Skip to main content

ປິດສາກການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ຂະນະທີ່ ສະໂມສອນແຂວງສະຫວັນນະເຂດ ຄອງເຈົ້າຫຼຽນຄໍາ

28/10/2024

ການແຂ່ງຂັນຢູໂດ ຊີງແຊັມທົ່ວປະເທດ ຄັ້ງທີ 13 ໄດ້ປິດສາກເປັນທີ່ຮຽບຮ້ອຍ ໃນຕອນແລງຂອງວັນທີ 27 ຕຸລາ ຜ່ານມາ ທີ່ສູນກິລາໃນຮົ່ມບູໂດເຊັນເຕີ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດມອບຫຼຽນລາງວັນຂອງທ່ານ ເຂັມຊາດ ພິລາພັນເດດ ປະທານສະຫະພັນກິລາຢູໂດແຫ່ງຊາດລາວ, ທັງເປັນຮອງປະທານສະຫະພັນກິລາຢູໂດອາຊຽນ, ທ່ານ ປອ ສອນເພັດ ຈັນດານຸວົງ ຮອງອໍານວຍການ ສະຖາບັນກິລາ-ກາຍຍະກໍາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳບໍ່ ສີປະເສີດ ຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ, ມີບັນດາຄະນະນໍາ, ຄູຝຶກ, ນັກກິລາຈາກທຸກສ່ວນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນຄັ້ງນີ້, ແມ່ນໄດ້ດໍາເນີນມາເປັນເວລາ 2 ວັນ ໃນລະຫວ່າງວັນທີ 26-27 ຕຸລາ 2024 ສູນກິລາໃນຮົ່ມບູໂດເຊັນເຕີ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 13 ສະໂມສອນ ປະກອບມີ ສະ​ໂມ​ສອນຢູໂດວຽງຈັນ​, ສະ​ໂມ​ສອນຢູໂດສີໄຄ, ສະ​ໂມ​ສອນກອງທັບ ກະຊວງປ້ອງກັນປະເທດ, ສະ​ໂມ​ສອນສະຖາບັນກິລາ-ກາຍຍະກໍາ, ສະ​ໂມ​ສອນແຂວງສະຫວັນນະເຂດ, ສະ​ໂມ​ສອນ Ippon Judo Clup​ (ໄທ), ສະ​ໂມ​ສອນ​ 4p Gym (ໂຟ ພີ ຍິມ) ປະເທດໄທ, ສະໂມສອນ Royal Thai Police (ໄທ), Thai Immigration Team (ໄທ), ສະໂມສອນ Bule tree Phuket (ໄທ), ສະໂມສອນ BPF Chiengrai (ໄທ), ສະໂມສອນ Rayong (ໄທ)ແລະ ສະໂມສອນ ໂຮງຮຽນ ສີສະຫວັດ ວິທະຍາຄານ ນານ (ໄທ) ຊຶ່ງມີນັກກິລາທັງໝົດ 141 ຄົນ, ເປັນຍິງ 47 ຄົນ ແລະ ແບ່ງເປັນຮຸ່ນອາຍຸ ແລະ ຮຸ່ນນໍ້າໜັກ ຄື: ປະເພດອານຸຊົນ ອາຍຸ 8-12 ປີ ມີ ຊາຍ 6 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 13-14 ປີ ມີ ຊາຍ 6 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 15-18 ປີ ມີ ຊາຍ 7 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະເພດທົ່ວ​ໄປ ອາຍຸ 19 ປີຂຶ້ນ​ໄປ ມີ ຊາຍ 7 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະ​ເພດ​ທີມ ອາຍຸ 15 ປີຂຶ້ນໄປ ມີ ຊາຍ 3 ຮຸ່ນນໍ້າໜັກ, ຍິງ 2 ຮຸ່ນນໍ້າໜັກ ແລະ ປະ​ເພດກະ​ຕະ ມີ 2 ລາຍການ (ກະຕະຊາຍ ແລະ ກະຕະຍິງ).

ການຈັດແຂ່ງຂັນດັ່ງກ່າວ, ເພື່ອເປັນການທົດສອບນັກກິລາ, ຄັດເລືອກ ແລະ ເຟັ້ນຫານັກກິລາຜູ້ທີ່ຈະກ້າວເປັນນັກກິລາທີມຊາດໃນອະນາຄົດ, ໃຫ້ນັກກິລາໄດ້ມີກິດຈະກໍາການແຂ່ງຂັນເປັນປະຈໍາທຸກໆປີ, ພ້ອມທັງເຜີຍແຜ່ການນໍາໃຊ້ເຕັກນິກ, ຍຸດທະວິທີ ແລະ ລະບຽບກະຕິກາໃໝ່ໆຕາມລະບຽບ ແລະ ກາຕິກາຂອງສາກົນ ເພື່ອກະກຽມສໍາລັບການເຂົ້າຮ່ວມແຂ່ງຂັນໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນແນໃສ່ການພັດທະນານັກກິລາຢູໂດ ໃນການກະກຽມເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບ ແລະ ລາຍການອື່ນໆຕາມການເຊື້ອເຊີນ, ທັງເປັນການຮັດແໜ້ນຄວາມສາມັກຄີກັບປະເທດໃກ້ຄຽງໃນການຍົກລະດັບນັກກິລາຢູໂດລາວກ້າວຂຶ້ນທຽບເທົ່າສາກົນ.

ຜ່ານການແຂ່ງຂັນຜົນປາກົດວ່າ ສະໂມສອນຢູໂດແຂວງສະຫວັນນະເຂດ ສ້າງຜົນງານໄດ້ດີເກີນຄາດ ສາມາດຄອງເຈົ້າຫຼຽນຄໍາ ໂດຍຄວ້າມາໄດ້ 10 ຫຼຽນຄໍາ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 18 ຫຼຽນ; ອັນດັບທີ 2 ແມ່ນສະ​ໂມ​ສອນ Ippon Judo Clup​ (ໄທ) ຄວ້າມາໄດ້ 8 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 14 ຫຼຽນ; ອັນດັບທີ 3 ສະ​ໂມ​ສອນສະຖາບັນກິລາ-ກາຍຍະກໍາ ຄວ້າມາໄດ້ 4 ຫຼຽນຄໍາ, 7 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 17 ຫຼຽນ; ອັນດັບທີ 4 ສະໂມສອນ Bule tree Phuket (ໄທ) ຄວ້າມາໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 7 ຫຼຽນ ແລະ ອັນດັບທີ 5 ສະ​ໂມ​ສອນກອງທັບ ກະຊວງປ້ອງກັນປະເທດ ຄວ້າມາໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນເງິນ ລວມ 4 ຫຼຽນ.

ສ່ວນລາງວັນກຳມະການດີເດັ່ນ ຕົກເປັນຂອງທ່ານ ກັນຍາເພັດ ພັນດານຸວົງ ກຳມະການ IJF, ລາງວັນຄູຝຶກດີເດັ່ນ ຕົກເປັນຂອງທ່ານ ສັນເສິນ ອິນທິສານ ຄູຝຶກສະໂມສອນຢູໂດແຂວງສະຫວັນນະເຂດ, ລາງວັນນັກກິລາດີເດັ່ນປະຈຳລາຍການ ຕົກເປັນຂອງນາງ ຈອມມະນີ ມະນີໄຊ ສະໂມສອນສະຖາບັນກິລາ-ກາຍຍະກໍາ, ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 8-12 ປີ ຕົກເປັນຂອງທ້າວ Tomohiro Arai ຈາກ blue tree Phuket (ໄທ), ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 13-14 ປີ ຕົກເປັນຂອງທ້າວ ອານຸລັກ ແກ້ວນະຄອນ ສະໂມສອນແຂວງສະຫວັນນະເຂດ, ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ 15-18 ປີ ຕົກເປັນຂອງທ້າວ ອານຸລັກ ກອງມະນີ ສະໂມສອນຢູໂດສີໄຄ ແລະ ລາງວັນນັກກິລາດີເດັ່ນ ຮຸ່ນອາຍຸ +19 ປີ ແມ່ນຕົກເປັນຂອງທ້າວ ສົມໃຈ ສີຫາລາດ ສະໂມສອນຢູໂດກອງທັບ ກະຊວງປ້ອງກັນປະເທດ.

ໂດຍ ດາວຫວຽດ