ປິດສາກໂອແລມປິກ ເກມ 2024 ແບບລຽບງ່າຍ ແລະ ປະກັບໃຈ ຄະນະນັກກິລາສະຫະລັດ ຄອງເຈົ້າຫຼຽນຄຳ ພ້ອມຮັບທຸງເປັນເຈົ້າພາບ ປີ 2028
12/08/2024
ປິດສາກລົງຢ່າງລຽບງ່າຍ ແລະ ໜ້າປະທັບໃຈ ສຳລັບງານມະຫາກຳກິລາໂອແລມປິກ ເກມ 2024 ຫຼື “ປາຣີ ເກມ 2024” ທີ່ປະເທດຝຣັ່ງ ເປັນເຈົ້າພາບ ໂດຍໃຫ້ຕົວແທນນັກກິລາທີ່ຄວ້າຫຼຽນລາງວັນໃນໂອແລມປິກ ຈາກ 5 ທະວີບ ເປົ່າມອດໄຟໃນຖັງໄຟໂອແລມປິກ ຂະນະທີ່ຄະນະນັກກິລາສະຫະລັດອາເມຣິກາ ປະກາດສັກດາຄອງເຈົ້າຫຼຽນຄຳ ດ້ວຍຜົນງານ 40 ຫຼຽນຄຳ, 44 ຫຼຽນເງິນ ແລະ 42 ຫຼຽນທອງ ລວມ 126 ຫຼຽນ ພ້ອມຮັບທຸງເປັນເຈົ້າພາບຄັ້ງທີ 44 ໃນປີ 2028.
ພິທີປິດງານແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນເມື່ອຕອນແລງວັນທີ 11 ສິງຫາ 2024 ຕາມເວລາທ້ອງຖິ່ນ ທີ່ສະໜາມກິລາສະຕ໊າດ ເດີ ຟຣອງ ນະຄອນຫຼວງປາຣີ ປະເທດຝຣັ່ງ. ຊຶ່ງພິທີເລີ່ມຕົ້ນດ້ວຍ “ລີອອນ ມາຊອງ” ນັກກິລາລອຍນ້ຳ ເຈົ້າຂອງຜົນງານ 4 ຫຼຽນຄຳ ໃນງານມະຫາກຳກິລາໂອແລມປິກຄັ້ງນີ້ ຍ່າງຖືທວນໄຟຈາກຖັງໄຟຢູ່ໃນສວນຕຸຍເລີຣີ ຕໍ່ດ້ວຍຂະບວນສວນສະໜາມຂອງນັກກິລາ 205 ຊາດ ຍ່າງເຂົ້າສູ່ສະໜາມຢ່າງຄຶກຄື້ນທ່າມກາງສຽງດົນຕີ. ຈາກນັ້ນທາງເຈົ້າພາບ ຝຣັ່ງ ໄດ້ຈັດຊຸດການສະແດງທັງເຕັ້ນ, ຢີມນາສະຕິກ ລວມເຖິງດົນຕີຟີນິກ ວົງປ໊ອບອິນດີ້, ດົນຕີເອເລັກໂຕຣນິກເຈົ້າຂອງລາງວັນແກຣມມີ ຊຶ່ງໂດ່ງດັງທີ່ສຸດໃນຍຸກ 90 ແລະ ວັນນະຖາ ແຣບເປີດາວເດັ່ນຊາວກຳປູເຈຍ ຮ່ວມສະແດງກັບວົງຟີນິກ.
ໂດຍໄຮໄລຂຶ້ນງານຢູ່ທີ່ມອບ-ຮັບທຸງເຈົ້າພາບຈັດການແຂ່ງຂັນຄັ້ງຕໍ່ໄປ ທີ່ນະຄອນລອດແອນເຈລິດ ປະເທດສະຫະລັດອາເມຣິກາ ໃນປີ 2028 ໂດຍທ່ານ ຄາເຣນ ເບດ ເຈົ້ານະຄອນລອດແອນເຈລິດ ເປັນຜູ້ຮັບທຸງຈາກ ທ່ານ ແອນ ອິດາວໂກ ເຈົ້າຄອງນະຄອນຫຼວງປາຣີ ກ່ອນໃນສະໜາມຈະຮືຮາ ແລະ ຕື່ນເຕັ້ນ ເມື່ອ ທອມ ຄຣູດ ນັກສະແດງຮໍລີວູດ ອາຍຸ 62 ປີ ປາກົດຕົວໃນສະໜາມ ດ້ວຍການຢ່ອນຕົວລົງມາຈາກຫຼັງຄາສະໜາມ ສະຕ໊າດ ເດີ ຟຣອງ ມາຮັບທຸງໂອແລມປິກຕໍ່ອີກຕໍ່ໜຶ່ງ.
ພາຍຫຼັງຮັບທຸງແລ້ວ ກໍໄດ້ຂີ່ລົດຈັກອອກຈາກສະໜາມ ແລະ ພາບຕັດໄປທີ່ “ທອມ ຄຣູດ” ຂຶ້ນເຮືອບິນ ເພື່ອນຳທຸງໄປຍັງນະຄອນລອດແອນເຈລິດ ກ່ອນໂດດຈ້ອງລົງໄປທີ່ປ້າຍຂອງ ຮໍລີວູດ ແລນມາກສຳຄັນຂອງເມືອງເຈົ້າພາບໃນປີ 2028 ຫຼັງຈາກນັ້ນ “ທອມ ຄຣູດ” ໄດ້ສົ່ງຕໍ່ທຸງໃຫ້ກັບນັກກິລາຂອງສະຫະລັດອາເມຣິກາອີກຫຼາຍຄົນ ແລະ ສົ່ງຕໍ່ກັນໄປຈົນເຖິງຫາດຊາຍ ແລ້ວມອບຕໍ່ໃຫ້ ເຣດຮອດຊິລີເພບເປີ ວົງຣ໊ອດອາເມຣິກາ ທີ່ສ້າງຕັ້ງວົງໃນລອດແອນເຈລິດ ລວມເຖິງສອງແຣບເປີດັງຢ່າງ ສະນູບ ແລະ ດຣ.ເດຣ ໄດ້ຮ່ວມກັນສະແດງສົດຂ້າມປະເທດມາຍັງສະໜາມກິລາສະຕ໊ອດ ເດີ ຟຣອງ.
ກ່ອນພາບຈະຕັດກັບມາທີ່ສະໜາມສະຕ໊ອດ ເດີ ຟຣອງ ອີກຄັ້ງ ໂດຍ ເລອອງ ມາຊອງ ນັກກິລາລອຍນ້ຳຊາວຝຣັ່ງ ເຈົ້າຂອງ 4 ຫຼຽນຄຳ ໂອແລມປິກ ເກມ 2024 ຖືທວນໄຟໃນໂຄມໄຟຂະໜາດນ້ອຍໃນບອນລູນເຂົ້າສູ່ສະໜາມສະຕ໊ອດ ເດີ ຟຣອງ ພ້ອມດ້ວຍ ທ່ານ ໂທມັດ ບາກ ປະທານຄະນະກຳມະການໂອແລມປິກສາກົນ ແລະ ຕົວແທນນັກກິລາທີ່ຄວ້າຫຼຽນລາງວັນປາຣີ ເກມ 2024 ຈຳນວນ 6 ຄົນ ຊຶ່ງເປັນຕົວແທນຈາກ 5 ທະວີບ ແລະ ສະມາຊິກທີມໂອແລມປິກຜູ້ລີ້ໄພອີກ 1 ຄົນ ຊ່ວຍກັນເປົ່າມອດໄຟໃນຖັງໄຟໂອແລມປິກ ຊຶ່ງກໍຖືວ່າເປັນການສົ່ງສັນຍານປິດສາກໂອແລມປິກເກມ ຢ່າງເປັນທາງການ.
ສ່ວນຜົນງານການແຂ່ງຂັນຜົນປະກົດວ່າ ຄະນະນັກກິລາສະຫະລັດອາເມຣິກາ ເຈົ້າພາບ ຄັ້ງຕໍ່ໄປ ສາມາດຄອງເຈົ້າຫຼຽນຄຳ ຍາດມາໄດ້ 40 ຫຼຽນຄຳ, 44 ຫຼຽນເງິນ ແລະ 42 ຫຼຽນທອງ ລວມ 126 ຫຼຽນ; ອັນດັບທີ 2 ສປ ຈີນ ຍາດໄດ້ 40 ຫຼຽນຄຳ, 27 ຫຼຽນເງິນ ແລະ 24 ຫຼຽນທອງ ລວມ 91 ຫຼຽນ; ອັນດັບທີ 3 ຍີ່ປຸ່ນ ຍາດໄດ້ 20 ຫຼຽນຄຳ, 12 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 45 ຫຼຽນ; ອັນດັບທີ 4 ອົດສະຕຣາລີ ຍາດໄດ້ 18 ຫຼຽນຄຳ, 19 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 53 ຫຼຽນ ແລະ ອັນດັບທີ 5 ເຈົ້າພາບ ຝຣັ່ງ ຍາດໄດ້ 16 ຫຼຽນຄຳ, 26 ຫຼຽນເງິນ ແລະ 22 ຫຼຽນທອງ ລວມ 64 ຫຼຽນ. ຂະນະທີ່ນັກກິລາ ສປປ ລາວເຮົາ ຈຳນວນ 4 ຄົນ ຈາກ 3 ປະເພດ ບໍ່ສາມາດຍາດໄດ້ຈັກຫຼຽນ ແຕ່ກໍຖືວ່າເປັນປະສົບການທີ່ດີໃຫ້ກັບນັກກິລາ.
ສຳລັບປະເທດຝຣັ່ງ ພາຍຫຼັງສຳເລັດງານມະຫາກຳກິລາໂອແລມປິກເກມແລ້ວ ແມ່ນຈະສືບຕໍ່ເປັນເຈົ້າພາບຈັດງານມະຫາກຳກິລາພາຣາແລມປິກ ເກມ 2024 ໃນລະຫວ່າງວັນທີ 28 ສິງຫາ ຫາວັນທີ 8 ກັນຍາ 2024.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດ ຊຸດໃໝ່
- ເປີດຊຸດຝຶກອົບຮົມຫຼັກສູດບໍລິຫານຄຸ້ມຄອງລັດ ໃຫ້ຜູ້ບໍລິຫານລະດັບສູງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ
- ກວຮ ຈັດກອງປະຊຸມວິເຄາະຂໍ້ມູນການກັ່ນຕອງທາງດ້ານການແພດ ກ່ຽວກັບການກວດກາຄວາມບົກຜ່ອງໜ້າທີ່ການຂອງເດັກ ອາຍຸ 3-5 ປີ
- ມະຫາວິທະຍາໄລແຫ່ງຊາດ ເຊື່ອມຊຶມເອກະສານສຳຄັນຂອງພັກ
- ເປີດການສອບເສັງມາດຕະຖານ IHK ຂອງເຢຍລະມັນ ຄັ້ງທີ 8 ປະຈຳສົກຮຽນ 2025-2026
- ພະນັກງານຫຼັກແຫຼ່ງ ສສກ ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII




