Skip to main content

ປິດສາກປິ່ງປ່ອງເຍົາວະຊົນ-ຊາວໜຸ່ມລະດັບໂລກ ໄຕ້ຫວັນ ຄວ້າແຊ້ມ 9 ລາຍການ ຄອງອັນດັບ 1 ເປັນປີທີ 2

23/09/2024

ປິດສາກລົງຢ່າງເປັນທາງການ ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມໂລກ 2024 ຫຼື WTT youth contender 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຂະນະທີ່ໄຕ້ຫວັນ ຄວ້າແຊ້ມມາໄດ້ເຖິງ 9 ລາຍການ ຄອງອັນດັບທີ 1 ເປັນຄັ້ງທີ 2 ຕິດຕໍ່ກັນ, ສາທາລະນະລັດເກົາຫຼີ ໄດ້ແຊ້ມ 2 ລາຍການ, ຮົງກົງ ໄດ້ແຊ້ມ 1 ລາຍການ ຈາກການຊີງໄຊທັງໝົດ 12 ລາຍການ.

ພິທີປິດການແຂ່ງຂັນດັ່ງກ່າວ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 21 ກັນຍາ ຜ່ານມາ ທີ່ສູນການຄ້າ ລາວ-ໄອເຕັກ ໃນນະຄອນຫຼວງວຽງຈັນ ພາຍຫຼັງໄດ້ມີພິທີເປີດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 18 ກັນຍາ 2024 ໂດຍໃຫ້ກຽດເຂົ້າຮ່ວມມອບລາງວັນມີ ທ່ານ ວຽງເງິນ ໄຂຄຳພິທູນ ພັນລະຍາ ຮອງນາຍົກລັດຖະມົນຕີ, ທີ່ປຶກສາກິຕິມະສັກຂອງງານຄັ້ງນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດ, ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ.

ໃນມື້ສຸດທ້າຍຂອງການແຂ່ງຂັນ ໄດ້ມີການຊີງໄຊ 6 ລາຍການ ຄື: ຍິງດ່ຽວ-ຊາຍດ່ຽວ ອາຍຸບໍ່ເກີນ 11 ປີ, ບໍ່ເກີນ 15 ປີ ແລະ ບໍ່ເກີນ 19 ປີ ຜົນປະກົດວ່າ: ປະເພດຍິງດ່ຽວ ອາຍຸບໍ່ເກີນ 11 ປີ ແຊ້ມໄດ້ແກ່ Liao Yu Ching ຈາກໄຕ້ຫວັນ ຊະນະ Wang Yu Ching ຈາກທີມດຽວກັນ 3-1 ເກມ ດ້ວຍຄະແນນ 11-5, 11-9, 10-12, 11-7, ອັນດັບ 3 ຮ່ວມ ແມ່ນນັກກິລາຈາກອິນເດຍ ແລະ ມາເລເຊຍ. ສ່ວນນັກກິລາລາວ 4 ຄົນບໍ່ຜ່ານຮອບແບ່ງກຸ່ມ; ປະເພດຊາຍດ່ຽວ ອາຍຸບໍ່ເກີນ 11 ປີ ແຊ້ມເປັນຂອງ Wen Han Sen ຈາກໄຕ້ຫວັນ ຊະນະ Neo Cheng Ming ຈາກສິງກະໂປ 3-1 ເກມ ດ້ວຍຄະແນນ 11-8, 11-5, 8-11, 11-4, ທີ 3 ຮ່ວມ ແມ່ນນັກກິລາຈາກສິງກະໂປ ແລະ ໄທ. ສ່ວນນັກກິລາລາວ 7 ຄົນບໍ່ຜ່ານຮອບແບ່ງກຸ່ມ;

ປະເພດຍິງດ່ຽວ ອາຍຸບໍ່ເກີນ 15 ປີ ຊະນະເລີດ Liao Yixuan ຈາກໄຕ້ຫວັນ ຊະນະ Fong Tsz Kiu ຈາກຮົງກົງ 3-1 ເກມ ດ້ວຍຄະແນນ 11-9, 3-11, 11-5, 12-10, ອັນດັບ 3 ຮ່ວມ ແມ່ນນັກກິລາຈາກໄຕ້ຫວັນ ແລະ ຮົງກົງ. ສ່ວນນັກກິລາລາວ 7 ຄົນ ດີສຸດແມ່ນ ເພັດສະໄໝ ກິຍະວົງ ເຂົ້າຮອບ 16 ຄົນສຸດທ້າຍ ແຕ່ເສຍໃຫ້ນັກກິລາຫວຽດນາມ 0-3 ເກມ ດ້ວຍຄະແນນ 9-11, 9-11, 8-11; ປະເພດຊາຍດ່ຽວ ອາຍຸບໍ່ເກີນ 15 ປີ ແຊ້ມເປັນຂອງ Huang Pei-Yu ຈາກໄຕ້ຫວັນ ຊະນະ Chuang Chung Yen ຈາກທີມດຽວກັນ 3-0 ເກມ ດ້ວຍຄະແນນ 11-8, 11-7, 11-6, ອັນດັບ 3 ຮ່ວມ ແມ່ນນັກກິລາຈາກໄຕ້ຫວັນ. ສຳລັບນັກກິລາລາວ 10 ກວ່າຄົນ ດີສຸດເຂົ້າຮອບ 32 ຄົນສຸດທ້າຍມີ 2 ຄົນ ຄື: ສຸກພະໂຊກ ສຸພາວົງ ເສຍໃຫ້ນັກກິລາຫວຽດນາມ 1-3 ເກມ ແລະ ສູນທະລາ ດວງເດດມີໄຊ ເສຍໃຫ້ນັກກິລາຈາກຫວຽດນາມ 0-3 ເກມ;

ປະເພດຍິງດ່ຽວ ອາຍຸບໍ່ເກີນ 19 ປີ ແຊ້ມແມ່ນ Wu Jia En ຈາກໄຕ້ຫວັນ ຊະນະ Su Tsz Tung ຈາກຮົງກົງ 3-0 ເກມ ດ້ວຍຄະແນນ 11-9, 12-10, 11-8, ທີ 3 ຮ່ວມ ແມ່ນນັກກິລາຈາກໄຕ້ຫວັນ. ສ່ວນນັກກິລາລາວ 3 ຄົນ ບໍ່ຜ່ານຮອບແບ່ງກຸ່ມ; ປະເພດຊາຍດ່ຽວ ອາຍຸບໍ່ເກີນ 19 ປີ ແຊ້ມເປັນຂອງ Kwon Hyuk ຈາກສາທາລະນະລັດເກົາຫຼີ ຊະນະ Hung Jia kai ຈາກໄຕ້ຫວັນ 3-0 ເກມ ດ້ວຍຄະແນນ 11-5, 11-8, 11-8, ອັນດັບ 3 ຮ່ວມ ແມ່ນນັກກິລາຈາກສາທາລະນະລັດເກົາຫຼີ ແລະ ໂຄລົມເບຍ (ໂຄໂລມບີ).ສຳລັບນັກກິລາລາວ 5 ຄົນ ບໍ່ຜ່ານຮອບແບ່ງກຸ່ມ.

ສະຫຼຸບການແຂ່ງຂັນ 4 ວັນ ຊີງໄຊ 12 ລາຍການ ຄື: ຍິງດ່ຽວ-ຊາຍດ່ຽວ ອາຍຸບໍ່ເກີນ 11 ປີ, ບໍ່ເກີນ 13 ປີ, ບໍ່ເກີນ 15 ປີ, ບໍ່ເກີນ 17 ປີ, ບໍ່ເກີນ 19 ປີ, ຄູ່ປະສົມ ອາຍຸບໍ່ເກີນ 15 ປີ ແລະ ບໍ່ເກີນ 19 ປີ. ນັກກິລາໄຕ້ຫວັນໄດ້ແຊ້ມ 9 ລາຍການ, ຄວ້າຮອງແຊ້ມ 3 ລາຍການ ແລະ ອັນດັບສາມ 9 ລາຍການ ໄດ້ຄອງອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ; ທີ 2 ສາທາລະນະລັດເກົາຫຼີ ໄດ້ແຊ້ມ 2 ລາຍການ, ອັນດັບສາມ 3 ລາຍການ; ທີ 3 ຮົງກົງ ໄດ້ແຊ້ມ 1 ລາຍການ ຮອງແຊ້ມ 2 ລາຍການ ແລະ ອັນດັບສາມ 5 ລາຍການ; ທີ 4 ສິງກະໂປ ໄດ້ທີສອງ 1 ລາຍການ ແລະ ທີສາມ 1 ລາຍການ; ທີ 5 ຫວຽດນາມ ໄດ້ອັນດັບສາມ 2 ລາຍການ ແລະ ທີ 6 ຮ່ວມ ປະກອບມີ ໂຄລົມບີ, ອິນເດຍ, ມາເລເຊຍ ແລະ ໄທ ໄດ້ທີ 3 ຊາດລະ 1 ລາຍການ.

 

ໂດຍ ດາວຫວຽດ