“ຈັນສະໝອນ ພົມໂສພາ” ຄວ້າຫຼຽນເງິນ ປັນຈັກສີລັດ ປຣີຊີເກມ 2025 ທີ່ປະເທດໄທ

ທ້າວ ຈັນສະໝອນ ພົມໂສພາ ນັກກິລາປັນຈັກສີລັດທີມຊາດລາວ ຍັງກ້າວບໍ່ເຖິງຝັ່ງຝັນ ຫຼັງໃນຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ເສຍໃຫ້ ທ້າວ ຫວໍ ທຽນ ໄຫ່ (Vo Thien Hai) ນັກກິລາທີມຊາດຫວຽດນາມ ຄວ້າພຽງຫຼຽນເງິນມາຄ້ອງຄໍ ໃນການແຂ່ງຂັນກິລາປັນຈັກສີລັດ ລາຍການ ປຣີຊີເກມ 2025 ຫຼື PRE SEA GAMES 2025 ທີ່ຫາດໃຫຍ່ ແຂວງສົງຂາ ປະເທດໄທ ລະຫວ່າງວັນທີ 10-15 ຕຸລາ 2025.

ທ້າວ ຈັນສະໝອນ ພົມໂສພາ ຂຶ້ນສັງວຽນແຂ່ງຂັນ ໃນຮອບຊີງຫຼຽນຄຳ ໃນວັນທີ 14 ຕຸລາ 2025 ບໍ່ສາມາດຕ້ານຄວາມແຂງແກ່ນຂອງ ທ້າວ ຫວໍ ທຽນ ໄຫ່ ນັກກິລາທີມຊາດຫວຽດນາມໄດ້ ເພາະ ຈັນສະໝອນ ພົມໂສພາ ມີອາການບາດເຈັບທີ່ຕົ້ນຂາ ເສຍໄປ 40-80 ຄະແນນ ສົ່ງຜົນໃຫ້ໄດ້ພຽງຫຼຽນເງິນ ໃຫ້ທັບນັກກິລາປັນຈັກສີລັດທີມຊາດລາວ ໃນງານປຣີຊີເກມ 2025.

ທ່ານ ພັນໂທ ທິບພົງພັດ ມະນິວົງ ເລຂາທິການສະຫະພັນປັນຈັກສີລັດແຫ່ງຊາດລາວ ທັງເປັນຄະນະນຳພາທັບນັກກິລາປັນຈັກສີລັດລາວເຂົ້າຮ່ວມງານດັ່ງກ່າວ ໃຫ້ຮູ້ວ່າ: ລາຍການນີ້ ມີນັກກິລາຈາກ 9 ຊາດໃນຂົງອາຊຽນ ເຂົ້າຮ່ວມ ສຳລັບທັບນັກກິລາປັນຈັກສີລັດລາວ ສົ່ງເຂົ້າຮ່ວມແຂ່ງຂັນ 5 ຄົນ ໃນປະເພດຕໍ່ສູ້ 4 ຄົນ ແລະ ຟ້ອນດ່ຽວຊາຍ 1 ຄົນ ປະກອບມີ ທ້າວ ອາລິສັກ ສິງສຸວົງ ປະເພດຟ້ອນດ່ຽວຊາຍ, ທ້າວ ທະນະພົນ ສິມພິລາວົງ ປະເພດຕໍ່ສູ້ຊາຍ ຮູ່ນ 45-50 ກິໂລກຼາມ, ທ້າວ ສາຍຝົນ ກອງມະນີຈວງ ປະເພດຕໍ່ສູ້ຊາຍ ຮຸ່ນ 55-60 ກິໂລກຼາມ, ທ້າວ ຈັນສະໝອນ ພົມໂສພາ ປະເພດຕໍ່ສູ້ຊາຍ ຮຸ່ນ 60-65 ກິໂລກຼາມ ແລະ ທ້າວ ແຟ້ງ ວົງພັກດີ ປະເພດຕໍ່ສູ້ຊາຍ ຮຸ່ນ 65-70ກິໂລກຼາມ. ຜ່ານການແຂ່ງຂັນປະກົດ ນັກກິລາພວກເຮົາສາມາດຍາດໄດ້ 1 ຫຼຽນເງິນ ຈາກທ້າວ ຈັນສະໝອນ ພົມໂສພາ ຊຶ່ງໃນຮອບຄັດເລືອກ ຊະນະ ນັກກິລາສິງກະໂປ, ຮອບ 4 ຄົນ ຊະນະ ນັກກິລາອິນໂດເນເຊຍ ລະດັບແຊ໋ມໂລກ ແລະ ຮອບຊີງຫຼຽນຄຳ ເສຍໃຫ້ ນັກກິລາຫວຽດນາມ ສ່ວນຜົນງານຂອງທ້າວ ສາຍຝົນ ກອງມະນີຈວງ ໃນຮອບຄັດເລືອກ ຊະນະ ນັກກິລາມຽນມາ ແລະ ຮອບ 4 ຄົນ ເສຍ ໃຫ້ນັກກິລາໄທ ໄດ້ພຽງຫຼຽນທອງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ແລະ ອົງການ ອຸຍນີເຊັບ ປຶກສາຫາລືວຽກງານຍຸດທະສາດ ສົ່ງເສີມພັດທະນາການສຶກສາ ຢູ່ ສປປ ລາວ
- ຫາລື ກຽມຍົກລະດັບວຽກງານໂຄສະນາວິດີໂອເພດສຶກສາ ຜ່ານສື່ວິທະຍຸ ແລະ ໂທລະພາບ ປະຈຳປີ 2026
- ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່
- ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ
- ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027
- ທັບນັກກິລາຊັອບເທັນນິດລາວ ພ້ອມແລ້ວຈະສ້າງຜົນງານໃຫ້ປະເທດຊາດ ໃນເອຊຽນເກມ ຄັ້ງທີ 20 ຢູ່ຍີ່ປຸ່ນ
