄູ່ປະສົມ (ຍິງ-ຊາຍ) ເຂົ້າຮ່ວມທັງໝົດ 36 ທີມ ໂດຍແບ່ງອອກເປັນ 9 ສາຍ, ສາຍລະ 4 ທີມ ແລະ ຮູບແບບການແຂ່ງຂັນ ແມ່ນຄັດເອົາທີມອັນດັບ 1-2 ຂອງແຕ່ລະສາຍ ຜ່ານເຂົ້າສູ່ຮອບ 18 ທີມ ແລະ ຄັດຕໍ່ໄປຈົນໄດ້ທີມຊະນະເລີດ.
ຜ່ານການແຂ່ງຂັນເປັນເວລາ 1 ວັນເຕັມ ຜົນປະກົດວ່າ ຊະນະເລີດ ທີມກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດ ທີມສະພາປະຊາຊົນແຂວງ ໄດ້ຮັບເງິນສົດ 1.500.000 ກີບ ແລະ ອັນດັບທີ 3 ທີມໂຮງໝໍແຂວງບໍ່ແກ້ວ ໄດ້ຮັບເງິນສົດ 800.000 ກີບ.
ການແຂ່ງຂັນກິລາເປຕັງດັ່ງກ່າວ ນອກຈາກເປັນການສ້າງຄວາມສາມັກຄີ ລະຫວ່າງພະນັກງານດ້ວຍກັນແລ້ວ,ຍັງເປັນການຄັດເລືອກຕົວນັກກິລາເປຕັງ ຕົວແທນຂອງແຂວງບໍ່ແກ້ວ ເພື່ອກະກຽມໄປຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບໃນປີ 2025.
ຂ່າວ:ເງິນຫຼົງ ຈິດພູວົງ
ພາບ: ພອນໄຊ ແກ້ວປະເສີດ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
