ສະຫວັນນະເຂດ ຄອງເຈົ້າຫຼຽນຄຳ ການແຂ່ງຂັນກິລາຢູໂດຊີງແຊ໋ມທົ່ວປະເທດ ສະໄໝທີ 2 ຕິດຕໍ່ກັນ
13/10/2025

ທັບນັກກິລາຢູໂດ ສະໂມສອນ ແຂວງສະຫວັນນະເຂດ ຍັງຄົງສ້າງຜົນງານໄດ້ດີຕໍ່ເນື່ອງ ຍາດມາໄດ້ເຖິງ 8 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 16 ຫຼຽນ ເປັນອັນດັບທີ 1 ຂອງປະເທດ ຄວ້າຂັນລາງວັນຊະນະເລີດ ມາຄອງໄດ້ສຳເລັດ ໃນການແຂ່ງຂັນກິລາຢູໂດຊີງແຊ໋ມທົ່ວປະເທດ ຄັ້ງທີ 14 ປະຈໍາປີ 2025 ຊີງຂັນທ່ານເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ເປັນສະໄໝທີ 2 ຕິດຕໍ່ກັນ ຕໍ່ຈາກປີ 2024.

ພິທີປິດການແຂ່ງຂັນກິລາຢູໂດຊີງແຊ໋ມທົ່ວປະເທດ ຄັ້ງທີ 14 ປະຈໍາປີ 2025 ຊີງຂັນທ່ານເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ໃນຕອນແລງວັນທີ 12 ຕຸລາ 2025 ທີ່ສູນກິລາບູໂດລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ໂຄອິຊຶມິ ຊຶໂຕມຸ (Koizumi TSUTOMU) ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ມີຄະນະບໍລິຫານງານສະຫະພັນກິລາຢູໂດແຫ່ງຊາດລາວ, ຕົວແທນຈາກບັນດາສະໂມສອນ, ຄະນະນຳ, ຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາຢ່າງພ້ອມພຽງ.

ການຈັດການແຂ່ງຂັນກິລາຢູໂດໃນຄັ້ງນີ້ ແມ່ນເພື່ອເປັນການສົ່ງເສີມ ແລະ ເປີດໂອກາດໃຫ້ກັບນັກກິລາ ໂດຍສະເພາະຮຸ່ນໜຸ່ມນ້ອຍ ຫຼື ນັກກິລາທີ່ເຂົ້າມາຝຶກຊ້ອມໃໝ່ ໄດ້ມີເວທີໃນການແຂ່ງຂັນ ເພື່ອປະຊັນສີມື, ພະລະກຳລັງ ແລະ ເຕັກນິກຕ່າງໆ ພ້ອມທັງເປັນການແຂ່ງຂັນທົດສອບກະກຽມຄວາມພ້ອມຂອງນັກກິລາທີມຊາດລາວ ທີ່ກະກຽມເຂົ້າຮ່ວມແຂ່ງຂັນງານມະຫາກໍາຊີເກມ ຄັ້ງທີ 33 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ ໃນເດືອນທັນວາ 2025 ນີ້, ທັງເປັນການເຜີຍແຜ່ການນໍາໃຊ້ເຕັກນິກ ແລະ ລະບຽບກະຕິກາໃໝ່ໆ ຕາມລະບຽບ ແລະ ກາຕິກາຂອງສາກົນ ທີ່ໄດ້ມີການອັບເດດເປັນປະຈໍາທຸກປີ, ຊຶ່ງອາທິດທີ່ຜ່ານມາ ທາງສະຫະພັນກໍໄດ້ຈັດສໍາມະນາກິລາຢູໂດ ປະເພດກະຕະ ໃຫ້ແກ່ນັກກິລາ ເພື່ອກະກຽມສໍາລັບການແຂ່ງຂັນ. ພິເສດປີນີ້, ສະຫະພັນກິລາຢູໂດແຫ່ງຊາດລາວ ຍັງໄດ້ຮັບກຽດໃນການແຂ່ງຂັນເພື່ອຊີງຂັນທ່ານ ໂຄອິຊຶມິ ຊຶໂຕມຸ (Koizumi TSUTOMU) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຄົບຮອບ 70 ປີ, ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງປະຊາຊົນສອງຊາດ.

ການແຂ່ງຂັນໃນປີນີ້ ມີນັກກິລາເຂົ້າຮ່ວມທັງໝົດ 125 ຄົນ, ຍິງ 39 ຄົນ ມາຈາກ 10 ສະໂມສອນ ໃນນີ້ມີສະໂມສອນຈາກປະເທດໄທ 3ສະໂມສອນ ໂດຍຊີງຫຼຽນຄໍາ ທັງໝົດ 40 ຫຼຽນຄໍາ ແລະ ມີຂັນລາງວັນ 10 ຂັນ. ໃນນັ້ນແບ່ງເປັນຮຸ່ນອາຍຸ ແລະ ຮຸ່ນນໍ້າໜັກ ຄື: ປະເພດອະນຸຊົນ ອາຍຸ 8-12 ປີມີ 12 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 13-14 ປີ ມີ 12 ຮຸ່ນນໍ້າໜັກ, ຍິງ 6 ຮຸ່ນນໍ້າໜັກ; ປະເພດເຍົາວະຊົນ ອາຍຸ 15-18 ປີ ມີ 14 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະເພດທົ່ວໄປ ອາຍຸ 19 ປີຂຶ້ນໄປ ມີ 14 ຮຸ່ນນໍ້າໜັກ, ຍິງ 7 ຮຸ່ນນໍ້າໜັກ; ປະເພດທີມ ອາຍຸ 15 ປີຂຶ້ນໄປ ມີ 5 ຮຸ່ນນໍ້າໜັກ, ຍິງ 2 ຮຸ່ນນໍ້າໜັກ. ສ່ວນປະເພດກະຕະ ມີ 2 ລາຍການ (ກະຕະຊາຍ Nage No Kata ແລະ ກະຕະຍິງ Juno Kata).

ຜ່ານການແຂ່ງຂັນເປັນເວລາ 2 ວັນ ລະຫວ່າງວັນທີ 11-12 ຕຸລາ 2025 ຜົນປະກົດວ່າ: ອັນດັບທີ 1 ຕົກເປັນຂອງທັບນັກກິລາຢູໂດ ສະໂມສອນ ແຂວງສະຫວັນນະເຂດ ຍາດມາໄດ້ເຖິງ 8 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 16 ຫຼຽນ ໄດ້ຮັບຂັນຊະນະເລີດ ພ້ອມເງິນລາງວັນ 5 ລ້ານກີບ, ອັນດັບທີ 2 ສະໂມສອນ ອິບປອນ ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 13 ຫຼຽນ ໄດ້ຮັບຂັນຮອງຊະນະເລີດ ພ້ອມເງິນລາງວັນ 3 ລ້ານກີບ, ອັນດັບທີ 3 ສະໂມສອນ ວຽງຈັນ ຍາດໄດ້ 5 ຫຼຽນຄຳ, 7 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 22 ຫຼຽນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2,5 ລ້ານກີບ, ອັນດັບທີ 4 ສະໂມສອນ ກອງທັບ ຍາດໄດ້ 5 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 7 ຫຼຽນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2 ລ້ານກີບ ແລະ ອັນດັບທີ 5 ສະຖາບັນກິລາ-ກາຍະກຳ ຍາດໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 12 ຫຼຽນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1,5 ລ້ານກີບ.
ຢ່າງໃດກໍຕາມ, ຖືເປັນປີທີສອງຕິດຕໍ່ກັນຂອງ ສະໂມສອນ ຢູໂດ ແຂວງສະຫວັນນະເຂດ ທີ່ສາມາດບຽດເອົາຊະນະ ສະໂມສອນ ອິບປອນ ຈາກປະເທດໄທ ເປັນເຈົ້າຫຼຽນຄຳ ຫຼັງໃນການແຂ່ງຂັນຢູໂດ ຊີງແຊ໋ມທົ່ວປະເທດ ຄັ້ງທີ 13 ປະຈຳປີ 2024 ຍາດມາໄດ້ 10 ຫຼຽນຄໍາ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 18 ຫຼຽນ. ສ່ວນ ສະໂມສອນ ອິບປອນ ຍາດມາໄດ້ 8 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 14 ຫຼຽນ ເປັນອັນດັບທີ 2.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ຂ່າວທີ່ອ່ານຫຼາຍ
- ສສກ ເຜີຍແຜ່ນິຕິກຳກ່ຽວກັບການປະເມີນຜົນ ການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ປັບປຸງ (ອັດເດດ) ຂໍ້ມູນພະນັກງານ-ລັດຖະກອນ
- ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
- ສປປ ລາວ ສືບຕໍ່ດໍາເນີນກອງປະຊຸມລະດັບສູງ ເພື່ອທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
