Skip to main content

ມັດສະດາ ຄວ້າແຊ໋ມເຕະບານເຍົາວະຊົນ ຢູ-11 ລາຍການ ເກວເມ ໄທແລນ ຄັບ 2024

24/07/2024

ຫຼານນ້ອຍ ເຍົາວະຊົນລາວ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC ທີມ ເອ ສາມາດສ້າງຜົນງານໄດ້ໂດດເດັ່ນອີກແລ້ວ ຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 11 ປີ ຫຼື ຢູ-11 ລາຍການ KELME Thailand cup 2024 ຫຼັງຈາກໂຊຟອມເກັ່ງໄລ່ເອົາຊະນະ ທີມອາເອັນເອັດ (RNS Academy) ທີມທີ່ມາຈາກ ສປປ ລາວດ້ວຍກັນເອງ ໃນນັດຊີງຊະນະເລີດ 3-0 ປະຕູ.


ລາຍການນີ້ ຈັດຂຶ້ນລະຫວ່າງວັນທີ 20-22 ກໍລະກົດ 2024 ທີ່ສະໜາມກິລາ UFA Arena Stadium ທີ່ແຂວງຊຽງໃໝ່ ປະເທດໄທ ມີການຊີງໄຊທັງໝົດ 3 ລາຍການ ປະກອບມີ: ຢູ-11, ຢູ-13 ແລະ ຢູ-15 ທັງ 3 ຮຸ່ນແຂ່ງຂັນຕັ້ງລະ 15 ນາທີ ລວມ ສອງຕັ້ງ 30 ນາທີ, ສະເພາະຮຸ່ນອາຍຸບໍ່ເກີນ 11 ປີ ມີ 17 ທີມເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ມີ 2 ສະໂມສອນ ຈາກ ສປປ ລາວ ສົ່ງເຂົ້າຮ່ວມ 3 ທີມ ກໍຄື ມັດສະດາ ລາວ ຈີບີ ເອັບຊີ ສົ່ງ 2 ທີມ ກໍຄື ທີມ ເອ ແລະ ທີມ ບີ ສ່ວນ ອາເອັນເອັດ ສົ່ງເຂົ້າຮ່ວມພຽງ 1 ທີມ ສ່ວນອີກ 14 ທີມແມ່ນບັນດາທີມທີ່ມາຈາກແຕ່ລະແຂວງ ແລະ ພາຍໃນແຂວງຊຽງໃໝ່ ປະເທດໄທ ຊຶ່ງລາຍການດັ່ງກ່າວ ຈັດແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ແຕ່ລະກຸ່ມຜ່ານເຂົ້າຮອບ 8 ທີມສຸດທ້າຍ. ຂະນະທີ່ ຢູ-15 ມີພຽງ ທ່າຊ້າງ ຢູໄນເຕັດ ສົ່ງເຂົ້າຮ່ວມພຽງ 1 ທີມ.

ສຳລັບຄູ່ຊີງຊະນະເລີດ ຢູ-11 ເປັນການໂຄຈອນມາພົບກັນເອງຂອງທີມທີມາຈາກ ສປປ ລາວ ລະຫວ່າງ ມັດສະດາ ທີມ ເອ ພົບກັບ ທີມອາເອັນເອັດ ອາຄາເດມີ ຜົນປະກົດວ່າ: ມັດສະດາ ລາວ ຈີບີ ເອັບຊີ ທີມ ເອ ໄລ່ເອົາຊະນະ ອາເອັນເອັດ ຂາດຮອຍ 3-0 ປະຕູ ສຳລັບປະຕູໄຊ ໄດ້ຈາກການຍິງຂອງ ກຳມະການ ວິໄລພັນ ຫຼື ແຊ໋ມ ກອງກາງຫົວໃຈສຳຄັນທີມ ເໝົາຍິງຄົນດຽວ 2 ປະຕູ ແລະ ປະກອນລຳ ພົງສະຫວັດ ຫຼື ເຈອາ.

ການຄອງແຊ໋ມລາຍການນີ້ ຂອງ ຫຼານນ້ອຍ ມັດສະດາ ລາວ ຈີບີ ເອັບຊີ ເປັນແຊ໋ມ ລາຍການທີ 2 ໃນປີ 2024 ສະເພາະລາຍການນອກປະເທດ ກໍຄື ຄອງແຊ໋ມການເປັນຕົວແທນ ລາຍການ ໃຈຟ້າ ອາຄາເດມີ ຊີງຂັນພະຣາຊະທານເຈົ້າຊີວິດໄທ ກຽມຮ່ວມລາຍການແຊ໋ມຊົນແຊ໋ມ ປະເທດໄທ ທີ່ແຂວງລົບບູລີ ເປັນເຈົ້າພາບ ໃນເດືອນພະຈິກນີ້, ຫຼ້າສຸດ ກໍຄອງແຊ໋ມ KELME Thailand cup 2024. ນອກຈາກນັ້ນ, ກໍຍັງກະກຽມເຂົ້າຮ່ວມ 2 ງານໃຫຍ່ໃນທ້າຍປີ 2024 ທີ່ປະເທດໄທ ໂດຍສະເພາະແມ່ນງານແຂ່ງຂັນ ລາຍການ ລາລີກາ ແລະ ລາຍການ ຕ້າ (TAR) ລາຍການ ທີ່ສະໂມສອນ ດັບເບິນຢູໄອຈີ ໄດ້ສ້າງປະຫວັດສາດ ເປັນຕົວແທນຮ່ວມລາຍການທີ່ປະເທດແອັດສະປາຍ ອີກດ້ວຍ.

ຂ່າວໂດຍ: ສົງການ ພັນແພງດີ