ຫົງສາວະດີ ວົງໄຊ ນັກກິລາພູ ມຶ 1 ປະເທດລາວ ຄວ້າສິດຮ່ວມແຂ່ງຂັນລາຍການອາຊີບລະດັບໂລກ 2 ປີຕິດຕໍ່ກັນ
09/09/2024

ທ້າວ ຫົງສາວະດີ ວົງໄຊ ນັກກິລາພູ ມຶ 1 ປະເທດລາວ ປະເພດພູ ສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ວົງການກິລາບິລຽດ-ສະນຸກເກີ ຫຼື ກິລາ ຄິວສະປອດຂອງລາວ ໂດຍການໄດ້ສິດເຂົ້າຮ່ວມແຂ່ງຂັນ ລາຍການອາຊີບລະດັບໂລກ (World Nineball Tour Ranking) ຊຶ່ງເປັນລາຍການລະດັບ World Profesional Pool Tournament ແລະ ໃນກາງເດືອນຕຸລາ 2024 ນີ້ ກໍຈະໄດ້ເຂົ້າຮ່ວມລາຍການທຳອິດຈະຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ.
ທ່ານ ລິຄິດ ອິນທະວົງ ຮັກສາການປະທານ ແລະ ເລຂາທິການສະຫະພັນບິລຽດ-ສະນຸກເກີແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ເມື່ອອາທິດທີ່ຜ່ານມາ ທ້າວ ຫົງສາວະດີ ວົງໄຊ ໄດ້ລົງແຂ່ງຂັນໃນລາຍການ Mansion Sport Nineball Tournament ທີ່ແຂວງພັດທະຍາ ປະເທດໄທ ຊຶ່ງເປັນລາຍການຄັດເລືອກ ເອົາ 3 ນັກກິລາ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ເພື່ອຄວ້າສິດເຂົ້າໄປແຂ່ງຂັນລາຍການອາຊີບລະດັບໂລກ ຫຼື World Nineball Tour Ranking ຜ່ານການແຂ່ງຂັນຜົນປະກົດວ່າ: ທ້າວ ຫົງສາວະດີ ວົງໄຊ ສາມາດໂຊຟອມໄດ້ຢ່າງສຸດຍອດ ຈົບອັນດັບທີ 3 ໃນການແຂ່ງຂັນລາຍການດັ່ງກ່າວ ທີ່ມີນັກກິລາເຂົ້າຮ່ວມແຂ່ງຂັນຄັດເລືອກເຖິງ 256 ຄົນ ຈາກບັນດາ 11 ປະເທດໃນຂົງເຂດອາຊຽນ.
ຈາກຜົນງານດັ່ງກ່າວ ເຮັດໃຫ້ທ້າວ ຫົງສາວະດີ ວົງໄຊ ນັກກິລາພູ ມື 1 ທີມຊາດລາວ ໄດ້ສິດເຂົ້າຮ່ວມແຂ່ງຂັນ ໃນ World Nineball Tour ເປັນເວລາ 2 ປີ ຕິດຕໍ່ກັນ ແລະ ລາຍການທຳອິດຂອງ World Nineball Tour ລະດູການ 2024-2025 ຈະເປີດແຂ່ງຂັນ ໃນວັນທີ 8-13 ຕຸລາ 2024 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
