ຫຼວງພະບາງ ຈະສົ່ງຄະນະນັກກິລາ 371 ຄົນ ພ້ອມຕັ້ງເປົ້າ 16 ຫຼຽນຄໍາ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12

ແຂວງຫຼວງພະບາງ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 371 ຄົນ ໃນ 21 ປະເພດກິລາ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນເດືອນພະຈິກນີ້ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 16 ຫຼຽນຄໍາ, 21 ຫຼຽນເງິນ ແລະ 33 ຫຼຽນທອງ ລວມ 70 ຫຼຽນ.
ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງຫຼວງພະບາງ ກ່ຽວກັບຄວາມພ້ອມສົ່ງນັກກິລາຂອງແຂວງຫຼວງພະບາງ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບບັນດາຄະນະຮັບຜິດຊອບສະຫະພັນກິລາຂອງແຂວງ ເພື່ອຄົ້ນຄວ້າເລືອກເຟັ້ນນັກກິລາ, ຄູຝຶກ ຜູ້ທີ່ມີເງື່ອນໄຂ, ມາດຖານເປັນຄູຝຶກ-ນັກກິລາ ແລະກຳນົດສະຖານທີ່ພັກເຊົາ ຂອງນັກກິລາທີ່ຈະເຂົ້າຮ່ວມ, ຊຶ່ງໄດ້ຮັບການລາຍງານຄວາມພ້ອມ ຂອງກິລາແຕ່ລະປະເພດ ເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອຸປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະເປົ້າໝາຍຈະຄວ້າຫຼຽນ. ຊຶ່ງຈະສົ່ງນັກກິລາເຂົ້າຮ່ວມຊີງຫຼຽນລາງວັນ ຈໍານວນ 21 ປະເພດກິລາ ປະກອບມີ: ມວຍສາກົນ, ກະຕໍ້, ຊິນລອນ, ບານເຕະຊາຍ, ບານບ້ວງ, ເປຕັງ, ໜ້າເກັກ, ບານສົງໃນຮົ່ມ-ຫາດຊາຍ, ດອກປີກໄກ່, ລອຍນ້ຳ, ໜາກເສິກ, ໜາກຂ່າງ, ເທັນນິດ, ປິ່ງປ່ອງ, ວູຊູ, ເທຄວັນໂດ, ຍິງປືນ, ມວຍລາວ-ຟ້ອນລາຍລາວ, ແລ່ນ-ລານ, ເຮືອຊ່ວງ, ຄາຣາເຕໂດ-ຟ້ອນມວຍ ແລະ ກັອບ ລວມມີ ນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ ຈໍານວນ 371 ຄົນ ພ້ອມທັງຕັ້ງເປົ້າຈະໃຫ້ໄດ້ 16 ຫຼຽນຄໍາ, 21 ຫຼຽນເງິນ ແລະ 33 ຫຼຽນທອງ ລວມ 70 ຫຼຽນ.
ສໍາລັບຜົນງານຂອງ ແຂວງຫຼວງພະບາງ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ປີ 2022 ຜ່ານມາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ສາມາດຍາດໄດ້ 12 ຫຼຽນຄໍາ, 21 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 75 ຫຼຽນ, ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫຼຸບຫຼຽນ ຈາກທັງໝົດ 22 ປະເພດ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ, ໃນນັ້ນ 12 ຫຼຽນຄໍາ ໄດ້ຈາກ ລອຍນໍ້າ 4 ຫຼຽນ, ວູຊູ 2 ຫຼຽນ, ຍິງປືນ 1 ຫຼຽນ, ມວຍລາຍລາວ 1 ຫຼຽນ, ຄາຣາເຕໂດ 1 ຫຼຽນ, ໜ້າເກັກ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ກະຕໍ້ 1 ຫຼຽນ. 21 ຫຼຽນເງິນ ໄດ້ຈາກ ລອຍນໍ້າ 3 ຫຼຽນ, ວູຊູ 1 ຫຼຽນ, ຍິງປືນ 2 ຫຼຽນ, ມວຍລາຍລາວ 2 ຫຼຽນ, ຄາຣາເຕໂດ 2 ຫຼຽນ, ໜ້າເກັກ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ເທຄວັນໂດ 2 ຫຼຽນ, ມວຍສາກົນ 2 ຫຼຽນ, ບານບ້ວງ 2 ຫຼຽນ, ໝາກເສິກ 1 ຫຼຽນ, ເປຕັງ 1 ຫຼຽນ, ໝາກຂ່າງ 1 ຫຼຽນ ແລະ 42 ຫຼຽນທອງ ໄດ້ຈາກ ລອຍນໍ້າ 3 ຫຼຽນ, ວູຊູ 5 ຫຼຽນ, ຍິງປືນ 8 ຫຼຽນ, ມວຍລາຍລາວ 5 ຫຼຽນ, ຄາຣາເຕໂດ 1 ຫຼຽນ, ກະຕໍ້ 3 ຫຼຽນ, ເທຄວັນໂດ 7 ຫຼຽນ, ມວຍສາກົນ 1 ຫຼຽນ, ເປຕັງ 1 ຫຼຽນ, ໝາກເສິກ 2 ຫຼຽນ, ເທັນນິດ 3 ຫຼຽນ, ບານເຕະຍິງ 1 ຫຼຽນ, ປິງປ່ອງ 1 ຫຼຽນ ແລະຖີບລົດ 1 ຫຼຽນ.
ຂ່າວ: ທະນູສີນ ອິດທິພົນ
ຂ່າວຫຼ້າສຸດ
- ສສກ ແລະ ອົງການ ອຸຍນີເຊັບ ປຶກສາຫາລືວຽກງານຍຸດທະສາດ ສົ່ງເສີມພັດທະນາການສຶກສາ ຢູ່ ສປປ ລາວ
- ຫາລື ກຽມຍົກລະດັບວຽກງານໂຄສະນາວິດີໂອເພດສຶກສາ ຜ່ານສື່ວິທະຍຸ ແລະ ໂທລະພາບ ປະຈຳປີ 2026
- ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່
- ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ
- ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027
- ທັບນັກກິລາຊັອບເທັນນິດລາວ ພ້ອມແລ້ວຈະສ້າງຜົນງານໃຫ້ປະເທດຊາດ ໃນເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ
