Skip to main content

ຄະນະນຳ ສສກ ໃຫ້ກຳລັງໃຈຄະນະນັກກິລາກະຕໍ້ແຂວງຈຳປາສັກ ຊຸດກຽມຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

15/10/2025

ໃນຕອນຄ່ຳວັນທີ 14 ຕຸລາ 2025 ທີ່ເຂດບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈຄະນະນັກກິລາກະຕໍ້-ຊິນລອນ ແຂວງຈຳປາສັກ ທີ່ເດີນທາງຂຶ້ນມາເປັນຕົວຝຶກຊ້ອມຢູ່ນະຄອນຫຼວງວຽງຈັນ ແລະ ກໍເປັນຄະນະນັກກິລາຈາກຕ່າງແຂວງ ແຂວງທຳອິດ ທີ່ເດີນທາງສູ່ນະຄອນຫຼວງວຽງຈັນ ເພື່ອເກັບຕົວຝຶກຊ້ອມກຽມຄວາມພ້ອມດ້ານຕ່າງໆ ເຊັ່ນ: ພະລະກຳລັງ, ເຕັກນິກ ແລະ ສຳຜັດກັບສະໜາມແຂ່ງຂັນຈິງ ກ່ອນເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ຊຶ່ງນຳພາໂດຍ ທ່ານ ໂອດານ ໄຊຍະລາດ ຄະນະບໍລິຫານງານສະຫະພັນກິລາກະຕໍ້-ຊິນລອນ ແຂວງຈຳປາສັກ, ມີທ່ານ ເບຍລະພາ ວໍລະຈິດ ຮອງປະທານສະຫະພັນດອກປີກໄກ່ແຂວງຈຳປາສັກ ພ້ອມດ້ວຍຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ໂອກາດັ່ງກ່າວ, ທ່ານ ໂອດານ ໄຊຍະລາດ ໄດ້ໃຫ້ສຳພາດວ່າ: ສຳລັບໃນການແຂ່ງຂັນກິລາກະຕໍ້ ນະຄອນຫຼວງວຽງຈັນ ເກມ 2025, ສະຫະພັນກິລາກະຕໍ້-ຊິນລອນແຂວງຈຳປາສັກ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 32 ຄົນ ໃນນີ້ແບ່ງເປັນຄະນະນຳ 4 ທ່ານ, ຄະນະຄູຝຶກ 4 ທ່ານ ແລະ ນັກກິລາ 24 ຄົນ ນັບມາຮອດປັດຈຸບັນພວກເຮົາມີຄວາມພ້ອມແລ້ວເກືອບ 100 ເປີເຊັນ, ເຫຼືອພຽງແຕ່ລໍຖ້າແຂ່ງຂັນຕົວຈິງກໍເທົ່ານັ້ນເອງ. ຊຶ່ງໃນການເຂົ້າຮ່ວມແຂ່ງຂັນໃນເທື່ອນີ້ ພວກເຮົາກໍບໍ່ໄດ້ຕັ້ງຄວາມຫວັງສູງພໍປານໃດ  ແລະ ຫວັງວ່າຈະມີຫຼຽນຄຳຕິດມືກັບບ້ານ ເພາະນັກກິລາຊຸດນີ້ ສ່ວນຫຼາຍແມ່ນຍັງໜຸ່ມນ້ອຍຫຼາຍ ສະນັ້ນຈຶ່ງຖືວ່າເປັນໂອກາດທີ່ດີໃນການສ້າງເຂົາເຈົ້າໃຫ້ມີຄວາມເຂັ້ມແຂງໃນອີກ 2-3 ປີ ຂ້າງໜ້າ ທີ່ແຂວງຈຳປາສັກ ພວກເຮົາຈະຮັບກຽດເປັນເຈົ້າພາບ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XIII ໃນປີ 2028 ໜ້າຈະໃຊ້ງານນັກກິລາຊຸດນີ້ໄດ້ເຕັມ 100 ເປີເຊັນ.