ເປີດສາກເປັນທາງການ ປິ່ງປ່ອງຊາວໜຸ່ມ ເຍົາວະຊົນໂລກ 2024 ມີນັກກິລາເຂົ້າຮ່ວມຊີງໄຊ 200 ກວ່າຄົນ ຈາກ 14 ປະເທດ

ການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ ເຍົາວະຊົນໂລກ 2024 ຫຼື WTT youth contender 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບເປັນຄັ້ງທີ 2 ໄດ້ມີພິທີເປີດສາກຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 18 ກັນຍາ 2024 ທີ່ສູນການຄ້າ ລາວ-ໄອ ເຕັກ ໃນນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ປະທານຄະນະກຳມະການຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ແລະ ທ່ານ ປ້າ ວຽງເງິນ ໄຂຄຳພິທູນ ພັນລະຍາທ່ານຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທັງເປັນທີ່ປຶກສາກິດຕິມາສັກຂອງການ ແຂ່ງຂັນ, ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນຫຼາຍພາກສ່ວນ, ຄະນະນໍາ, ຄູຝຶກ ແລະ ນັກກິລາຈາກບັນດາປະເທດຕ່າງໆ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວລາຍງານວ່າ: ການແຂ່ງຂັນກິລາປິງປ່ອງຊາວໜຸ່ມ ເຍົາວະຊົນໂລກ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບເປັນຄັ້ງທີ 2 ຕໍ່ຈາກປີ 2023 ຊຶ່ງຄັ້ງນີ້ມີນັກກິລາຈາກ 14 ປະເທດເຂົ້າຮ່ວມຊີງໄຊ ປະກອບມີ ສປປ ລາວ, ໄທ, ສສ ຫວຽດນາມ, ກຳປູເຈຍ, ສ.ເກົາຫຼີ, ມາເລເຊຍ, ສິງກະໂປ, ຮົງກົງ, ໄຕຫວັນ, ອິນເດຍ, ມານດິວ, ອົດສະຕຣາລີ, ໂຄລົມບີ ແລະ ອິນໂດເນເຊຍ ໂດຍມີນັກກິລາທັງໝົດ 201 ຄົນ (ຍິງ 80 ຄົນ) ມີຕັ້ງແຕ່ອາຍຸ 11, 13, 15, 17 ແລະ 19 ປີ ຊີງໄຊລະຫວ່າງວັນທີ 18-21 ກັນຍາ 2024. ການແຂ່ງຂັນລາຍການນີ້, ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ຍ້ອນເປັນການຮັດແໜ້ນຄວາມສາມັກຄີກັບບັນດາປະເທດຕ່າງໆໃນໂລກ ແລະ ເປັນໂອກາດທີ່ດີໃຫ້ແກ່ການພັດທະນາບຸກຄະລາກອນທ້າງດ້ານກິລາ-ກາຍຍະກຳ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວເຮົາ.
ໂອກາດດຽວກັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ຮັບກຽດເຂົ້າຮ່ວມເປັນຄະນະປະທານພິທີເປີດ ແລະ ເປັນສັກຂີພິຍານໃນການຈັດການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ ເຍົາວະຊົນໂລກໃນຄັ້ງນີ້. ໃນນາມຕາງໜ້າໃຫ້ແກ່ຄະນະຮັບຜິດຊອບຈັດການແຂ່ງຂັນ ຂໍສະແດງຄວາມຂອບໃຈມາຍັງການນໍາທຸກຂັ້ນ, ຜູ້ໃຫ້ການສະໜັບສະໜູນ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ ທີ່ໄດ້ເສຍສະຫຼະເຫື່ອແຮງ ສະຕິປັນຍາ ພ້ອມທັງກຳລັງຊັບ ເຮັດໃຫ້ການກະກຽມເປັນເຈົ້າພາບຈັດງານທີ່ມີຄວາມໝາຍຄວາມສໍາຄັນມາຮອດປັດຈຸບັນນີ້ ເຫັນວ່າພວກເຮົາມີຄວາມພ້ອມຮ້ອນດ້ານ ຈຶ່ງເປີດງານຢ່າງເປັນທາງການ.
ໂດຍ ດາວຫວຽດ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
