Skip to main content

ດີພີ ສະປອດ ມອບອຸປະກອນກິລາຫຼາຍລາຍການ ມູນຄ່າ 15 ລ້ານກວ່າກີບ ໃຫ້ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ

14/10/2025

ຮ້ານຈຳໜ່າຍເຄື່ອງກິລາ ດີພີ ສະປອດ (DP-Sport) ໃຫ້ການສະໜັບສະໜູນອຸປະກອນກິລາ ຈຳນວນຫຼາຍລາຍການ ລວມມູນຄ່າ 15 ລ້ານກວ່າກີບ ໃຫ້ແກ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນການຂະບວນການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

 

ພິທີມອບ-ຮັບການອຸປະຖຳເຄື່ອງກິລາຕ່າງໆ ຈັດຂຶ້ນ ໃນຕອນເຊົ້າວັນທີ 14 ຕຸລາ 2025 ທີ່ວິທະຍາໄລດັ່ງກ່າວກ່າວມອບໂດຍ ທ່ານ ໂອດານ ໄຊຍະລາດ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກິລາ ດີພີ ສະປອດ ແລະ ກ່າວຮັບແມ່ນ ທ່ານ ຄຳຜ່ອນ ລາດສະວົງສາ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ ແຂວງຈຳປາສັກ ມີບັນດາຄະນະອຳນວຍການ, ພະນັກງານ ແລະ ນ້ອງນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.

 

ສຳລັບອຸປະກອນກິລາທີ່ນຳໄປມອບຄັ້ງນີ້ ປະກອບມີ ຕາໜ່າງດອກປີກໄກ່ 6 ດາງ, ດອກປີກໄກ່ 6 ບັ້ງ, ໄມ້ຕີດອກປີກໄກ່ 24 ອັນ, ບານເຕະ 2 ໜ່ວຍ, ກະຕໍ້ 2 ໜ່ວຍ, ບານສົ່ງ 2 ໜ່ວຍ ແລະ ເສື້ອ 35 ຊຸດ ລວມມູນຄ່າ 15 ລ້ານກວ່າກີບ ທັງໝົດນີ້ ແມ່ນປະກອບສ່ວນນຳໃຊ້ເຂົ້າໃນການແຂ່ງຂັນກິລາຕ່າງໆ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປິ ທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

 

ຂ່າວໂດຍ ສົງການ ພັນແພງດີ